ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວປ້ອງກັນໂຕ ກ່ຽວກັບການເຄື່ອນໄຫວ ຂອງທ່ານ ເລື້ອງຄົນເຂົ້າເມືອງ


ຮູບພາບພວກປະທ້ວງຕໍ່ຕ້ານການເນລະເທດ ພວກຄົນເຂົ້າເມືອງຜິດກົດໝາຍ ຢູ່ຕໍ່ໜ້າທຳນຽບຂາວ ໃນເດືອນສິງຫາ ທີ່ນະຄອນຫຼວງວໍຊິງຕັນ.
ຮູບພາບພວກປະທ້ວງຕໍ່ຕ້ານການເນລະເທດ ພວກຄົນເຂົ້າເມືອງຜິດກົດໝາຍ ຢູ່ຕໍ່ໜ້າທຳນຽບຂາວ ໃນເດືອນສິງຫາ ທີ່ນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ໄດ້​ປະຕິ​ເສດ​
ຕໍ່​ການ​ຕຳ​ໜິຕິຕຽນ​ໃນ​ການ​ອອກ​ຄຳ​ສັ່ງ​ຝ່າຍ​ບໍລິຫານ ​ໃຫ້ປ່ຽນ
​ແປງ​ວິທີ​ການ​ຮັບ​ມືຂອງ​ປະ​ເທດ​ກັບ​ພວກ​ຄົນ​ເຂົ້າ​ເມືອງ​ບາງ​ຄົນ
​ທີ່​ບໍ່​ມີ​ເອກະສານ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ທ່ານ ​ໂດຍ​ຮຽກ
ຮ້ອງ​ໃຫ້​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ສັງກັດ​ພັກ Republi
can ​ຜ່ານ​ຮ່າງ​ກົດໝາຍຖ້າ​ພວກ​ເຂົາເຈົ້າ​ບໍ່ພໍ​ໃຈ​ນຳ​ການ​ເຄື່ອນ​
ໄຫວ​ແຕ່​ຂ້າງ​ດຽວ​ຂອງ​ທ່ານ.

​ໃນ​ການ​ໃຫ້​ສຳພາດ​ໃນ​ວັນ​ອາທິດ​ວານ​ນີ້ ຕໍ່​ລາຍການ This
Week ຂອງ​ຕາໜ່າງ​ໂທລະພາບ ABC ປະທານາທິບໍດີ​
ໂອ​ບາ​ມາ ກ່າວ​ວ່າ ມັນ​ສຳຄັນ​ທີ່​ຈະ​ເອົາ​ເລື້ອງ​ການ​ເນລະ​ເທດ
​ພວກ​ນັກ​ໂທດ​ທີ່​ຮ້າຍ​ແຮງ ພວກ​ອາ​ຊະ​ຍາກ​ອນ ​ແລະ​ພວກ​ທີ່​ອົບ​ພະຍົບ​ເຂົ້າ​ເມືອງ​ໃໝ່ໆ ​ເປັນ​ເລື້ອງ​ບຸລິມະສິດ ​ເໜືອ​ພວກ​ອົບ​ພະຍົບ​ເຂົ້າ​ເມືອງ​ທີ່​ອາ​ໄສ​ຢູ່​ໃນ​ສະຫະລັດມາ​ຢ່າງ​ຜິດ​ກົດໝາຍ​ດົນ​ກວ່າ 5 ປີ​ນັ້ນ.

​ເມື່ອ​ຖາມ​ເຖິງ​ປະຕິກິລິຍາ​ຂອງ​ທ່ານ​ຕໍ່​ການ​ຕຳ​ໜິຕິຕຽນ​ຂອງ​ທ່ານ John Boehner ປະທານ​ສະພາ​ຕໍ່າ ສະຫະລັດ​ນັ້ນ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ຄຳ​ຕອບ​ຂອງ​ທ່ານ​ກໍ​ແມ່ນ “​ໃຫ້ຜ່ານ​ຮ່າງ​ກົດໝາຍ​ດ່ັງກ່າວ”.

​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ທ່ານ​ໂອ​ບາມາ​ກ່າວ​ວ່າ ​ແຜນການ​ດ້ານ​ຄົນ​ເຂົ້າ​ເມືອງ​ຂອງ​ທ່ານ “ຈະ​ນຳພວກ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ​ ອອກ​ຈາກ​ເງົາ​ມືດຫຼາຍ​ຂຶ້ນ ​ເພື່ອ​ວ່າ​ພວກເຂົາ​ເຈົ້າ​ຈະ​ສາມາດ​ຫຼິ້ນ​ບົດບາດ​ຕາມ
​ກົດ​ລະບຽບ​ຕ່າງໆ ຈ່າຍ​ພາສີ​ໃຫ້ລັດ​ຢ່າງ​ເຕັມ​ສ່ວນ ຜ່ານ​ການ​ກວດກາເບື້ອງ​ຫຼັງ​ໃນ​ດ້ານ​ອາ​ຊະ​ຍາ​ກຳ ​ແລະ​ດຳ​ເນີນ​ການ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ.”

ປະທານາທິບໍດີ ກ່າວ​ວ່າ ທ່ານ​ຖືກ​ບັງຄັບ ຈຳ​ເປັນ​ຕ້ອງ​ໄດ້​ທຳ​ການ​ເຄື່ອນ​ໄຫວ ​ເພາະວ່າ ພວກ​ຜູ້​ແທນ​ໃນ​ສະພາ​ຕໍ່າ​ບໍ່​ຢາກ​ດຳ​ເນີນ​ການ​ໃດໆ​ກ່ຽວ​ກັບ​ຮ່າງ​ມະຕິ​ທີ່​ສະພາ​ສູງ​ໄດ້​ຮັບ​ຜ່ານ​ໄປ​ແລ້ວ​ນັ້ນ.

ຄຳ​ສັ່ງ​ບໍລິຫານ 2 ຂໍ້ທີ່​ທ່ານ​ໄດ້​ລົງ​ນາມ​ໄປ​ໃນ​ວັນ​ສຸກ​ຜ່ານ​ມາ ຈະ​ດຳ​ເນີນ​ຂັ້ນ​ຕອນ​ໃຫ້​ໃບ​ອະນຸຍາດ​ໃຫ້​ເຮັດ​ວຽກ​ເຮັດ​ການ​ໄດ້​ເປັນ​ການ​ຊົ່ວຄາວ ​ແລະ​ຍົກ​ເລີກ​ການ​ຂົ່ມຂູ່​ການ​ເນລະ​ເທດ​ພວກ​ອົບ​ພະຍົບ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ​ຈຳນວນ​ເກືອບ 5 ລ້ານ​ຄົນ.

ທ່ານ Boehner ກ່າວ​ວ່າ ທ່ານ​ໂອ​ບາ​ມາ”ກຳລັງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຳ​ແໜ່​ງ
ປະທານາທິບໍດີ” ​ໂດຍ​ບໍ່​ຜ່ານ​ລັດຖະສະພາ ​ເພື່ອ​ທຳ​ການ​ເຄື່ອນ​ໄຫວ​ດ້ານ​ບໍລິຫານ ວ່າ​ດ້ວຍ​ຄົນ​ເຂົ້າ​ເມືອງ​.

ທ່ານ​ໂອ​ບາ​ມາ ກ່າວ​ໃນ​ວັນ​ເສົາ​ມື້ກ່ອນນີ້​ວ່າ ຄຳ​ສັ່ງ​ຂອງ​ທ່ານ​ບໍ່​ແມ່ນ​ການ​ໃຫ້​ອະ​ໄພ​ໂທດ” ບໍ່​ສຳຄັນ​ວ່າ​ພວກ​ຕຳ​ໜິຕິຕຽນຈະ​ເວົ້າ​ເລື້ອຍໆ​ວ່າ ​ເປັນ​ການ​ໃຫ້​ອະ​ໄພ​ໂທດ​ກໍ​ຕາມ. ທ່ານ​ກ່າວ​ວ່າ ການ​ໃຫ້​ອະ​ໄພ​ໂທດ”​ເປັນ​ລະ​ບົບຂອງ​ການ​ເຂົ້າ​ເມືອງ ທີ່ພວກເຮົາມີ​ຢູ່​ໃນ​ປັດຈຸບັນ​ນີ້ ຄື​ປະຊາຊົນ​ຫຼາຍລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ນີ້ ​ໂດຍ​ບໍ່​ໄດ້​ຈ່າຍ​ຄ່າ​ພາສີ​ຂອງ​ເຂົາ​ເຈົ້າ ຫຼື​ບໍ່​ປະຕິບັດ​ຕາມ​ກົດ​ລະບຽບ.”

XS
SM
MD
LG