ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທັງ ປ. ໂອບາມາ ແລະ ທ່ານມິດ ຣອມນີ ຕ່າງກໍສຸມ ການໂຄສະນາຫາສຽງ ໃສ່ແຜນການກູ້ ເສດຖະກິດຂອງຕົນ (ວີໂອໂອ)


ປະທານາທິບໍດີສະະລັດ ທ່ານ ບາຣັກ ໂອບາມາ ຂະນະກ່າວເລຶ່ອງເສດຖະກິດສະຫະລັດ
ປະທານາທິບໍດີສະະລັດ ທ່ານ ບາຣັກ ໂອບາມາ ຂະນະກ່າວເລຶ່ອງເສດຖະກິດສະຫະລັດ

ປະທານາທິບໍດີ ​ບາຣັກ​ ໂອ​ບາ​ມາ ​ແລະທ່ານ ມິດ ຣອມນີ ​ທີ່​ຄາດ​ກັນ​ວ່າ​ຈະ​ເປັນຜູ້​ສະໝັກ​ແຂ່ງກັບທ່ານ​ໂອ​ບາ​ມາ ຈາກ​ພັກຣີພັບ​ບລິ​ກັນ​ ໃນ​ການ​ເລືອກຕັ້ງປະທານາທິບໍດີສະຫະລັດ ໃນປີ​ນີ້ ​ໄດ້​ໄປ​ໂຄສະນາ​ຫາ​ສຽງ ເມື່ອ​ວັນ​ພະຫັດ​ອາທິດແລ້ວ​ນີ້ ຢູ່​ທີ່​ລັດ​ໂອ​​ໄຮ​ໂອ ອັນ​ເປັນ​ລັດ ​ທີ່​ສໍາຄັນ​ລັດ​ນຶ່ງ ​​ແລະ​ທັງ​ສອງ​ທ່ານຕ່າງ​ກໍໄດ້​ສະ​ເໜີ​ວິ​ໄສທັດສະນະຂອງ​ຕົນ ກ່ຽວ​ກັບວິທີ​ການ​ແກ້​ໄຂ​ບັນຫາ​ເສດຖະກິດ​ຂອງສະຫະລັດ. ​ເສດຖະກິດ​ເປັນບັນຫາ​ສໍາຄັນ​ໃນ​ການ​ໂຄສະ​ຫາ​ສຽງ​​ເລືອກ​ຕັ້ງ​ປີ​ນີ້ ​ແລະ​ກໍ​ມີ​ຮ່ອງຮອຍໃໝ່ໆ​ທີ່ປາກົດໃຫ້ເຫັນ​ ທີ່​ສະ​ແດງ​ວ່າ​ເສດຖະກິດກໍາລັງ​ຟື້ນ​ຕົວ​​ຄືນ​ຢ່າງ​ຊ້າໆ. ແຕ່ດັ່ງ​ທີ່ ຜູ້ສື່​ຂ່າວ​ວີ​ໂອ​ເອ​ Jim Malone ລາຍ​ງານ​ມາຈາກ​ວໍ​ຊິງ​ຕັນ​ນັ້ນ​ ກໍ​ແມ່ນວ່າ ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ພາກັນ​ອິດ​ເມື່ອຍ​ຂຶ້ນທຸກ​ມື້ ນໍາ​ຄາລົມ​ຄົມ​ຄາຍທີ່​ມີ​ແຕ່ເວົ້າ​ເທົ່າ​ນັ້ນ ​ແລະຢາກ​​​ເຫັນ​ການ​ປະຕິບັດ​​ການ​ຫລາຍ​ກ່ວາ. ທອງ​ປານ ມີ​ລາຍລະອຽດມາສະ​ເໜີ ທ່ານ.

