ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທໍານຽບຂາວ ພິມເຜີຍແຜ່ ລາຍງານ ກ່ຽວກັບເສດຖະກິດ ຂອງສະຫະລັດ ສໍາລັບປີ 2012 (ເບິ່ງວີດີໂອ)


ປະທານາທິບໍດີກໍາລັງຖະແຫລງສະພາບການເສດຖະກິດຂອງຊາດ
ປະທານາທິບໍດີກໍາລັງຖະແຫລງສະພາບການເສດຖະກິດຂອງຊາດ

ເມື່ອ​ວັນ​ສຸກ​ ທີ 17 ກຸມພາ ຜ່ານ​ມາ​ນີ້ ທໍານຽບຂາວ​ໄດ້ນໍາ​ອອກ​ເຜີຍ​ແຜ່ ລາຍງານ​ກ່ຽວ​ກັບ​ເສດຖະກິດ​ຂອງ​ປະທານາທິບໍດີ ຊຶ່ງເປັນພາບລວມປະຈໍາປີ​ຂອງ​ນະ​ໂຍບາຍ​ແລະ​ຄວາມ​ກ້າວ ໜ້າ​ດ້ານ​ເສດຖະກິດ​ຂອງລັດຖະບານ ​ທີ່ເຮັດ​ຂຶ້ນມາ​ໂດຍສະພາ​ທີ່​ປຶກສາ​ດ້ານເສດຖະກິດ ຂອງ​ປະທານາທິບໍດີ​ໂອ​ບາ​ມາ. ຜູ້ສື່ຂ່າວວີໂອເອ Dan Robinson ສົ່ງລາຍງານມາຈາກ ທໍານຽບຂາວ ຊຶ່ງທອງ​ປານຈະນໍາມາສະ​ເໜີ​ທ່ານ.

ເສດຖະກິດ​ທີ່​ດີ​ຂຶ້ນນັ້ນ​ ນັບ​ວ່າ​ເປັນ​ຂ່າວ​ດີ​ສໍາລັບ​ຊາວອາ​ເມ​ຣິກັນ ​ແລະ​ສໍາລັບ​ປະທານາທິບໍດີ
ໂອ​ບາ​ມາ ທີ່​ສາມາດ​ຊີ້ໄປ​ໃສ່​ການ​ສ້າງ​ໜ້າ​ວຽກ​ທີ່​ຫລາຍ​ຂຶ້ນກວ່າ​ເກົ່າ ​ແລະສິ່ງ​ອື່ນໆ​ເຊ່ນ​ການ​ຟື້ນ​ໂຕຄືນ​ໃນ​ອຸດສາຫະກໍາ​ລົດ ຍົນ ​ໃນ​ຂະນະ​ທີ່​ທ່ານ​ຕຽມ​ການ​ຢ່າງ​ໃຫຍ່​ເພື່ອ​ຕໍ່ສູ້​ກັບ​ຜູ້​ຖືກ​ຈະສະ​ເໜີ​ຊື່ເຂົ້າ​ແຂ່ງຂັນໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ ​ແຂ່ງ​ກັບ​ທ່ານ ຈາກ​ພັກ​ຣີພັບ​ບລິ​ກັນນັ້ນ.

ລາຍ​ງານກ່ຽວ​ກັບ​ເສດຖະກິດ​ ທີ່​ມີ​ຫລາຍ​ກວ່າ 400 ໜ້າ ທີ່​ໄດ້​ນໍາ​ອອກ​ເຜີຍແຜ່​ເມື່ອ​ສອງວັນ​ສຸກ​ຜ່ານ​ມານີ້ ​ໄດ້ຊີ້​ໄປ​ໃສ່​ການເຊື່ອມ​ໂຍງ​ກັນ ລະຫວ່າງ​ແຜນ​ກະຕຸກ​ຊຸກຍູ້​ເສດຖະກິດ​ ຈໍານວນ 787 ພັນ​ລ້ານ​ໂດ​ລາ ​ທີ່​ລັດຖະສະພາອະນຸມັດ​ໃນ​ປີ 2009 ​ແລະບາດກ້າວ​ອື່ນໆ​ອີກ​ທີ່​ປະທານາ ທິບໍດີ​ໂອ​ບາ​ມາ​ໄດ້​ຈັດ​ຕັ້ງປະຕິບັດ ​ເພື່ອ​ກະຕຸກ​ຊຸກຍູ້​ໃຫ້ເສດຖະກິດ​ຟື້ນ​ຕົວ​ຄືນ​ຢ່າງ​ໄວ​ນັ້ນ​.

ລາຍ​ງານ​ເວົ້າວ່າ​ ເສດຖະກິດ​ໄດ້​ຂະຫຍາຍຕົວ​ເປັນ​ເວລາ​ສອງ​ປີ​ເຄິ່ງ ​ແຕ່​ກໍ ​ເວົ້າຕື່ມ​ວ່າ​ ອັດຕາ​ການ​ເຕີບ​ໂຕຂອງ​ເສດຖະກິດ​ແລະ​ໜ້າ​ວຽກ​ຍັງ​ບໍ່​ໄວ​ເທົ່າ​ທີ່​ຄວນ ຍ້ອນ​ຂຸມເລິກ​ທີ່​ເກີດ​ຂຶ້ນຈາກ​ວິ​ກິດ​ການ​ການ​ເງິນ​ທີ່​ເລິ່ມຕົ້ນ​ຂຶ້ນ​ໃນ​ປີ 2007.

ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ຄອບຄົວ​ຊາວ​ອາ​ເມຣິກັນ ​ແລະພວກ​ກຸ່ມ​ຊົນ​ຊັ້ນ​ກາງ​ໂດຍ​ສະ​ເພາະ​ ​ແມ່ນມີ​ລາຍ​ໄດ້​ທີ່​ບໍ່​ຂະຫຍາຍ​ໂຕ ​ແລະ​ຕ້ອງໄດ້​ກູ້ຢືມ​ເງິນ​ມາໃຊ້​ໃນການ​ອຸບປະ​ໂພ​ກບໍລິ​ໂພ​ກ ​ແລະ​ຊື້​ບ້ານ​ເຮືອນ ​ທີ່ໃນ​ເວລາຕໍ່ມາ​ ມີ​ລາຄາຕົກ​ຕໍ່າລົງ​. ​ແລະບັດ​ນີ້​ ພວກ​ຄອບຄົວ​ທັງຫລາຍ​ຕ້ອງ​ໄດ້ພາກັນ​ໃຊ້​ໜີ້​ຄືນ​ ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ເງິນ​ຈັບ​ຈ່າ​ຍຊື່​ສິ່ງ​ຂອງ ​ ຊຶ່ງ​ເປັນ​ການ​ຖ່ວງ​ດຶງ ການເຕີບ​ໂຕ​ຂອງເສດຖະກິດ.

ພວກພາກສ່ວນຕ່າງໆ​ທີ່​ຍັງ​ລ້າ​ຫຼັງບໍ່​ກ້າວໜ້າ ​ກໍມີໂຮມ​ທັງ​ການກໍ່​ສ້າງບ້ານ​ເຮືອນ ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ການ​ກໍ່ສ້າງຫລາຍ​ເກີນໄປໂດຍ​ອຸດສາຫະກໍາດັ່ງກ່າວ​. ລາຍ​ງານເວົ້າອີກ​ວ່າ ນອກ​ນັ້ນ​ແລ້ວ ລັດຖະບານ​ທ້ອງ​ຖິ່ນ​ຊໍ້າໄດ້​ຕັດ​ການ​ໃຊ້ຈ່າຍ​ລົງ​ ແລະ​ປົດພວກ​ຄົນ​ງານອອກ​ເປັນ​ຈໍານວນ​ຫລວງຫລາຍ.

ທ່ານ Alan Krueger ຫົວໜ້າ​ພວກ​ນັກ​ເສດຖະສາດ​ຂອງ​ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ເສດຖະກິດ​ໄດ້​ສູນ​ເສຍໜ້າ​ວຽກ​ໄປຫລາຍ​ກວ່າ 700,000 ​ວຽກຕໍ່ເດືອນ ​ໃນ​ເວລາທີ່ປະທານາທິບໍດີ​ໂອບາ​ມາ​ເຂົ້າມາ​ບໍລິຫານ​ປະ​ນັ້ນ ​ແຕ່​ສະພາບ​ການ​ຂອງເສດຖະກິດກໍ​ໄດ້ແຈ່ມ​ໃສ​ຂຶ້ນມາ​ແດ່ ​ແລ້ວ ຍ້ອນ​ການ​ຂະຫຍາຍຂອງ​ເສດຖະກິດ​ເປັນ​ເວລາ 10 ​ໄຕ​ມາດ​ລຽນ ຕິດ ຫລື​ສອງ​ປີ​ເຄິ່ງນັ້ນ​ເອງ.

