ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ
ວໍຊິງຕັນ ແມ່ນມີຄວາມເປັນຫ່ວງວ່າ ຈີນ ພວມໃຊ້ “ຄວາມ
ໃຫຍ່ໂຕ ແລະ ອຳນາດຂອງຕົນ” ກົດດັນບັນດາປະເທດ
ນ້ອຍກວ່າ ດ້ວຍການອ້າງເອົາເນື້ອທີ່ ໃນທະເລຈີນໃຕ້ນັ້ນ.
ການກ່າວຖະແຫລງ ຢູ່ທີ່ກອງປະຊຸມ ໃນລະຫວ່າງຢ້ຽມຢາມ
ຈາໄມກາ ເມື່ອວັນພະຫັດວານນີ້ ທ່ານໂອບາມາ ກ່າວວ່າ
ວໍຊິງຕັນ ແມ່ນມີຄວາມເປັນຫ່ວງວ່າ ຈີນແມ່ນບໍ່ປະຕິບັດຕາມ
ບັດທັດຖານ ແລະ ກົດລະບຽບ ຂອງສາກົນຕ່າງໆ ສະເໝີໄປ
ໂດຍການກົດດັນໃຫ້ບັນດາປະເທດອື່ນໆ ໃຫ້ຕົກຢູ່ຖານະທີ່ເປັນຮອງ.
ໂຄງການ ຖົມດິນແບບວ່ອງໄວຕ່າງໆ ຢູ່ໃນອ້ອມແອ້ມກ້ອນຫິນ ໃນ ເຂດໝູ່ເກາະ Spratly
ຢູ່ທະເລຈີນໃຕ້ນັ້ນ ໄດ້ເຮັດໃຫ້ບັນດາປະເທດ ທີ່ອ້າງເອົາກຳມະສິດໃນບໍລິເວນດັ່ງກ່າວ
ເກີດຄວາມຕື່ນຕົກໃຈ ເຊັ່ນວ່າ ປະເທດ ຟີລິບປິນ ແລະ ຫວຽດນາມ.
ທ່ານໂອບາມາເວົ້າວ່າ “ພວກເຮົາຄິດວ່າ ອັນນີ້ສາມາດແກ້ໄຂໄດ້ດ້ວຍທາງການທູດ
ຍ້ອນພຽງແຕ່ວ່າ ຟີລິບປິນ ຫຼື ຫວຽດນາມ ບໍ່ໃຫຍ່ເທົ່າກັນກັບຈີນ ອັນນັ້ນ ບໍ່ໝາຍ
ຄວາມວ່າ ພວກເຂົາເຈົ້າ ສາມາດຖືກກົດດັນອອກໄປດ້ວຍສອກ.”
ປະທານາທິບໍດີ ໂອບາມາ ກ່າວອີກວ່າ ສະຫະລັດ ບໍ່ມີ “ທັດສະນະທີ່ ສະເພາະເຈາະຈົງ
ຕໍ່ຂໍ້ຂັດແຍ້ງເລື້ອງເຂດນ້ຳແດນດິນຕ່າງໆ” ແຕ່ພຽງຢາກໃຫ້ທຸກໆຝ່າຍ “ໃຊ້ກົນໄກຕ່າງໆ ທີ່ນາໆຊາດມີຢູ່ແລ້ວນັ້ນ” ເພື່ອແກ້ໄຂບັນຫາຂັດແຍ້ງເຫຼົ່ານີ້.
ຈີນໄດ້ກ່າວປ້ອງກັນ ການຖົມດິນຂອງຕົນຢູ່ໃນເຂດໝູ່ເກາະທີ່ຂັດແຍ້ງ ກັນນັ້ນ ໂດຍກ່າວ
ວ່າ ຕົນກຳລັງທຳການ “ກໍ່ສ້າງແລະບຳລຸງຮັກສາ.”
ເບິ່ງວີດີໂອ ທີ່ກ່ຽວຂ້ອງ: