ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ວ່າ ສະພາ ຂັດຂວາງ ທ່ານຈຶ່ງເອົາ ບາດກ້າວ ຕາມລຳພັງ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ຈະສືບຕໍ່ ເອົາບາດກ້າວຕາມລຳພັງ ຕາບໃດທີ່ສະມາຊິກລັດຖະ
ສະພາສັງກັດພັກຣີພັບບລີກັນ ຍັງຂັດຂວາງ ແຜນການເສດຖະ
ກິດຂອງທ່ານຢູ່.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າທ່ານພ້ອມແລ້ວທີ່ຈະເອົາບາດກ້າວເພື່ອດຶງດູດເອົາວຽກເຮັດ ງານທຳໃໝ່ ຂຶ້ນເງິນເດືອນໃຫ້ພວກຄົນງານ ແລະຊ່ອຍພວກນັກສຶກສາຈ່າຍໜີ້ສິນເງິນກູ້ ຢືມຂອງພວກເຂົາເຈົ້າ.

ຜູ້ນຳຂອງສະຫະລັດເວົ້າວ່າ ພວກເຮົາສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງ ໃນນາມຂອງປະ ເທດ ຖ້າສະມາຊິກຂອງພັກຣີພັບບລີກັນ ຫາກມີຄວາມສົນໃຈ ໜ້ອຍລົງ ໃນການດຳເນີນ ການຕໍ່ຕ້ານຫລືຂັດຂວາງ ຕໍ່ຜູ້ທີ່ຢູ່ທາງເທິງ ແລະມີຄວາມສົນໃຈ ໃນການເຮັດໃຫ້ເສດຖະ ກິດເຕີບໂຕສຳລັບທຸກໆຄົນ.

ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນ ສະມາຊິກສະພາຕ່ຳ Bill Cassidy ຈາກລັດ Louisiana ໄດ້ຊຸກຍູ້ເພື່ອໃຫ້ມີການເຕີບໂຕ ໃນອຸດສາຫະກຳພະລັງງານ ການ ຜະລິດແລະການກໍ່ສ້າງຂອງສະຫະລັດຮວມທັງໃຫ້ການອະນຸມັດຕໍ່ໂຄງການສ້າງທໍ່ນ້ຳມັນ Keystone XL ເພື່ອສ້າງວຽກເຮັດງານທຳ.

U.S. President Barack Obama says he will continue to take action on his own as long as congressional Republicans block his economic agenda.

Mr. Obama said in his weekly address that he has already taken action to attract new jobs, raise workers' wages and help students pay off their loans.

The U.S. leader said "we could do so much more as a country" if Republicans were less interested in "stacking the deck for those at the top" and more interested in "growing the economy for everybody."

In the Republican address, Louisiana Representative Bill Cassidy pushed for growing the U.S. energy, manufacturing and construction industries, including approval of the Keystone XL oil pipeline, to create jobs.

XS
SM
MD
LG