ທ່ານ Krueger ​ເວົ້າວ່າ: “ຜົນ​ຜະລິດ​ລວມພາຍ​ໃນ​ປະ​ເທດ ຫລື​ຈີ​ດີ​ພີ ​ໄດ້​ເຕີບ​ໂຕຂຶ້ນ 10 ​ໄຕມາດ​ລຽນ​ຕິດ. ​ສະພາວະເສດຖະກິດຖົດຖອຍ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນກາງ​ປີ 2009. ການ​ເຕີບ​ໂຕ​ຂອງໜ້າ​ວຽກກໍແມ່ນ​ໄວ​ຂຶ້ນກວ່າ​ ໃນ​ການຟື້ນ​ຕົວ​ຄືນ​ສອງ​ຄັ້ງ​ຜ່ານ​ມາ. ການ​ຟື້ນ​ຕົວ​ຄືນ​ຂອງເສດຖະກິດໃນສອງ​ຄັ້ງ​ຜ່ານ​ມາ​ນັ້ນ​ ເອີ້ນ​ວ່າ​ເປັນ​ການ​ຟື້ນ​ໂຕ​ຄືນ​ທີ່​ປາດ​ສະ​ຈາກວຽກ​ເຮັດ​ງານ​ທໍາ ​ເນຶ່ອງຈາກ​ວ່າມັນ​ໃຊ້​ເວລາ​ດົນ​ນານ​ເກີນ​ໄປ ຫລັງ​ຈາກສະພາວະ​ເສດ​ຖະກິດ​ຖົດຖອຍສິ້ນ​ສຸດ​ລົງ​ແລ້ວ ການ​ເຕີບ​ໂຕ​ດ້ານໜ້າ​ວຽກ​ຈຶ່ງ​ເລິ່ມມີຂຶ້ນມາ.”

ລາຍ​ງານ​ໄດ້​ຊີ້​ໃສ່​ການ​ເຕີບ​ໂຕຂອງວຽກ​ເຮັດ​ງານ​ທໍາ ຢູ່​ໃນ​ພາກສ່ວນ​ເອກະ​ຊົນ​ໃນ​ແຕ່ລະ​ເດືອນ​ຂອງ​ໄລຍະ 23 ​ເດືອນ​ຜ່ານ​ມາ ຊຶ່ງ​ມີ​ການ​ສ້າງວຽກ ເພີ່ມ​ຂຶ້ນ 3.7 ໜ້າ​ວຽກ​ ນັບ​ຕັ້ງ
ແຕ່​ເດືອນ​ກຸມພາ ປີ 2010 ​ເປັນ​ຕົ້ນ​ມາ. ​ແລະ​ລາຍ​ງານ​ຄາດ​ການ​ວ່າ ​ເສດຖະກິດ​ຈະ​ເພີ່ມ​ໜ້າ​ວຽກ​ຂຶ້ນອີກ​ປະມານ​ສອງ​ລ້ານ​ວຽກ​ ໃນ​ປີ 2012 ນີ້.

ແຕ່​ລາຍ​ງານບໍ່ໄດ້ໃຫ້ການ​ຄາດ​ຄະ​ເນ​ຢ່າງສະ​ເພາະ​ເຈາະ​ຈົງ ວ່າ​ການ​ຫວ່າງ​ງານ​ຈະ​ມີອັດຕາ​ໂດຍ​ສະ​ເລ່ຍເທົ່າ​ໃດ​ໃນ​ປີ​ນີ້ ​ໂດຍບອກ​ແຕ່​ພຽງ​ໂຕເລກຂອງ ການ​ຄາດ​ຄະ​ເນເມື່ອເດືອນ​ພະຈິກ​ຜ່ານ​ມາ ຄື 8.9 ​ເປີ​ເຊັນ​ເທົ່າ​ນັ້ນ. ຕົວ​ເລກແທ້ໆ​ຂອງການຫ​ວ່າງ​ງານ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ແມ່ນ 8.3%.

ລາຍ​ງານ​ເວົ້າ​ເຖິງຄວາມ​ຈໍາ​ເປັນໃນການ​ “​ຟື້ນ​ຕົວ​ຄືນ ສ້າງ​ຄວາມ​ສົມດຸນ ​ຄືນ​ໃໝ່ ແລະ​ສ້າງສາ​ຄືນ​ໃໝ່” ​ໂດຍ​ກ່າວ​ວ່າ ບັນຫາ​ຫລາຍ​ຢ່າງ​ແມ່ນ​ມີ​ສາ​ເຫດ​ມາຈາກ​ການ​ເຕີບ​ໂຕ​ຢ່າງຊ້າ​ໆຂອງ ລາຍ​ໄດ້​ສໍາລັບ​ພວກ​ຄົນ​ງານຊົນ​ຊັ້ນ​ກາງ ​ແລະ​ກ່າວເຖິງ​ການ​ລຸດນ້ອຍ​ຖອຍລົງ​ຂອງ​ພວກ​ຊົນ​ຊັ້ນ​ກາງ​ນັ້ນ ວ່າ​ເປັນ​ທ່າ​ອຽງ​ທີ່​ໜ້າ​ຮ້ອນໃຈ.

