ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ໃຫ້ສະພາ ຂຶ້ນຄ່າຈ້າງ ຂັ້ນຕ່ຳສຸດ ເປັນ 10 ໂດລາ 10 ເຊັນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ລັດຖະສະພາຮັບຜ່ານຮ່າງກົດໝາຍຂຶ້ນຄ່າຈ້າງຂັ້ນຕ່ຳສຸດເປັນ
10 ໂດລາ 10 ເຊັນ ຕໍ່ຊົ່ວໂມງ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານວ່າ ຊາວອາເມຣິກັນເກືອບວ່າ 3 ໃນທຸກໆ 4 ຄົນໃດ ແມ່ນສະໜັບສະໜຸນຕໍ່ການຂຶ້ນຄ່າຈ້າງຂັ້ນຕ່ຳສຸດ. ການເຄື່ອນ
ໄຫວທີ່ວ່ານີ້ແມ່ນຈະມີຜົນຕໍ່ຜູ້ຄົນເກືອບ 28 ລ້ານ ຄົນຢູ່ໃນທົ່ວ
ປະເທດ. ທ່ານໂອບາມາເວົ້າວ່າ ພວກຄົນງານທີ່ໄດ້ຮັບຄ່າຈ້າງ
ຂັ້ນຕ່ຳສຸດສະເລ່ຍແລ້ວແມ່ນມີອາຍຸ 35 ປີແລະກໍເຮັດວຽກໜັກ
ຊຶ່ງມັກຈະເປັນວຽກງານທີ່ຕ້ອງການໃຊ້ກຳລັງ.

ຜູ້ນຳສະຫະລັດກ່າວຕື່ມວ່າ ສະມາຊິກຂອງພັກຣີພັບບລີກັນຢູ່ໃນລັດຖະສະພາ ພວມ ຂັດຂວາງຕໍ່ການຂຶ້ນຄ່າຈ້າງດັ່ງກ່າວແລະບາງຄົນຕ້ອງການກຳຈັດເລື່ອງນີ້ໃຫ້ໝົດໄປ ຢ່າງສິ້ນເຊີງ.

ປະທານາທິບໍດີໂອບາກ່າວວ່າ ພັກຣີພັບບລີກັນໄດ້ລົງຄະແນນສຽງຫຼາຍກວ່າ 50 ເທື່ອ ເພື່ອບ່ອນທຳລາຍຫລືຍົກເລີກກົດໝາຍປະກັນໄພສຸຂະພາບລາຄາຖືກທີ່ສະໜອງປະ ກັນໄພສຸຂະພາບໃຫ້ແກ່ຫລາຍໆລ້ານຄົນນັ້ນ. ທ່ານເວົ້າວ່າ ລັດຖະສະພາຄວນຈະລົງ ຄະແນນສຽງຢ່າງນ້ອຍນຶ່ງຄັ້ງເພື່ອຂຶ້ນຄ່າຈ້າງຂັ້ນຕ່ຳສຸດໃຫ້ແກ່ຄອບຄົວທີ່ເຮັດລ້າເຮັດ ການຫຼາຍໆລ້ານຄອບຄົວ.

ໃນຄຳປາໄສ ຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ ທ່ານ John Boehner ປະທານ ສະພາຕ່ຳສະຫະລັດກ່າວວ່າ ລັດຖະບານກາງຄວນຈະອອກໄປຈາກທາງ ຂະນະທີ່ທຸ ລະກິດຂະໜາດນ້ອຍ ພະຍາຍາມວາງແຜນສຳລັບອະນາຄົດ.

ທ່ານ Boehner ກ່າວວ່າ ສະມາຊິກຂອງພັກຣິພັບບລີກັນໃນສະພາຕ່ຳກຳລັງດຳເນີນ ການກ່ຽວກັບຂໍ້ລິເລີ້ມທາງດ້ານເສດຖະກິດ ທີ່ໃຫ້ຄວາມສຳຄັນໃນດ້ານວຽກງານເປັນ ອັນດັບນຶ່ງ.
XS
SM
MD
LG