ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ທ່ານ ໂອບາມາ ກ່າວປົກປ້ອງ ຍຸກໂລກາພິວັດ ໃນການຢ້ຽມຢາມ ເຢຍຣະມັນ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ເດີນທາງຮອດສະໜາມບິນ Tegel ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ. 16 ພະຈິກ, 2016.

ໃນການຖະ​ແຫຼງຕອບ ຕໍ່ຄວາມເຂົ້າໃຈ ຂອງບັນດາປະເທດ ຢູໂຣບ ກ່ຽວກັບລັດທິການຢູ່ ຢ່າງໂດດດ່ຽວຂອງຊາວອາເມຣິກັນ ທີ່ພວມເກີດຂຶ້ນນັ້ນ, ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ແລະ ນາຍົກລັດ ຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄດ້ ກ່າວຕໍ່ປະຊາຊົນ ເຢຍຣະມັນ ວ່າມັນຈະບໍ່ມີການກ້າວຖອຍຫຼັງ ກ່ຽວກັບ ໂລກາພິວັດ.

ໃນບົດຄວາມເຫັນ ທີ່ພິມ​ເຜີຍ​ແຜ່ໃນໜັງສືພິມ Wirtschaftswoche, ກ່ອນການເດີນທາງ​ໄປຮອດນະຄອນຫຼວງ ເບີລິນ ຂອງທ່ານ ໂອບາມາ ນັ້ນ, ຜູ້ນຳ ສະຫະລັດ ແລະ ເຢຍຣະ ມັນ ໄດ້ກ່າວວ່າ “ມັນຈະບໍ່ມີການກັບຄືນໄປສູ່ໂລກກ່ອນຍຸກໂລກາພິວັດ. ປະຊາຊົນ ເຢຍຣະມັນ ແລະ ອາເມຣິກັນ ໄດ້ຍຶດ​ເອົາໂອກາດໃນການປັບແຕ່ງໂລກາພິວັດ ອີງ ຕາມຄຸນຄ່າ ແລະແນວຄິດຂອງພວກເຂົາເຈົ້າ. ພວກເຮົາໄດ້ຕິດຄ້າງຕໍ່ໍ່ພວກທຸ ະກິດ ຂອງພວກເຮົາ ແລະ ປະຊາຊົນຂອງພວກເຮົາ ແລະ ປະຊາຄົມທັງໝົດທົ່ວໂລກ ແມ່ນ ກະທັ້ງການຂະ ຫຍາຍການຮ່ວມມືຂອງພວກເຮົາອອກຢ່າງກວ້າງຂວາງ ແລະ ເລິກ ເຊິ່ງ.”

ນະຄອນຫຼວງ ເບີລິນ ແມ່ນບ່ອນ​ຢຸດ​ແວ່ແຫ່ງທີສອງໃນການເດີນທາງຢ້ຽມຢາມຕ່າງປະ ເທດ​ເທື່ອ​ສຸດ​ທ້າຍ ຂອງທ່ານ ໂອບາມາ ໃນຖານະປະທານາທິບໍດີ ສະຫະລັດ.

ບ່ອນ​ຢຸດ​ແວ່ແຫ່ງທຳອິດຂອງທ່ານແມ່ນປະເທດ ກຣິສ, ທີ່ທ່ານໄດ້ກ່າວ ກ່ຽວກັບ ຄວາມ ສຳຄັນຂອງການປົກປ້ອງປະຊາທິປະໄຕ ແລະ ຄຳໝັ້ນສັນຍາຂອງ ສະຫະລັດ ທີ່ຈະຢືນ ຢັດຢູ່ຄຽງຂ້າງກັບບັນດາປະເທດພັນ ທະມິດ​ໃນ ຢູໂຣບ.

ທ່ານ ໂອບາມາ ໄດ້ເລືອກນະຄອນຫຼວງ ເອເທັນ, ແຫຼ່ງກຳເນີດຂອງປະຊາທິປະໄຕແບບ ຕາເວັນຕົກ, ເພື່ອກ່າວຄຳປາໄສ ກ່ຽວກັບ ນະໂຍ ບາຍການຕ່າງປະເທດທີ່ສຳຄັນ ແລະ ເບິ່ງຄືວ່າ ຈະເປັນຄັ້ງສຸດທ້າຍຂອງທ່ານ, ໂດຍກ່າວວ່າ ປະຊາທິປະໄຕທີ່ ອາເມຣິກາ ໄດ້ ຍຶດໝັ້ນ ແລະ ສົ່ງເສີມໃນໂລກ ແມ່ນ ບໍ່ສົມບູນ, ແຕ່ກໍ “ດີກວ່າທາງເລືອກອື່ນ.”

​ໂດຍສະທ້ອນຄືນໃນການເປັນປະທານາທິບໍດີ 8 ປີຂອງທ່ານ, ຜູ້ນຳ ສະຫະລັດ ໄດ້ກ່າວ ວ່າ ການເດີນທາງອ້ອມໂລກຂອງທ່ານ ໄດ້ສະ ແດງໃຫ້ທ່ານເຫັນວ່າ ໃນຂະນະທີ່ “ທຸກໆ ປະເທດເດີນທາງໃນທິດທາງຂອງຕົນເອງ,” ມັນມີ “ຄວາມປາຖະໜາທີ່ເປັນພື້ນຖານ” ສຳລັບກຽດສັກສີ ແລະ ການຕັດສິນໃຈເອງ. ທ່ານ ໂອບາມາ ໄດ້ກ່າວວ່າ “ແປວໄຟພວກ ນີ້ແມ່ນມີຢູ່ທົ່ວໂລກ. ມັນເຜົາໄໝ້ຢູ່ໃນໝາກຫົວໃຈທຸກໜ່ວຍ.”

ຜູ້ນຳ ອາເມຣິກາ ທີ່ກຳລັງຈະພົ້ນຈາກການດຳລົງຕຳແໜ່ງໄດ້ກ່າວລາຕໍ່ບັນດາຄູ່ຕຳ​ແໜ່​ງ ຕ່າງປະເທດຂອງ ວໍຊິງຕັນ ໃນເວລາເມື່ອມັນມີຄຳຖາມທີ່ໃຫຍ່ ກ່ຽວກັບອະນາຄົດຂອງ ສາຍພົວພັນ ສະຫະລັດ ກັບ ຢູໂຣບ, ບົດບາດໃໝ່ຂອງພວກເຂົາເຈົ້າໃນໂລກ ແລະ ພາບ ລັກຂອງ ສະຫະລັດ, ທີ່ຖືກ​ເບິ່ງ​ກັນ​ວ່າ​ເປັນສັນຍາລັກລັດທິເສລີນິຍົມ ຕາເວັນຕົກ ມາ​ຕະ ຫຼອດ, ແມ່ນກຳລັງຖືກປະເມີນຄ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama Promises Smooth Transition for Trump
please wait

No media source currently available

0:00 0:01:20 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG