ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ເຕ້ນລໍາ ສະຫລອງ ການເຂົ້າຮັບ ຕໍາແໜ່ງໃໝ່ (ສະໄລດ໌/ວີດີໂອ)


ທ່ານ ໂອບາມາ ແລະສະຕີໝາຍເລກນຶ່ງ ​ມ້ວນທ້າຍ​​ການ​ສະຫລອງ​ຢ່າງ​ສະງ່າ​ຜ່າ​ເຜີຍ ທີ່​ນະຄອນຫລວງວໍ​ຊິງ​ຕັນ.
ທ່ານ ໂອບາມາ ແລະສະຕີໝາຍເລກນຶ່ງ ​ມ້ວນທ້າຍ​​ການ​ສະຫລອງ​ຢ່າງ​ສະງ່າ​ຜ່າ​ເຜີຍ ທີ່​ນະຄອນຫລວງວໍ​ຊິງ​ຕັນ.
ປະທານາທິບໍດີ Barack Obama ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​
ແໜ່ງ ​ເປັນ​ສະ​ໄໝທີສອງ ຊຶ່ງເປັນ​ວັນສະ​ເຫລີ​ມ​ສ​ະຫລອງທີ່ຄຶກ
ຄື້ນໂດຍທີ່​ປະທານາທິບໍດີ​ໄດ້​ໄປຮ່ວມງານ​ກິ​ນລ້ຽງຢູ່​ສອງ​ແຫ່ງ
ພ້ອມ​ດ້ວຍ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle.

ການເຕັ້ນລໍາຢ່າງ​ເປັນ​ທາງ​ການ ​ໄດ້​ມ້ວນທ້າຍການ​ສະຫລອງ​
ຢ່າງ​ສະງ່າ​ຜ່າ​ເຜີຍທີ່​ນະຄອນຫລວງວໍ​ຊິງ​ຕັນ ທີ່​ໄດ້ໃຫ້​ມີ​ຂຶ້ນ​
ນ້ອຍ​ກວ່າການ​ສະຫລອງ​ເຂົ້າ​ຮັບ​ຕໍາແໜ່​ງ​ເມື່ອສີ່​ປີ​ກ່ອນ.

ທ່ານ Obama ​ໄດ້ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງໃນ​ພິທີ ທີ່ຈັດ​
ຂຶ້ນຢູ່​ຂັ້ນ​ໃດ​ຂອງຕຶກ​ຫໍລັດຖະສະພາສະຫະລັດ ບ່ອນ​ທີ່ທ່ານ
​ໄດ້​ກ່າວ​ຕໍ່​ຝູງ​ຊົນທີ່​ໃຫ້ການສະໜັບສະໜຸນ ຫ​ລາຍ​ເຖິງເຄິ່ງ
ລ້ານ​ຄົນວ່າ ​ທ່ານ​ຈະ​ຕິດຕາມ​ຢ່າງ​ແຂງ​ຂັນ ຕໍ່​ນະ​ໂຍບາຍ​ທີ່​
ກ້າວໜ້າ​ ​ໃນ​ສະ​ໄໝ​ທີສອງ​ຂອງທ່ານ.



ນອກ​ນັ້ນທັງ​ປະທານາທິບໍດີ​ແລະ​ສະຕີ​ໝາຍເລກ​ນຶ່ງຍັງ​ໄດ້​ຮ່ວມ​ຂະ​ບວນແຫ່ຫຼືພາ​ເຫຣດ
ຢ່າງ​ສະງ່າ​ຜ່າ​ເຜີຍ ໄປສູ່ທໍານຽບຂາວ ທີ່​ປະກອບ​ດ້ວຍ​ການລົດ​ທີ່​ມີ​ການ​ຕົກ​ແຕ່ງ​ປະດັບ​ປະດາ​ຕະຫຼອດທັງບັນດາ​ກອງ​ດຸລິ​ຍາງ ຈາກ 50 ລັດ.

​ໃນ​ວັນ​ອັງຄານ​ມື້​ນີ້ຄອບຄົວທ່ານ Obma ຈະ​ໄປ​ຮ່ວມ​ພິທີ​ຢູ່​ທີ່​ໂບດ​ໃຫຍ່ ປະຫວັດ​ສາດ
ແຫ່ງຊາດເພື່ອສວດ​ມົນພາວະນາ ຊຶ່ງເປັນ​ປະ​ເພນີ​ອັນ​ເກົ່າ​ແກ່ ທີ່​ເຄີຍ​ໄດ້​ປະຕິບັດ​ກັນ​ມາ​ຫລາ​ຍໆສິບ​ປີ​ແລ້ວ ​ໂດຍ​ນໍາ​ເອົາບັນດາ​ຜູ້​ນໍາ​ທາງ​ສາສະໜາ​ຕ່າງ​ໆຈາກທົ່ວ​ປະ​ເທດ ມາ​ເຕົ້າ​ໂຮມ​ກັນ.



ໃນ​ຂະນະ​ທີ່ຄໍາ​ຖະ​ແຫລ​ງ ຢູ່​ໃນ​ພິທີສາບານໂຕເຂົ້າ​ຮັບ​ຕໍາ​ແໜ່ງຂອງ ປະທານາທິບໍດີ ​ໄດ້​ເນັ້ນ​ໜັກ​ໃສ່​ຄວາມ​ສາມັກຄີ ຊຶ່ງ​ເປັນເນື້ອ​ໄນ​ຂອງຄຳ​ປາ​ໄສ​ຕ່າງໆນັ້ນ ທ່ານຍັງ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ ທີ່​ຈະ​ເພັ່ງ​ເລັງ​ສະ​ໄໝທີສອງ​ຂອງ​ທ່ານ ​ໃສ່​ບັນຫາ​ຕ່າງໆ ​ທີ່​ໄດ້​ຮັບ​ການ​ສະໜັບ
ສະໜຸນ​ຈາກພວກ​ຫົວ​ເສລີ​ນິຍົມ ຮວມທັງການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ ສິດທິ​ຂອງ​ພວກ​ກະ​ເທີຍ ​ແລະ​ການ​ປະຕິ​ຮູ​ບເລື່ອງ​ຄົນ​ເຂົ້າ​ເມືອງ.

ການ​ເຕົ້າ​ໂຮມ​ຝູງຊົນ ທີ່ສະໜາມ​ຫລວງ​ແຫ່ງ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້ ​ເບິ່ງ​ແລ້ວ​ແມ່ນ​ເປັນ​ຈຳນວນ​ຫລວງຫລາຍ ​ແຕ່​ວ່າໜ້ອຍ​ກວ່າພິທີ​ສາ ບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ຄັ້ງ​ທໍາ​ອິດ​ຂອງ
ທ່ານ Obama ​ໃນ​ປີ 2009 ​ຊຶ່ງ​ມີ​ປະຊາຊົນ​ເກື​ອບສອງ​ລ້ານ​ຄົນ​ພາກັນ​ມາ​ເບິ່ງ ພິທີ​ເຂົ້າ
ຮັບ​ຕຳ​ແໜ່​ງ ຂອງ​ປະທານາທິບໍດີ​ອາ​ເມຣິກາ​ເຊື້ອສາຍ​ອາ​ຟຣິກາຄົນ​ທໍາ​ອິດ​ຂອງ​ປະ​ເທດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG