ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ຈະກ່າວຄຳປາໄສເລື້ອງການປາບປາມ ລັດທິກໍ່ການຮ້າຍ ເປັນຄັ້ງສຸດທ້າຍ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາກ່າວຄຳປາ
ໄສ ຫຼັງຈາກ ໄດ້ກ່າວຖະແຫຼງການສັ້ນຢູ່ສູນກາງບັນຊາການ
ທະຫານ ທີ່ຖານທັບອາກາດ MacDill ໃນເມືອງ Tampa, ລັດ Florida, Sept. 17, 2014.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາກ່າວຄຳປາ ໄສ ຫຼັງຈາກ ໄດ້ກ່າວຖະແຫຼງການສັ້ນຢູ່ສູນກາງບັນຊາການ ທະຫານ ທີ່ຖານທັບອາກາດ MacDill ໃນເມືອງ Tampa, ລັດ Florida, Sept. 17, 2014.

ປະທານາທິບໍດີ ບາຣັກ ໂອບາມາ ຈະກ່າວຄຳປະໄສຄັ້ງສຸດທ້າຍຂອງທ່ານ ກ່ຽວກັບ ແຜນ ຍຸດທະສາດ ການປາບປາມລັດທິກໍ່ການຮ້າຍ ສະຫະລັດ ທີ່ຖານທັບອາກາດ MacDill ໃນ ເມືອງ Tampa ລັດ Florida ໃນວັນອາຄານຈະມາເຖິງນີ້, ອີງຕາມການປະກາດຂອງທຳ ນຽບຂາວ.

ຖານທັບອາກາດນີ້ແມ່ນຫ້ອງການໃຫຍ່ສຳລັບກອງບັນຊາການປະຕິບັດການພິເສດ ສະ ຫະລັດ ແລະ ສູນກາງກອງບັນຊາການ ສະຫະລັດ, ເປັນໜ່ວຍທີ່ຮັບຜິດຊອບ ກ່ຽວກັບ ອົງ ປະກອບການປະຕິບັດການພິເສດຂອງ ທະຫານບົກ, ນາວີກະໂຍທິນ ແລະ ກອງທັບອາ ກາດ.

ທ່ານ ໂອບາມາ ມີແຜນທີ່ຈະພົບປະກັບບັນດາສະມະຊິກຜູ້ເຂົ້າປະຈຳ ການທີ່ຖານທັບອາ ກາດ MacDill, ລວມທັງບັນດາສະມາຊິກຂອງ ກຸ່ມປະຕິບັດການທະຫານພິເສດ ຜູ້ທີ່ໄດ້ ເຮັດບົດບາດທີ່ສຳຄັນໃນຄວາມພະຍາຍາມ ປາບປາມລັດທິກໍ່ການຮ້າຍ ໃນລະຫວ່າງ ການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ.

ນັບຕັ້ງແຕ່ມື້ເຂົ້າດຳລົງຕຳແໜ່ງເປັນຕົ້ນມາ, ທ່ານ ໂອບາມາ ໄດ້ຂະຫຍາຍຄວາມໄວ້ວາງ ໃຈຂອງ ສະຫະລັດ ໃຫ້ແກ່ກອງກຳລັງພິເສດ ເພື່ອຮັບມືກັບໄພຂົ່ມຂູ່ຂອງພວກຫົວຮຸນ ແຮງ ດ້ວຍການມີໜ້າຂອງທະຫານ ສະຫະລັດ ໃນພື້ນທີ່ຢ່າງຈຳກັດ.

ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວວ່າ ການຢ້ຽມຢາມຂອງທ່ານຈະອະນຸ ຍາດໃຫ້ທ່ານ ໂອບາມາ ອະທິບາຍ ກ່ຽວກັບ ການປະຕິຮູບທີ່ທ່ານໄດ້ປະຕິບັດເພື່ອເຮັດ ໃຫ້ ສະຫະລັດ ມີຄວາມປອດໄພ ເປັນຄັ້ງສຸດທ້າຍ ໃນລະຫວ່າງການດຳລົງຕຳແໜ່ງປະ ທານາທິບໍດີຂອງທ່ານ, ພ້ອມກັບສະແດງຄວາມຮູ້ບຸນຄຸນຕໍ່ກອງກຳລັງປະຕິບັດການພິ ເສດນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG