ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ໃຫ້ຄຳໝັ້ນສັນຍາ ທີ່ຈະຍົກເອົາບັນຫາ ສິດທິມະນຸດ ຂຶ້ນມາໂອ້ລົມ ຢູ່ຄິວບາ


ສະຕີ​ໃນ​ຊຸດ​ຂາວ ​​ແມ່ນ​ກຸ່ມທີ່ີ​ປະກອບ​ດ້ວຍບັນດາ​ພັນ​ລະ​ຍາ ​ແລະ​ລູກ​ເຕົ້າ​ຂອງ​ພວກ​ນັກ​ໂທດການເມືອງ​ຄິວ​ບາ ທີ່​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຕໍ່​ການ​​ປ່ຽນ​ແປງນະ​ໂຍບາຍ​ຂອງ
ປະທານາທິບໍ​ດີ​.
ສະຕີ​ໃນ​ຊຸດ​ຂາວ ​​ແມ່ນ​ກຸ່ມທີ່ີ​ປະກອບ​ດ້ວຍບັນດາ​ພັນ​ລະ​ຍາ ​ແລະ​ລູກ​ເຕົ້າ​ຂອງ​ພວກ​ນັກ​ໂທດການເມືອງ​ຄິວ​ບາ ທີ່​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຕໍ່​ການ​​ປ່ຽນ​ແປງນະ​ໂຍບາຍ​ຂອງ ປະທານາທິບໍ​ດີ​.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຫ້​ຄຳ​
ໝັ້ນ​ສັນ​ຍາ​ ຢູ່​ໃນ​ໜັງສື​ໄປ​ຫາກຸ່ມ​ຄັດຄ້ານ​ລັດຖະບານທີ່​ສຳຄັນ
ຄືສະຕີ​ໃນ​ຊຸດ​ຂາວ ທີ່​ທ່ານ​ຈະ​ຍົກ​ເອົາບັນ​ຫາ​ດ້ານ​ສິດທິ​ມະນຸດ
ຂຶ້ນມາ​ໂອ້​ລົມກັບ​ປະທາ​ນາ​ທິບໍດີ Raul Castro ​ໃນລະຫວ່າງ
ການ​ຢ້ຽມຢາມປະ​ເທດເກາະດອນ​ດັ່ງກ່າວ ໃນ​ທ້າຍ​ເດືອນ​ນີ້.

ປະທານາທິບໍ​ດີ Obama ກ່າວ​ວ່າ ທ່ານ​ເຂົ້າ​ໃຈ​ເຖິງ​ການ​ດິ້ນ
ລົນ​ຂອງກຸ່ມ​ສະຕີ​ໃນ​ຊຸດ​ຂາວ ​ແຕ່ໄດ້ກ່າວ​ປ້ອງ​ກັນ​ນະ​ໂຍບາຍ
​ຂອງ​ທ່ານ ​ໃນການ​ເປີດ​ຄວາມ​ສຳ ພັນ​ຂັ້ນ​ປົກກະຕິ​ກັບ​ຄິວ​ບາ.

ປະທານາທິບໍດີ ຄິວບາ ທ່ານ Raul Castro, ຊ້າຍ, ແລະ ປະທານາທິດີ ສະຫະລັດ ທ່ານ Barack Obama, ຂວາ.
ປະທານາທິບໍດີ ຄິວບາ ທ່ານ Raul Castro, ຊ້າຍ, ແລະ ປະທານາທິດີ ສະຫະລັດ ທ່ານ Barack Obama, ຂວາ.

ສະຕີ​ໃນ​ຊຸດ​ຂາວ ແມ່ນ​ກຸ່ມທີ່ີ​ປະກອບ​ດ້ວຍບັນດາ​ພັນ​ລະ​ຍາ ​ແລະ​ລູກ​ເຕົ້າ​ຂອງ​ພວກ​ນັກ​
ໂທດການເມືອງ​ຄິວ​ບາ ທີ່​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຕໍ່​ການປ່ຽນ​ແປງນະ​ໂຍບາຍ​ຂອງ
ປະທານາທິບໍ​ດີ​.

ທຸງສະຫະລັດ ປີວສະບັດຢູ່ ສະຖານທູດ ແຄມທະເລ ຖະໜົນ Malecon ໃນ Cuba.
ທຸງສະຫະລັດ ປີວສະບັດຢູ່ ສະຖານທູດ ແຄມທະເລ ຖະໜົນ Malecon ໃນ Cuba.

ກຸ່ມ​ດັ່ງກ່າວ ກ່າວ​ວ່າ ລະບອບປົກຄອງ Castro ຍັງ​ສືບ​ຕໍ່​ກົດ​ຂີ່​ພວກ​ຕໍ່ຕ້ານ​ລັດ ​ຖະບານ
​ແລະ​ສືບ​ຕໍ່​ການ​ຜູກຂາດ​ດ້ານ​ສື່​ມວນ​ຊົນ. ​ເຂົາ​ເຈົ້າ​ຍັງ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ປາບ
​ປາມຫລາຍ​ຂື້ນ ນັບ​ແຕ່​ສອງ​ປະ​ເທ​ດ​ໄດ້​ປະກາດ​ແຜນການ​ສ້າງຕັ້ງຄວາມສຳພັນແບບ​
ປົ​ກກະຕິ​ໃນ​ເດືອນ​ທັນວາ ປີ 2014.

ແຜນທີ ເກະຄິວບາ
ແຜນທີ ເກະຄິວບາ

ປະທານ​າທິບໍດີ Obama ຂຽນ​ເປັນ​ພາສາ​ອັງກິດ​ວ່າ “ພວກ​ເຮົາ​ຖືກ​ເອົາຄວາມ​ເປັນ​ຫ່ວງ
​ທີ່​ພວກ​ທ່ານ​ຍົກ​ຂື້ນ​ມາຢ່າງ​ຈິງ​ຈັງ.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າຈະ​ຍົກ​ເອົາ​ບັນຫາ​ເຫລົ່າ​ນີ້ ຂຶ້ນມາ​ໂອ້​ລົມໂດຍ​ກົງ ກັບ ປະທາ
ນາທິບໍດີ Castro ​ໂດຍ​ໄດ້​ກ່າວ​ຍ້ອງ​ຍໍ​ບັນດາ​ສະຕີກຸ່ມ​ນີ້ວ່າ “​ເປັນ​ແຮງ​ກະ​ຕຸ້ນ​ຕໍ່ຂະ​ບວນ
​ການ​ເຄື່ອນ​ໄຫວ​ເພື່ອ​ສິດທິມະນຸດ​ຢູ່​ໃນ​ທົ່ວ​ໂລກ.”

XS
SM
MD
LG