ການ​ເພ່ງ​ເລັງ​ໃສ່​ດ້ານ​ເສດຖະກິດ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ​ແມ່ນ​ມີ​ຂຶ້ນ ​ໃນ​ລະຫວ່າງ​ການ​ກ່າວ​ຄໍາ​ປາ​ໄສ​ ທີ່​ມະຫາວິທະຍາ​ໄລຊຸມ​ຊົນ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ທີ່​ເມືອງ Cleveland ລັດ​ໂອ​ໄຮ​ໂອ ຊຶ່ງ​ເປັນ​ລັດນຶ່ງ​ໃນ​ຫຼາຍ​ໆ​ລັດທີ່​ເປັນ ບ່ອນ​ໂຄສະນາ​ຫາ​ສຽງ​ຕໍ່ສູ້​ກັນ​ຢ່າງ​ດຸ​ເດືອດ ​ທີ່​ຈະ​ຕັດສິນ​ວ່າ​ຜູ້​ໃດ​ຈະ​ເປັນຜູ້​ຊະນະ​ໃນ​ການເລືອກ​ຕັ້ງ​ເດືອນ​ພະຈິກ​ປີ​ນີ້.

ທ່ານ​ໂອ​ບາ​ມາ ​ໄດ້ປ້ອງ​ກັນປະຫວັດ​ຜົນງານ​ດ້ານ​ເສດຖະກິດ​ຂອງ​ທ່ານ​ເອງ ​ແລະ​ໄດ້​ເຕືອນ​ເຖິງ​ຜົນ​ສະທ້ອນ​ທີ່​ຈະຕາມ​ມາ​ຖ້າ​ຫາກ​ພັກຣີພັບ​ບລິ​ກັນຊະນະການ​ເລືອກ​ຕັ້ງໃນເດືອນພະຈິກ​ນີ້.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ: “ພວກ​ເຮົາ​ຈະເຮັດ​ໃຫ້ອະນາຄົດ​ຂອງພວກ​ເຮົາເສຍ​ຫາຍ​ບໍ່ໄດ້ ​ໂດຍ​ການ​ເຮັດ​ຄືນອີກ​ຊໍ້າ​ສອງ​ ຄວາມຜິດ​ຂອງ​ອະດີດ​ຜ່ານ​ມາ. ບໍ່ ບໍ່​ແມ່ນດຽວນີ້ ບໍ່​ແມ່ນໃນເວລາ​ທີ່ມີ​ເດີມ​ພັນ​ກັນ​ຫຼາຍ​ທີ່​ສຸດ​ນັ້ນ.”

ຢູ່​ໃນ​ອີກ​ແຫ່​ງນຶ່ງຂອງ​ລັດໂອ​ໄຮ​ໂອ ຄື​ທີ່ເມືອງ Cincinnati ທ່ານ ມິດ ຣອມນີ ສັງກັດພັກຣີພັບ​ບລິ​ກັນ ທີ່​ຄາດ​ກັນວ່າ​ຈະ​ເປັນ​ຜູ້ສະໝັກ​ເລືອກ​ຕັ້ງແຂ່ງ​ກັບປະທານາທິບໍດີ​ໂອ​ບາມານັ້ນ​ ກໍ​ໄດ້​ສະ​ເໜີ​ແຜນການ​ຂອງ​ທ່ານ​ເອງ ​ແລະ​ກ່າວ​ໂຈມ​ຕີ​ປະຫວັດ​ຜົນງານຂອງ​ທ່ານ​ໂອ​ບາ​ມາ ກ່ຽວ​ກັບ​ການ​ສ້າງ​ໜ້າ​ວຽກ ​ແລະ​ໜີ້​ສິນ ຊຶ່ງ​ທ່ານ​ກ່າວ​ວ່າ:

“ທ່ານຢາກ​ໄດ້ຜົນ​ງານ​ແບບ​ນັ້ນ​ຕື່ມ​ອີກ​ສີ່​ປີ​ຫວະ? ທ່ານ​ເອີ້ນ​ວ່າ ມັນ​ເປັນ​ການ​ເດີນ​ໜ້າ​ຫວະ? ​ເດີນ​ໜ້າ​ໄປ​ຕົກ​ເຫວ​ນັ້ນ​ຕີ໊​. ນັ້ນ​ຄື​ການ​ເດີນ​ໜ້າ​ໄປ​ຍັງ​ປະ​ເທດ​ກຣີສຫຼາຍ​ກວ່າ. ຂ້າພະເຈົ້າບໍ່​ຕ້ອງການ​ແບບ​ນັ້ນ. ຂ້າພະ​ເຈົ້າຈະ​ ນໍາ​ເອົາ​ອາ​ເມຣິກາ ກັບ​ຄືນເຂົ້າມາ​ຢູ່ໃນ​ເສັ້ນທາງແຫ່ງ​ການ​ມີ​ງົບປະມານ​ທີ່​ສົມ​ດຸນ​ໃຫ້​ໄດ້​ໃນ​ທີ່​ສຸດ ​ແລະພວກ​ເຮົາ​ຈະ​ລົດ​ຂະໜາດ​
ຂອງ​ລັດຖະບານ​ໃຫ້​ນ້ອຍ​ລົງກວ່າ​ເກົ່າ.”