ລາຍ​ງານ​ປະຕິ​ເສດ​ຕໍ່ການຢືນຢັນ​ຂອງ​ພັກ​ຣີພັບ​ບລິ​ກັນ ທີ່​ວ່າ​ບັນຫາ​ຂອງປະ​ເທດ​ຊາດແມ່ນ​ເປັນ​ຍ້ອນຄວາມ​ບໍ່​ແນ່ນອນ ​ກ່ຽວ​ກັບ​ນະ​ໂຍບາຍ​ດ້ານ​ເສດ​ຖະກິດ ພາສີ ຫລື​ກົດ​ບັງຄັບ​ຕ່າງໆ ​ແລະ​ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ປະທາ ນາທິບໍດີ​ໂອ​ບາ​ມາ​ໄດ້​ເອີ້ນການ​ຜິດ​ຖຽງ​ກັນ​ດ້ານ​ການ​ເມືອງ​ຢູ່ໃນ​ສະຫະລັດ ກ່ຽວ​ກັບນະ​ໂຍບາຍ​ງົບປະມານ​ນັ້ນ ວ່າ​ເປັນ​ການ​ສ້າງ​ບາດ​ແຜ​ໃຫ້​ຕົນ​ເອງ​.

ເວລາ​ລາຍ​ງານ​ດັ່ງກ່າ​ວຖືກ​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ສຸກ​ ທີ 17 ກຸມພາ​ຜ່ານ​ມາ​ນັ້ນ ພວກ​ພັກ​ຣີພັບ​ບລິ​ກັນ​ໃນ​ສະພາ​ຄອງ​ແກຣສກໍຍັງ​ສືບ​ຕໍ່​ໂຈມ​ຕີ​ນະ​ໂຍບາຍ​ເສດຖະກິດ​ຂອງ​ປະທານາທິ ບໍດີ​ໂອ​ບາ​ມາ​ນັ້ນ​ຢູ່​ຢ່າງ​ບໍ່​ລົດ​ລະ ​ເຖິງ​ແມ່ນ ສະພາ​ຄອງ​ແກຣສ​ໄດ້​ອະນຸມັດ​ແລະ​ກໍໄດ້​ສົ່ງ​ໄປ​ໃຫ້​ປະທານາທິບໍດີ​ເຊັນເປັນ​ກົດໝາຍ​ແລ້ວ ​ຮ່າງ​ຍັດຕິປານີ​ປານ​ອມກັນ ທີ່​ຕໍ່​ອາຍຸ​ການ​ຕັດ​ພາສີ​ເງິນ​ເດືອນ​ຂອງ​ລັດຖະກອນ ໄປ​ຈົນ​ເຖິງ​ທ້າຍ​ປີ 2012 ນັ້ນ​ ກໍ​ຕາມ.

ເຖິງ​ແມ່ນ​ຕົວ​ເລກ​ຂອງ​ໜ້າ​ວຽກ​ເມື່ອ​ໝໍ່ໆ​ມາ​ນີ້​ ເປັນຕົວ​ເລກ​ໃນ​ທາງ​ບວກ ​ແລະລາຍ​ງານ​ຕ່າງໆ​ກ່ຽວ​ກັບ​ເສດຖະກິດ​ກໍ​ເປັນ​ລາຍ​ງານ​ທີ່ແຈ່ມ​ໃສໂດຍ​ ທົ່ວ​ໄປ​ໃນ​ໄລຍະ​ສອງ​ສາມອາທິດ​ຜ່ານມານີ້​ກໍ​ຕາມ ທ່ານ​ຈອນ ​ເບ​ນ​ເນີ ປະທານ​ສະພາ​ຕໍ່າ​ສະຫະລັດ​ກ່າວ​ວ່າ​ ນະ​ໂຍບາຍ​ເສດຖະກິດ​ຂອງ​ທ່ານ​ໂອ​ບາ​ມາ​ ແມ່ນ​ບໍ່​ໄດ້ຜົນ​ແລ້ວ.

ເບິ່ງວີດີໂອລາຍງານ ກ່ຽວກັບເສດຖະກິດສະຫະລັດ ກໍາລັງດີຂຶ້ນ:

XS
SM
MD
LG