ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວສະດຸດີ ຢູ່ໃນພິທີສົ່ງສະການມື້ ລາງຜູ້ນຳອິສຣາແອລ ທ່ານ Shimon Peres ຊຶ່ງທ່ານໄດ້ເອີ້ນທ່ານ Peres ວ່າ ເປັນນຶ່ງ ໃນບັນດາຜູ້ນຳທີີ່ຍິ່ງໃຫຍ່ ຂອງສັດຕະວັດທີ 20 ແລະໄດ້ປຽບທຽບທ່ານໃສ່ຜູ້ນຳທີ່ສຳຄັນອື່ນໆເຊັ່ນ ທ່ານ Nelson Mandela ແລະພະຣາຊີນີ Elizabeth ແຫ່ງອັງກິດ.
ທ່ານໂອບາມາກ່າວວ່າ ທັງສະຫະລັດແລະອິສຣາແອລ ແມ່ນໄດ້ຖືກສ້າງຂຶ້ນມາໂດຍພວກນັກອຸດົມການ ທີ່ມີຄວາມມຸ່ງໝັ້ນ ແລະຄົນເຂົ້າເມືອງ ທີ່ດີ້ນຮົນຕໍ່ສູ້ ແລະ ກ່າວຍ້ອງຍໍທ່ານ Peres ທີ່ໄດ້ອຸທິດຊີວິດຂອງທ່ານ ເພື່ອຫາທາງແກ້ໄຂ ບັນຫາຂັດແຍ້ງ ລະຫວ່າງ ອິສຣາແອລແລະປາແລສໄຕນ໌.
ທ່ານປະທານາທິບໍດີ ກ່າວວ່າ “ເຖິງແມ່ນທ່າມກາງການປະເຊີນໜ້າກັບການກໍ່ການຮ້າຍ ເຖິງແມ່ນຫຼັງຈາກໄດ້ເກີດຄວາມເສຍໃຈ ຊ້ຳແລ້ວຊ້ຳອີກ ທີ່ໂຕະເຈລະຈາ ທ່ານກໍຍັງຢືນຢັດໃນຖານະທີ່ເປັນມະນຸດ ຊາວປາແລສໄຕນ໌ຕ້ອງຖືກມອງເບິ່ງໃນຖານະທີ່ມີກຽດສັກສີເທົ່າທຽມກັບຊາວຢິວ ແລະດັ່ງນັ້ນ ຈຶ່ງມີຄວາມເທົ່າທຽມກັນໃນການຊີ້ຊະຕາກຳຂອງຕົນເອງ.”
ໃນຕອນຕົ້ນຂອງການກ່າວຄຳສະດຸຸດີນັ້ນ ປະທານາທິບໍດີໂອບາມາໄດ້ຊີ້ໃຫ້ເຫັນວ່າ ປະ ທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ທີ່ນັ່ງຢູ່ແຖວໜ້າ ແລະໄດ້ກ່າວຊົມເຊີຍໃນການມີໜ້າຂອງທ່ານຢູ່ໃນພິທີສົ່ງສະການນັ້ນວ່າເປັນການສະແດງອອກແລະຄຳເຕືອນ ກ່ຽວກັບການສ້າງສັນຕິພາບ ທີ່ຍັງບໍ່ທັນສຳເລັດເສັດສິ້ນ. ທ່ານ Abbas ໄດ້ຈັບມືແລະໂອ້ລົມສັ້ນໆ ກັບນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ກ່ອນພິທີສົ່ງສະການເລີ້ມຂຶ້ນ.
ໃນການໄປຮ່ວມພິທີສົ່ງສະການນັ້ນ ທ່ານ Abbas ຫວັງຢາກຈະສົ່ງຂ່າວທີ່ສຳຄັນໄປຍັງ ສັງຄົມອິສຣາແອລວ່າ ຊາວປາແລສໄຕນ໌ແມ່ນເພື່ອສັນຕິພາບ ແລະສະແດງຄວາມຮູ້ບຸນ ຄຸນຕໍ່ການດຳເນີນຄວາມພະຍາຍາມຂອງຜູ້ນຳທີ່ຮັກຫອມສັນຕິພາບເຊັ່ນທ່ານ Shimon Peres ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງປາແລສໄຕນ໌.