ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ​ພິ​ຈາ​ລະ​ນາ ຍຸຕິ ການສອດ​ແນມ ​ເບິ່ງຜູ້​ນຳ ​ພັນທະ​ມິດ​​ (ວີດີໂອ)


US NSA SURVEILLANCE CNPK.mov
please wait

No media source currently available

0:00 0:03:04 0:00
ເຈົ້າໜ້າ​ທີ່​ສະຫະລັດກ່າວ​ວ່າ ​ລັດຖະບານປະທານາ​ທິບໍດີ​
ໂອ​ບາ​ມາ ພວມ​ຊັ່ງຊາ​ເບິ່ງວ່າ​ ຈະສັ່ງ​ໃຫ້​ອົງການຮັກສາ​
ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຫຼື NSA ຍຸຕິ​ການສອດ​ແນມ​ເບິ່ງ
ບັນດາ​ຜູ້​ນໍາ ​ທີ່​ເປັນພັນທະ​ມິດ ​ກັບ​ອາ​ເມຣິກັນຫຼືບໍ່.

ສະມາຊິກ​ສະພາ​ສູງ ສັງກັດພັກ​ເດ​ໂມ​ແຄຣັດ ຈາກ​ລັດ
California ທ່ານ​ນາງ Diane Fein-stein ຊຶ່ງເປັນ​ປະທານ
ຄະ​ນະ​ກໍາມາ​ທິການ​ສືບລັບຂອງ​ສະພາ​ສູງ ​ໄດ້ອອກຖະ​ແຫຼງ
ການສະບັບ​ນຶ່ງ ​ໃນ​ວັນ​ຈັນ​ວານ​ນີ້​ ​ໂດຍ​ກ່າວ​ວ່າ ທໍານຽບຂາວ
​ໄດ້​ແຈ້ງ​ໃຫ້​ທ່ານ​ນາງ​ຊາບ​ວ່າ “ການ​ເກັບ​ກໍາ​ຂໍ້​ມູນ​ຈາກ​ບັນ
ດາ​ປະ​ເທດ​ພັນທະ​ມິດ ຈະ​ຍຸຕິ​ລົງ​.”
​ແຕ່​ວ່າລັດຖະ
ບານສະ​ຫະລັດ​ໄດ້​ກ່າວ​ຢໍ້າ​ໃນ​ເວລາ​ຕໍ່​ມາວ່າ ການ​ຕັດສິນ​ໃຈຂັ້ນ​ເດັດຂາດ​ກ່ຽວ​ກັບ
​ເລື່ອງ​ນີ້ ​ແມ່ນ​ຍັງ​ບໍ່​ທັນມີ​ຂຶ້ນ​ເທື່ອ.

ທ່ານ Caitlin Hayden ​ໂຄສົກ​ສະພາ​ຄວາມ​ໝັ້ນຄົງຂອງລັດຖະບານທ່ານ​ໂອ​ບາ​ມາ
​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ລັດຖະບານສະຫະລັດໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ບາງ​ຢ່າ​ງ
​ໂດຍ​ຜ່ານ​ຂັ້ນຕອນ ດັ່ງກ່າວ​ໄປ​ແລ້ວ ແຕ່ປະຕິ​ເສດ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດ​ກ່ຽວ​ກັບ
​ຖະ​ແຫຼງການ ຂອງ​ທ່ານ​ນາງ Feinstein.

ລັດຖະບານທ່ານ​ໂອ​ບາ​ມາ ພວມ​ຕົກ​ຢູ່​ໃນ​ສະພາວະ​ເດືອດ​ຮ້ອນຫຼາຍຂຶ້ນ ​ໃນ​ໄລຍະ
ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ ທັງ​ໃນ​ສະຫະລັດ​ເອງ​ແລະ​ໃນ​ຕ່າງປະ​ເທດ ກ່ຽວກັບ​ການ
ກ່າວ​ຫາ​ທີ່​ວ່າມີ​ການດັກ​ຟັງ​ຫຼື​ຕິດຕາມ​ເບິ່ງ​ການ​ສື່ສານ​ສ່ວ​ນຕົວຂອງ​ຜູ້​ນໍາ 35 ທ່ານ​
ໃນ​ທົ່ວ​ໂລກຮວມທັງການ​ໃຊ້​ໂທລະ ສັບ​ມື​ຖື ​ຂອງນາ​ຍົກ​ລັດຖະມົນຕີ​ເຢຍຣະ​ມັນ ​
ທ່ານ​ນາງ Angela Merkel.

ທ່ານ​ນາງ Feinstein ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ ​ທົບ​ທວນ​ຄືນ​ໃໝ່​ທັງ​ໝົດ ຂອງ​ໂຄງການ​
ສືບ​ລັບ ສະຫະລັດ ​ເພື່ອ​ເປັນ​ການສະໜອງ​ຕອບ​ຕໍ່​ການ​ກ່າວ​ຫາ​ນີ້​ ​ຊຶ່ງ​ທ່ານ​ນາງ​ກ່າວ​
ເພີ່ມ​ຕື່ມ​ວ່າ ຄະນະ​ກໍາມາ​ທິການ​ຂອງ​ທ່ານ​ນາງ​ນັ້ນ ​ແມ່ນ​ບໍ່​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ຢ່າງ​
ລະອຽດ ໂດຍອົງການ NSA ຂອງສະຫະລັດ.

​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ James Clapper ຜູ້ອຳນວຍການ​ອົງການ​ສືບ​ລັບ​ແຫ່ງ​ຊາດ
​ຂອງ​ສະ ຫະລັດ ຈະ​ປະ​ເຊີນ​ກັບ​ການ​ສອບຖາມ ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ​ ​ໃນ​ວັນ​ອັງຄານ
​ມື້ນີ້ ​ເວລາ​ທ່ານ​ ​ໄປ​ໃຫ້​ການ​ຕໍ່ຄະ​ນະ​ກຳມາ​ທິການສືບລັບ ຂອງ​ສະພາ​ຕໍ່າ.

NSA SPYING CNPK.mov
please wait
Embed

No media source currently available

0:00 0:02:14 0:00
XS
SM
MD
LG