ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ກ່າວວ່າ ມືປືນ ຢູ່ລັດ Oregon ມີປືນ ຢ່າງໜ້ອຍ 13 ກະບອກ


ນາງ Meriah Calvert (ຊ້າຍ) ແລະແມ່ຍິງ ທີ່ບໍ່ລະບຸຊື່ ອີກຄົນນຶ່ງ ພວມສວດມົນພາວະນາ ທີ່ເມືອງ Roseburg ລັດ Oregon. (ວັນທີ 1 ຕຸລາ 2015)
ນາງ Meriah Calvert (ຊ້າຍ) ແລະແມ່ຍິງ ທີ່ບໍ່ລະບຸຊື່ ອີກຄົນນຶ່ງ ພວມສວດມົນພາວະນາ ທີ່ເມືອງ Roseburg ລັດ Oregon. (ວັນທີ 1 ຕຸລາ 2015)

ເຈົ້າໜ້າທີ່ສືບສວນຂອງລັດຖະບານກາງສະຫະລັດ ໄດ້ຄົ້ນພົບປືນ
13 ກະບອກທີ່ເປັນຂອງມືປືນ ທີ່ຍິງສັງຫານຜູ້ຄົນ ຢູ່ທີ່ວິທະຍາໄລ
ຊຸມຊົນໃນເຂດຊົນນະບົດແຫ່ງນຶ່ງທາງພາກໃຕ້ຂອງລັດ Oregon
ຮວມທັງອາວຸດປືນ 6 ກະບອກຢູ່ທີ່ໂຮງຮຽນ ແລະ 7 ກະບອກ ຢູ່ທີ່
ບ້ານພັກຂອງຜູ້ກ່ຽວ.

ທ່ານນາງ Celinez Nunez ຈາກຫ້ອງການ ຄວບຄຸມເຫຼົ້າ ຢາສູບ
ອາວຸດປືນແລະດິນລະເບີດ ຂອງລັດຖະບານກາງ ກ່າວໃນວັນສຸກ
ວານນີ້ວ່າ “ປືນທັງໝົດ ແມ່ນຊື້ ຢ່າງຖືກຕ້ອງຕາມກົດໝາຍ ແລະ
ພົບຮ່ອງຮອຍວ່າມາຈາກບ່ອນຂາຍປືນແຫ່ງດຽວກັນ.” ທ່ານນາງ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າປືນຈຳນວນນຶ່ງໄດ້ຊື້ໂດຍມືປືນ ໃນຂະນະທີ່ອີກຈຳນວນນຶ່ງບໍ່ແມ່ນມືປືນຊື້.

ອາວຸດທີ່ຖືກພົບເຫັນຢູ່ວິທະຍາໄລຊຸມຊົນ Umpqua ໃນເມືອງ Roseburg ລັດ Oregon
ແມ່ນປະກອບດ້ວຍປືນສັ້ນຫ້າກະບອກ ແລະປືນຍາວນຶ່ງກະບອກ.

ເຈົ້າເມືອງໆ Douglas ທ່ານ John Hanlin ກ່າວຕໍ່ພວກນັກຂ່າວ ໃນກອງປະຊຸມຖະແຫຼງ ຂ່າວດຽວກັນນັ້ນວ່າ ຄະນະສືບສວນ ກຳລັງເຮັດວຽກ ຮ່ວມກັບບັນດາຄອບຄົວຂອງພວກ ເຄາະຮ້າຍ ເປັນແຕ່ລະຄອບຄົວໄປ ເພື່ອໃຫ້ຄວາມສົນໃຈເປັນພິເສດແກ່ພວກເຂົາເຈົ້າ.

ຕຳຫຼວດໄດ້ພະຍາຍາມທີ່ຈະລົງຄວາມເຫັນວ່າ ເປັນຫຍັງມືປືນທີ່ມີການລະບຸວ່າແມ່ນທ້າວ Chris Harper Mercer ອາຍຸ 26 ປີນັ້ນ ໄດ້ຍິງປືນເຂົ້າໃສ່ຜູ້ຄົນ ຢູ່ທີ່ໂຮງຮຽນ ໃນວັນພະ ຫັດຜ່ານມາໂດຍໄດ້ສັງຫານທັງໝົດ 9 ຄົນແລະບາດເຈັບ ອີກ 7 ຄົນກ່ອນທີ່ຈະເສຍຊີວິດ ໃນການຍິງຕໍ່ສູ້ກັນກັບເຈົ້າໜ້າທີ່ຕຳຫຼວດ.

Ten Killed in Oregon College Shooting
please wait

No media source currently available

0:00 0:02:01 0:00

ເຈົ້າໜ້າທີ່ໂຮງພະຍາບານ ກ່າວວ່າ ສອງຄົນ ທີ່ໄດ້ຮັບບາດເຈັບນັ້ນ ມີອາການດີຂຶ້ນແລ້ວ ແລະຜູ້ນຶ່ງໄດ້ຖືກຍ້າຍເຂົ້າໄປຢູ່ຫ້ອງສຸກເສີນ.

ທ່ານ Hanlin ກ່າວຕໍ່ໂທລະພາບ CNN ວ່າ ເຈົ້າໜ້າທີ່ສືບສວນໄດ້ໃຊ້ເວລາໃນຕອນກາງ ຄືນເພື່ອເຂົ້າໄປຫາພວກທີ່ຢູ່ໃນຄຸ້ມ ແລະເພື່ອນຝູງຂອງມືປືນແລະພວກເຂົາເຈົ້າຍັງກຳລັງ ເກັບກຳຂໍ້ມູນຫລັກຖານຈາກບ່ອນເກີດເຫດ.

Oregon Shooting
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG