ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂອບາມາ ເປີດ ອະນຸສາວະລີ ນັກ​ລົບ​ເກົ່າອາເມຣິກັນ​ ທີ່ພິການ


Obama - Veterans Memorial
please wait

No media source currently available

0:00 0:07:21 0:00

ເບິ່ງວີດີໂອ ປະທານາທິບໍດີ ໂອບາມາ ກ່າວເປີດ ອະນຸສາວະລີ ນັກ​ລົບ​ເກົ່າອາເມຣິກັນ​ ທີ່ພິການ, ວັນທີ 5 ຕຸລາ 2014.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ ​ຕໍ່
​ບັນດາ​ນັກ​ລົບ​ເກົ່າ ທີ່​ໄດ້​ຮັບ​ບາດ​ເຈັບ ​ໃນ​ຂະນະ​ທີ່​ກ່າວ​ເປີດ
ອະນຸສາວະລີນັກ​ລົບ​ເກົ່າ​ສະຫະລັດ ເພື່ອເປັນ​ກຽດ​ແກ່ເຂົາ​ເຈົ້າ
ເມື່ອ​ວັນ​ອາທິດ​ວານ​ນີ້.

ທ່ານປະທານາທິບໍດີ ກ່າວ​ວ່າ ​ອະນຸສາວະລີໃໝ່​ ຢູ່​ວໍ​ຊິງ​ຕັນ​ດີ​ຊີ
ແຫ່ງ​ນີ້ ແມ່ນເປັນອານຸສອນ​ສະຖານ​ ຂອງລະຍະ​ເວລາ​ສອງ
​ສັດຕະ​ວັດ​ຂອງ​ຊາວ​ອາ​ເມຣິກັນ ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ໂດຍ​ທາງ
​ຮ່າຍ​ກາຍ ຫຼື ທາງ​ຈິດ​ໃຈ ​ໃນເວລາ​ຕໍ່ສູ້​ເພື່ອ​ຊາດສະຫະລັດ.

ທ່ານ​ເວົ້າວ່າ “ຈາກ​ມື້​ນີ້​ໄປໜ້າ ຊາວອາ​ເມຣິກັນ​ ຈະ​ພາກັນ
ມາບ່ອນ​ນີ້ ​ເພື່ອ​ລຳ​ນຶກ​ເຖິງ​ການ​ເສຍ​ສະລະ​ ອັນ​ໃຫຍ່​ຫລວງເພື່ອເຂົາ​ເຈົ້າ ຊຶ່ງ​ເປັນ ພາລະອັນ​ໜັກໜ່ວງ ທີ່ບຸກຄົນຈຳນວນນ້ອຍ​ໆ ໄດ້ແບກ​ຫາບ​ເອົາ ​ເພື່ອ​ໃຫ້ ພວກ​ເຮົາ​ສາມາດ ດຳລົງ​ຊີວິດ​ຢູ່​ ດ້ວຍ​ຄວາມມີ​ອິດ​ສະລະ​ເສລີພາບ ​ແລະ ສັນຕິພາບ.”

ຄະນະ​ລັດຖະບານ​ຂອງທ່ານ​ໂອ​ບາ​ມາ ​ໄດ້​ຖືກ​ຕຳ​ນິຕິ​ຕຽນ​ຢ່າງ​ໜັກ ​ເມື່ອ​ຕົ້ນປີ​ນີ້ ​ເວລາ
ຫົວໜ້າ​ກົມນັກ​ລົບ​ເກົ່າ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ທ່າມກາງ​ລາຍ​ງານ​ຂ່າວ​ຫຼາຍໆ​ກະ​ແສ
ທີ່​ກ່າວວ່າ ບັນດາ​ນັກ​ລົບເກົ່າ​ໄດ້​ຮັບ​ການຮັກສາ​ສຸຂະພາບ​ທີ່​ບໍ່​ເຕັມ​ເໝັດ​ເຕັມ​ໜ່ວຍ ​ແລະ
ຕ້ອງ​ໄດ້​ລໍຖ້າຫຼາຍ​ເດືອນ ກ່ວາ​ຈະ​ໄດ້ຮັບ​ການຮັກສາ​.

ປະທານາ​ທິບໍດີໄດ້​ກ່າວ ໃນ​ວັນ​ອາທິດ​ວານ​ນີ້ ວ່າ ອະນຸສອນ​ສະຖານແຫ່ງ​ນີ້ ຄວນ​ຈະ​ເປັນ “ສິ່ງ​ເຕືອນ​ຄວາມ​ຊົງ​ຈຳ​ວ່າ ປະ​ເທດ​ນີ້ມີ​ພາລະ​ໜ້າ​ທີ່​ອັນ​ໃດ” ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ຖ້າ​ຫາກ​ວ່າ ພວກ​ນັກ​ລົບ​ເກົ່າ​ກັບ​ຄືນ​ມາ​ເຮືອນ ​ໂດຍ​ທີ່​ໄດ້​ປະ​ສ່ວນ​ໃດ​ສ່ວນ​ນຶ່ງ​
ຂອງ​ເຂົາ​ເຈົ້າ​ໄວ້ ຢູ່​ສະໜາມ​ລົບ ​ໃນ​ນາມ​ຂອງ​ພວກ​ເຮົາ​ແລ້ວ ອະນຸສອນ​ສະຖານ​
ແຫ່ງ​ນີ້ ກໍ​ແມ່ນ​ຈະ​ບອກ​ພວກ​ເຮົາ​ວ່າ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ. ​ເວລາ​ພວກ​ນັກ​
ລົບ​ເກົ່າ​ຂອງ​ເຮົາ ທີ່​ໄດ້​ຮັບ​ບາດ​ເຈັບ ​ເຂົ້າ​ມາ​ຮັບ​ເອົາ​ການ​ປິ່ນປົວ​ນັ້ນ ພວກ​ເຮົາກໍ​
ຈຳ​ເປັນ​ຕ້ອງ​ເຮັດ​ສຸດ​ຄວາມ​ສາມາດ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ ໄດ້​ຮັບ​ຜົນ​ປະ​ໂຫຍ​ດທຸກ​
ຢ່າງ ​ໄດ້​ຮັບ​ການ​ດູ​ແລ​ທຸກ​ຢ່າງ​ ທີ່​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ.”

New US Memorial Honors Disabled Veterans
please wait

No media source currently available

0:00 0:02:33 0:00

XS
SM
MD
LG