ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ລົງນາມ ຮ່າງຍັດຕິປ້ອງກັນປະເທດ


ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດອາເມຣິກາ
ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດອາເມຣິກາ

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ລົງ​ນາມ​ຍັດຕິ​ກ່ຽວ​ກັບ​ການ​ໃຊ້​ຈ່າຍ ດ້ານ​ທະຫານ​
ສະບັບ​ນຶ່ງ ​ເຖິງ​ແມ່ນ​ຍັງ​ມີ​ການ​ສະຫງວນ​ທ່າ​ທີ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບບົດ​ບັນ​ຢັດ​ວ່າ​ດ້ວຍ
ການ​ຄວບ​ຄຸມການ​ກັກ​ຂັງ ການ​ສອບ​ປາກຄໍາ ​ແລະ ການ​ປະ​ຫັດ​ປະຫານ​ພວກ​ກໍ່​ການ
ຮ້າຍ​ທີ່​ຕອ້ງສົງ​ໃສ​ນັ້ນ​ຢູ່​ກໍ​ຕາມ.

ປະທານ​າທິບໍດີ ​ໂອ​ບາ​ມາ ​ໄດ້​ລົງ​ນາມ​ຮ່າງຍັດຕິ​ທີ່​ມີ​ມູນ​ຄ່າ 662 ພັນລ້ານ​ໂດ​ລາດັ່ງກ່າວ
ເມື່ອ​ວັນ​ເສົາ​ວານ​ນີ້ ໃນ​ຂະນະ​ຢູ່​ໃນ​ການ​ພັກຜ່ອນ​ທີ່​ລັດ​ຮາ​ວາຍ. ໃນ​ຕອນ​ທ່ານ​ເຊັນ​ຍັດ
ຕິ​ນັ້ນ ທ່ານ​ໄດ້​ກ່າວ​ໂຈມ​ຕີ​ພວກ​ສະມາຊິກ ສະພາ​ສູງ​ບາງ​ຄົນ​ໃນ​ສິ່ງ​ທີ່​ທ່ານ​ເວົ້າວ່າ ​ເປັນ
ຄວາມ​ພະຍາຍາມ​ໃຊ້​ຍັດຕິ ດັ່ງກ່າວ​ເພື່ອ​ວາງ​ຂໍ້​ຈໍາກັດ​ຮັດ​ແຄບ​ຕໍ່​ສະມັດ​ຖະ​ພາບ​ຂອງ​ພວກ
ເຈົ້າໜ້າ​ທີ່ ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ເພື່ອ​ພິທັກ​ປົກ​ປ້ອງ​ປະ​ເທດ​ຊາດ​ນັ້ນ.

ການ​ລົງ​ນາມໃນ​ຍັດຕິ​ຂອງ​ທ່ານ​ໂອ​ບາ​ມາ ​ໄດ້​ກວມ​ເອົາການ​ຖົກ​ຖຽງ​ກັນ​ເປັນ​ເວລາ​ຫຼາຍ
ເດືອນເຖິງ​ວິທີ​ການ​ຈັດການ​ກັບ​ພວກ​ຕ້ອງ​ສົງໄສ​ກໍ່​ການ​ຮ້າຍ​ທີ່ ຖືກ​ຈັບ​ຕົວ​ໂດຍ​ທີ່​ບໍ່​ໄດ້​ຝ່າ
ຝືນ​ສິດທິ​ລັດ​ຖະທໍ​າມະນູນ​ຕ່າງໆ​ຂອງ​ຊາວ​ອາ​ເມຣິກັນ. ​ໃນ​ເ​ບື້ອງຕົ້ນ​ນັ້ນ ທໍານຽບຂາວ
ຂູ່​ທີ່​ຈະ​ວີ​ໂຕ້ ຫລື​ຄັດຄ້ານ​ກົດ ໝາຍ​ດັ່ງກ່າວ ​ແຕ່​ກໍ​ໄດ້​ປະຖິ້ມ​ຄໍາ​ຂູ່​ໄປ​ຫລັງ​ຈາກສະພາ​ຄອງ
ແກຣສທໍາ ການ​ປ່ຽນ​ແປງ​ແກ້​ໄຂ.

ນອກ​ນີ້​ແລ້ວ ຍັດຕິ​ດັ່ງກ່າວ​ຍັງ​ໄດ້​ນໍາ​ໃຊ້​ປະຕິບັດ​ການ​ລົງ​ໂທດ​ບັ້ນ​ໃໝ່​ຕໍ່ ອິຣ່ານ ​ໃນ
ຄວາມ​ພະຍາຍາມ​ເພື່ອ​ທັບ​ມ້າງ​ສະມັດ​ທະ​ພາບ​ຂອງ​ເຕຫະຣ່ານ ​ເພື່ອໃຊ້​ເງິນ​ງົບປະມານ
ເພື່ອ​ໂຄງການ​ເສີມ​ສະມັດ​ຖະ​ພາບທາດ​ຢູ​ເຣນຽມ.

ໃນ​ການ​ຕອບ​ໂຕ້​ຕໍ່​ການ​ລົງ​ໂທດ​ທີ່​ກໍາລັງ​ຈະ​ໄດ້​ຮັບ​ນັ້ນ ອາທິດ​ນີ້​ອິຣ່ານ​ໄດ້ ຕັກ​ເຕືອນ​
ວ່າ​ຕົນ​ອາດ​ປິດ​ຊ່ອງ​ແຄບ Hormuz ລົງ ຊຶ່ງ​ເປັນ​ທາງ​ຜ່ານ​ເຂົ້າ​ໄປ ຍັງ​ອ່າວ​ເປີ​ເຊຍ​ນັ້ນ.
ສະຫະລັດ​ໄດ້​ຕ້ານ​ຢັນ​ພ້ອມ​ດ້ວຍ​ໃຫ້​ຄໍາ​ໝັ້ນ​ສັນຍາ ວ່າ​ຈະ​ໃຫ້​ຊ່ອງ Hormuz ​ເປີດ​ຢູ່
ຕະຫລອດ. ການ​ປິດ​ຊ່ອງ​ແຄບດັ່ງກ່າວ ອາດ​ສາມາດ​ຕັດ​ກາ​ນລໍາ​ລຽງນໍ້າມັນ​ດິບ ​ແລະ​
ກະທົບກະ​ເທືອນຕໍ່ ລາຄາ​ນໍ້າມັນ​ຢູ່​ໃນ​ທົ່ວ​ໂລກໄດ້.

XS
SM
MD
LG