​ທີ່ນະຄອນ Los Angeles ລັດ​ແຄ​ລິ​ຟໍ​ເນຍ ນາຍ Andre Henry ທີ່ຕົກ​ງານ ບໍ່​ມີ​ວຽກ​ເຮັດ ​ແລະ​ເສຍ​ເຮືອນ​ໄປ​ ​ຕ້ອງອາໄສ​ຢູ່​ໃນ​ລົດ​ຕູ້​ຂອງລາວ ​ແລະ​ບໍ່​ມີ​ເວລາ​ສົນໃຈນໍາເລື່ອງການເມືອງ. ລາວກ່າວ​ວ່າ ທ່ານ​ໂອ​ບາ​ມາ​ວ່າ ຈະ​ແກ້​ໄຂ​ບັນຫາ​ເສດຖະກິດ​ໃຫ້​ໄດ້​ພາຍ​ໃນ​ສອງ​ປີ ​ແຕ່ວ່າ​ມັນ​ດົນ​ເຕີບ​ແລ້ວ.

ນາຍ ​ເຮັນຣີ ປະ​ທັງ​ຊີວິດ​ຢູ່​ລອດດ້ວຍ​ການ​ເຮັດ​ວຽກ​ສ້ອມ​ແປງ​ເລັກໆ​ນ້ອຍໆ​ໃຫ້​ແກ່ເພື່ອນ​ບ້ານ ນາຍ​ເຮັນຣີ ​ເວົ້າ​ວ່າ:

“ມັນ​ຄ້າຍ​ກັບ​ວ່າ​ເປັນ​ຄົນ​ໝົດ​ຕົວເນາະ ບໍ່​ມີ​ລາຍ​ໄດ້. ​ເຮົາ​ມີ​ລາຍ​ຈ່າຍ ມີໜີ້​ຕ້ອງ​ຊໍາລະ
​ແລະກໍ​ບໍ່​ມີ​ເງິນ​ຊໍາລະ​ໜີ້ ຈັ່ງ​ແມ່ນ​ວຸ້ນວາຍສັບສົນ​ແທ້ໆ. ດຽວ​ນີ້​ ຂ້ອຍ​ຕ້ອງ​ໄດ້​ຊຸກ​ຫົວ
​ນອນຢູ່ໃນລົດ​ຕູ້​ຂ້ອຍ ​ເພາະ​ບໍ່​ສາມາດ​ຈະ​ຮັກສາເຮືອນ​ໄວ້​ໄດ້ ຍ້ອນ​ວ່າ​ຕົກ​ງານ. ບໍ່​ມີ
ໃຜ​ໃຊ້​ຈ່າຍເງິນ​ເລີຍດຽວ​ນີ້ ​ເພາະວ່າ​ເສດຖະກິດ​ຝືດ​ເຄືອງ​ຫລາຍ.”

ວີດີໂອລາຍງານພາສາອັງກິດ:

John Fortier ນັກວິ​ເຄາະ​ການ​ເມືອງ​ກ່າວ​ວ່າ ການ​ບໍລິຫານ​ເສດຖະກິດ​ຂອງ​ປະທານາທິບໍດີ ຄືບັນຫາ​ແກນກາງ​ຂອງ​ການໂຄສະນາ​ຫາ​ສຽງເລືອກ​ຕັ້ງປີ​ນີ້. ທ່ານ ຟໍ​ເຈຍ ​ກ່າວ​ວ່າ:

“ທ່ານ​ໂອ​ບາ​ມາໄດ້​ຮັບຄະ​ແນນ​ນິຍົມໃນ​ລະດັບ​ປານ​ກາງ ຈາກປະຊາຊົນທີ່​ເຫັນ​ດີ​
ນໍາການ​ບໍລິຫານ​ງານ​ຂອງ​ທ່ານ ຄືຢູ່​ໃນ​ລະຫວ່າງ 47 ​ເປີ​ເຊັນ ຫຼື​ປະມານ​ນັ້ນ ຊຶ່ງ
​ເບິ່ງ​ຄື​ວ່າ​ມັນ​ຈະເປັນການ​ເລືອກ​ຕັ້ງ​ທີ່​ສູ​ສີ​ກັນ ​ແລະ​ຖ້າ​ຫາກ​ວ່າ ເສດຖະກິດ​ຍັງຢູ່​
ໃນສະພາບ​ຝືດ​ເຄືອງ​ຢ່າງ​ໜັກ ດັ່ງ​ທີ່​ເປັນ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້​ແລ້ວ ຂ້າພະ​ເຈົ້າຄິດ​ວ່າ​
ຈະ​ເປັນ​ການ​ເລືອກ​ຕັ້ງ​ທີ່​ສູ​ສີ​ກັນ​ທີ່​ສຸດ​.”

​ໃນ​ລະຫວ່າງ​ນີ້ ​ໄປ​ຫາ​ເດືອນ​ພະຈິກ ທັງ​ປະທານາທິບໍດີ​ໂອ​ບາ​ມາ ​ແລະ ທ່ານ ມິດ ຣອມນີ ຕ່າງ​ກໍຈະພະຍາຍາມ​ເກ້​ຍກ່ອມ​ພວກ​ປ່ອນ​ບັດ​ທີ່​ຍັງມີ​ຄວາມ​ແຄງ​ໃຈ​ສົງໄສ​ທັງຫຼາຍ ​ໃຫ້​ເຂົ້າ​ໃຈ​ວ່າ ພວກ​ທ່ານກໍຮູ້ສຶກ​ເຫັນ​ໃຈນໍາ ຄວາມ​ເດືອດຮ້ອນ​ທາງ​ເສດຖະກິດ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ
ກໍ​ມີ​ແຜນການ​ກອບກູ້ເສດຖະກິດ​ທີ່​ດີ​ທີ່​ສຸດ. ​ແຕ່​ນາຍ Andre Henry ​ກ່າວວ່າ

“ມັນ​ບໍ່ແມ່ນສິ່ງ​ທີ່​ເພີ່ນ​ເວົ້າ ​ແຕ່ມັນ​ຢູ່​ທີ່ວ່າ ​ເພີ່ມ​ຈະ​ປະຕິບັດ​ໃນ​ສິ່ງ​ທີ່ເພິ່ນເວົ້າ​ຫລື​ບໍ່?
ເພີ່ນຈະ​ເຮັດ​ຕາມ​ທີ່​ເວົ້າ​ໄປຫລື​ບໍ່ ຊຶ່ງສ່ວນ​ຫຼາຍ​ແລ້ວ​ ພວກ​ເພິ່ນ​ແມ່ນບໍ່​ເຮັດ​ຕາມ​ທີ່
ເວົ້າ​ໄປ. ສໍາລັບ​ຂ້ອຍ​ແລ້ວ ການ​ເປັນ​ປະທານາທິບໍດີ ມັນ​ເປັນ​ຕໍາ​ແໜ່​ງທີ່​ເຮົາ​ຕ້ອງ
​ດູ​ແລ​ເບິ່ງແຍງສຸກ​ທຸກຂອງປະຊາຊົນ​ອາ​ເມຣິກັນ​ທັງ​ໝົດ.”

​ເວົ້າ​ແລ້ວ ນາຍເຮັນຣີ ກໍ​ອອກ​ໄປຊອກ​ເຮັດ​ວຽກເລັກໆ​ນ້ອຍໆ ​ແລະ​ປະ​ເຊີນ​ກັບອະນາຄົດ
​ທີ່​ບໍ່ແນ່ນອນ.

XS
SM
MD
LG