ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ກ່າວປ້ອງກັນ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ (ວີດີໂອ)


ປະທານາທິບໍດີ Barack Obama ກ່າວ​ປ້ອງ​ກັນ​ຂໍ້​ຕົກລົງ
ນິວ​ເຄລຍ ທີ່​ບັນດາ​ປະ​ເທດ​ມະຫາ​ອໍາ​ນາດ ບັນລຸ​ກັບ ອີຣ່ານ
ປະທານາທິບໍດີ Barack Obama ກ່າວ​ປ້ອງ​ກັນ​ຂໍ້​ຕົກລົງ ນິວ​ເຄລຍ ທີ່​ບັນດາ​ປະ​ເທດ​ມະຫາ​ອໍາ​ນາດ ບັນລຸ​ກັບ ອີຣ່ານ
ປະທານາທິບໍດີສະຫະລັດ ທ່ານ Barack Obma ​ໄດ້ກ່າວ​ປ້ອງ​
ກັນ​ຂໍ້​ຕົກລົງ ນິວ​ເຄລຍ ທີ່​ບັນດາ​ປະ​ເທດ​ມະຫາ​ອໍາ​ນາດ ບັນລຸ​
ກັບ ອີຣ່ານ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ສິ່ງທີ່ “​ຖືກຕ້ອງ” ສຳລັບ​ຄວາມ
​ປອດ​ໄພ.

ບັນດາ​ເຈົ້າ​ໜ້າ​ທີ່ ອິສຣາ​ແອລ ​ແລະ​ສະມາຊິກ​ສະພາລັດຖະສະ
ພາ ຈໍານວນ​ນຶ່ງ ​ໄດ້​ຕິ​ຕຽນ​ຂໍ້​ຕົກລົງດັ່ງກ່າວ ​ໂດຍ​ກ່າວວ່າ ອະນຸ
ຍາດ​ໃຫ້ອີຣ່ານຮັກສາສ່ວນໃຫຍ່ ຂອງໂຄງການ​ນິວ​ເຄລຍ​ຂອງ​
ຕົນ​ເອົາ​ໄວ້​ໃນ​ຂະນະ​ທີ່​ສະ​ເໜີ​ໃຫ້​ມີ​ການ​ໂຍະຍານ​ຜ່ອນຜັນ​ການ
ລົງ​ໂທດຫລາຍ​ເກີນ​ໄປ​.

ທ່ານ Obama ກ່າວ​ໃນຕອນ​ແລງ​ວັນ​ຈັນວານ​ນີ້ ​ທີ່ ນະຄອນ
Los Angeles ວ່າ​ເຖິງແມ່ນ ​ຫຼັງ​ຈາກໄດ້​ມີການ​ຕົກລົງກັນ​ແລ້ວກໍ​
ຕາມ ທາງ​ເລືອກ​ທັງໝົດ​ແມ່ນຍັງເປີດ​ກວ້າງ​ຢູ່ເທິງ​ໂຕະ ​ເພື່ອ​ຄໍ້າ
ປະກັນ​ວ່າອີຣ່ານ ຈະ​ບໍ່​ມີອາວຸດ​ນິວ​ເຄລຍຢູ່​ໃນ ຄວາມ​ຄອບ​ຄອງ.

Kerry: Iran Nuke Deal a Good First Step
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ


​ກ່ອນ​ໜ້ານັ້ນ ​ທີ່ນະຄອນ San Francisco ປະທານາທິບໍດີ​ໂອ​
ບາມາ ​ໄດ້​ສັນລະ​ເສີນ​ຂໍ້​ຕົກລົງນວ່າ​ ເປັນ​ຄວາມ​ກ້າວໜ້າເທຶ່ອທໍາ​ອິດ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງອີຣ່ານທີ່​ໄດ້​ຢຸດເຊົາ​ລົງ​ ​ໃນ​ໄລຍະເວລານຶ່ງ​ທົດ​ສະ​ວັດ ​ແລະ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ ​ໃນ​ການ​ດໍາ​ເນີນຄວາມ​ພະຍາຍາ​ມ​ທາງ​ການ​ທູດ​ແລະ​ບໍ່ມີ​ຄວາມ​ໝາຍ​ໝັ້ນ ​ທີ່​ຈະ​ເຮັດ​ໃຫ້ “ມີ​ການ​ຂັດ​ແຍ້​ງ​ແບບ​ບໍ່ວັນສີ້ນສຸດ.”

ນາ​ຍົກ​ລັດຖະມົນ​ຕີອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ສົ່ງ​ຄະນະ ​ເຈົ້າໜ້າ​
ທີ່ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ມານະ​ຄອນ​ຫລວງວໍ​ຊິງ​ຕັນ ​ໃນໄລ ຍະ​ສອງ​ສາມວັນ​
ຕໍ່ໜ້ານີ້ ​ເພື່ອ​ປຶກສາ​ຫາລື​ກັບລັດຖະບານ ທ່ານ Obama ກ່ຽວ​ກັບ​ການ​ແກ້​ໄຂຢ່າງ​ເປັນ
​ການຖາວອນ ຕໍ່​ບັນຫາ​ຂັດ​ແຍ້​ງ ​ເລື່ອງນິວ​ເຄລຍຂອງ ອີຣ່ານ.​

ເບິ່ງວີດີໂອກ່ຽວຂ້ອງ:

Investor Sentiment Rises on Iran Nuclear Agreement
please wait

No media source currently available

0:00 0:01:46 0:00
ລິງໂດຍກົງ
XS
SM
MD
LG