ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເສດຖະກິດ ຄືຫົວຂໍ້ສຳຄັນ ໃນຄຳປາໄສ ຕໍ່ສະພາ ຂອງ ປ.ໂອບາມາ (ວີດີໂອ)


ທ່ານ Obama ​ໄດ້ຖະ​ແຫລ​ງຕໍ່​ກອງປະຊຸມຮ່ວມຂອງລັດຖະສະ
ພາ ​ໃນ​ຄືນ​ວັນອັງຄານວານ​ນີ້
ທ່ານ Obama ​ໄດ້ຖະ​ແຫລ​ງຕໍ່​ກອງປະຊຸມຮ່ວມຂອງລັດຖະສະ ພາ ​ໃນ​ຄືນ​ວັນອັງຄານວານ​ນີ້
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ເດີນທາງ​
ໄປ​ເມືອງ Ashville ລັດ North Carolina ຢູ່​ພາກ​ໃຕ້​ຂອງ
ສະຫະລັດໃນ​ວັນ​ພຸດ​ມື້ນີ້ ​ເພື່ອ​ສົ່ງ​ເສີມ​ຫົວ​ຂໍ້ສໍາຄັນ​ຂອງຄໍາ​ຖະ​
ແຫລ​ງຕໍ່​ສະພາ ​ແລະ​ປະ​ເທດ​ຊາດ ທີ່​ເນັ້ນ​ໜັກ​ໃສ່​ການສະ​ເໜີ​
ຂອງ​ທ່ານ ເພື່ອສ້າງເສດຖະກິດ​ທີ່​ບອບ​ບາງ​ຂອງ​ປະ​ເທດ ໃຫ້​
ແຂງ​ແຮງ​ຍິ່ງ​ຂຶ້ນ​ນັ້ນ.

ທ່ານ Obama ​ໄດ້ຖະ​ແຫລ​ງຕໍ່​ກອງ​ປະຊຸມຮ່ວມຂອງລັດຖະ
ສະພາ ​ໃນ​ຄືນ​ວັນອັງຄານວານ​ນີ້ ​ໂດຍ​ກ່າວ​ວ່າ “ມັນ​ເປັນໜ້າ
ທີ່ຂອງຄົນ​ລຸ້ນ ພວກເຮົາ ທີ່​ຈະກະຕຸກ​ຊຸກຍູ້​ເຄື່ອງ​ຈັກອັນແທ້ຈິງຂອງ​ການເຕີບໂຕຂອງ ເສດຖະກິດອາເມຣິກາ ຊຶ່ງ​ກໍ​ຄື ຊົນຊັ້ນກາງທີ່​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ຢ່າງ​ແຂງ​ແຮງ.”

​ແລະທ່ານໄດ້ເນັ້ນໜັກ​ເຖິງຄວາມສໍາຄັນໃນການສ້າງໜ້າວຽກໃໝ່.

ທ່ານ Obama ກ່າວວ່າ “ມັນບໍ່ແມ່ນລັດຖະບານທີ່ໃຫຍ່ກວ່າເກົ່າ ທີ່​ພວກເຮົາຕ້ອງການ ແຕ່ ເປັນລັດຖະບານທີ່ສະຫລາດສ່ອງໃສກ່ວາ​ເກົ່າ ທີ່ຮູ້ຈັກວາງ​ບູລິ​ມມະ​ສິດ ແລະລົງທຶນ​ໃສ່​ການເຕີບ​ໂຕທີ່​ມີພື້ນຖານກ້ວາງ ​ຂວາງ.

ນັ້ນແມ່ນສິ່ງທີ່ເຮົາຄວນຊອກຫາ. ບູລິ​ມມະ​ສິດ​ອັນ​ດັບ​ນຶ່ງ​ຂອງ ພວກເຮົານັ້ນ ກໍຄື ເຮັດໃຫ້ອາເມຣິກາ ເປັນ​ແມ່​ເຫລັກດຶງດູດ​ເອົາ ວຽກ ງານໃໝ່ ແລະໂຮງງານຜະລິດ​ໃໝ່ໆ.”

ປະທະນາທິບໍດີ ໄດ້ເຕືອນວ່າ ການຕັດງົບປະມານຢ່າງອັດຕະ​ໂນ​ມັດ ທີ່ມີ​ກໍາ​ນົດຈະມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້ ຖ້າຫາກວ່າລັດຖະສະພາບໍ່ສາມາດ ບັນລຸການຕົກລົງ​ກັນ​ໄດ້​ເລື້ອງ
ງົບປະມານນັ້ນ ​ແມ່ນ​ຈະ​ສ້າງ​ຄວາມ​ເສຍ ຫາຍ​ໃຫ້ແກ່ ຄວາມພ້ອມຂອງກອງທັບ ການ
ເຕີບໂຕເສດຖະກິດລ້າຊ້າ ແລະ​ໃຫ້​ແກ່​ບູລິ​ມມະ​ສິດ​ອື່ນໆ ​ເຊ່ນການສຶກສາ ພະລັງງານ ແລະການ ຄົ້ນຄວ້າດ້ານການແພດ.

ທ່ານ Obama ຍັງໄດ້ຮຽກຮ້ອງໃຫ້ ລັດຖະສະພາ ຮັບຜ່ານຮ່າງກົດໝາຍ​ ກ່ຽວ​ກັບ​ສອງ​ບັນຫາ ທີ່ກໍາລັງອະພິປາຍ​ກັນ ຢູ່ໃນລັດຖະສະພາ ຄືການຄວບຄຸມອາວຸດປືນ ແລະການ
ປະຕິຮູບເລື່ອງຄົນເຂົ້າເມືອງນັ້ນ.

​ເຮົາ​ຍັງ​ມີ​ລາຍ​ງານ​ເລື່ອງ​ນີ້​ມາ​ສະ​ເໜີ​ທ່ານອີກ ຫລັງ​ຈາກ​ພາກ​ຂ່າວ. ​ໂປດ​ຕິດຕາມ​ຟັງ.

ກ່ຽວຂ້ອງກັນ

XS
SM
MD
LG