ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ປ. ໂອບາມາ ແລະ ບັນດາສະມາຊິກພັກ ເດໂມແຄຣັດ ຫາທາງຮັກສາໄວ້ ໂອບາມາແຄລ


ໜ້າຫລັກຂອງເວັບໄຊ HealthCare.gov ປີ 2017 ແມ່ນສາມາດເຫັນໄດ້ ໃນຈໍຄອມພິດເຕີ້ laptop ຢູ່ທີ່ນະຄອນ ວໍຊິງຕັນ.

ປະທານາທິບໍດີ Barack Obama ຈະ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ
ຢູ່​ສະພາ​ໃນ​ວັນ​ພຸດ​ອາທິດ​ໜ້າ​ນີ້ ​ເພື່ອ​ສົນທະ​ນາ​ສ່ອງ​ທາງ​ປ້ອງ​ກັນ​ກົດໝາຍ​ປະກັນ​ໄພ​ສຸຂະພາບ​ຂອງ​ທ່ານ ອັນ​ທີ່​ພັກຣີພັບ​ບລິ​ກັນ​ໄດ້​ຂົ່ມຂູ່​ທີ່​ຈະ​ລົບ​ລ້າງ.

ປະທານາທິບໍ​ດີ ​ແລະ​ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ຫວັງ​ວ່າ​ຈະວາງ​ຍຸດ​ທະ​ສາດ
​ໃຫ້​ລ້າ​ຊ້າ​ແກ່​ພັກ​ຣີພັບ​ບລິ​ກັນ ທີ່​ຄວບຄຸມສະພາ​ຕໍ່າ ​ແລະ​ສະພາ​ສູງ ຈາ​ກ ການ​ລົບ​ລ້າງ ສ່ວນ​ໃຫຍ່​ ຂອງ​ກົດໝາຍປະກັນ​ໄພ​ ສຸຂະພາບ​ ທີ່​ຈ່າຍ​ໄດ້ ປາດ​ສະ​ຈາກ​ການສັບ​ປ່ຽນ​ແຜນ​ໃໝ່.

ສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ ຢູ່​ລັດຖະສະພາ ​ໄດ້​ລົງ​ຄະ​ແນນ​ສຽງ​ຫລາຍ​ຄັ້ງ​ເພື່ອ ​ລົບ​ລ້າງ​
ທັງ​ໝົດ ຫລື​ພາກສ່ວນ​ກົດໝາຍ ທີ່​ບໍ່​ໄດ້​ພິຈາລະນາ​ຈາກ​ສະພາ​ສູງ.

​ໃນ​ຂະນະ​ທີ່ ການ​ໂຄສະນາ​ຫາ​ສຽງ ຂອງປະທານາທິບໍດີ ​ທີ່​ຖືກເລືອກ​ໃໝ່ ທ່ານ Donald Trump ​ໄດ້​ປະກາດ​ທີ​ຈະ​ສຸກ​ຍູ້ໃຫ້ລົບ​ລ້າງ​ກົດໝາຍ ​ແລະ​ພັກຣີພັບ​ບລິ​ກັນ​ໄດ້​ເນັ້ນ​ໜັກ ​ວ່າ ຮ່າງ​ກົດໝາຍ​ທຳ​ອິດ​ໃນ​ປີ 2017 ຈະ​ແມ່ນ​ການ​ລົງ​ຄະ​ແນນ​ສຽງ​ ຢູ່​ໃນ​ສະພາ ​ເພື່ອ​ເລີ້ມຕົ້ນ ການທັບ​ມ້າງ​ກົດໝາຍ ປະ​ກັນ​ໄພ​ສຸຂະພາບ ທີ່​ບໍລິການຄຸ້ມ​ກັນ ​ແກ່ຊາວ​
ອາ​ເມຣິກັນ ຫລາຍ​ລ້ານ​ຄົນ.

ພັກຣີພັບ​ບລິ​ກັນ​ມີ​ຄວາມຫວັງທີ່​ຈະ​ລົບ​ລ້າງ​ພາກສ່ວນ​ໃຫຍ່​ຂອງ​ກົດໝາຍ ​ແຕ່​ໄດ້​
ລ້າ​ຊ້າການ​ລົບ​ລ້າງ​ ຈົນກ​ວ່າວ່າ ​ເຂົາ​ເຈົ້າ​ສາມາດ​ຈັດ​ຕັ້ງແຜນ​ປະກັນ​ໄພ​ທົດ​ແທນ ສຸຂະພາບ​ໃໝ່.

ພັກ​ເດ​ໂມ​ແຄຣັດ ​ໄດ້​ຕຶ່ນຕົກ​ໃຈ​ຂອງ​ການ​ເສບຍໄຊ​ໃນ​ເດືອນ​ພະ​ຈິກ ຈາກການ​ສະ
ໝັກ​ເລື​ອກຕັ້ງ​ປະທານາທິບໍດີ ​ຂອງ​ທ່າ​ນາງ Hillary Clinton ​ແລະ​ບັດ​ນີ້​ໄດ້​ພ​ະຍາ
​ຍາມ​ຈັດ​ຕັ້ງປະ​ເຊີນ​ໜ້າ​ໂຈມ​ຕີ​ເພື່ອ​ປ້ອງ​ກັນຮັກສາ​ກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG