ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໂອບາມາ ຫຼຸດໂທດຂັງຄຸກ ຂອງຜູ້ປ່ອຍ ຂໍ້ມູນລັບ ກອງທັບ ນາງ Chelsea Manning


ນາງ Chelsea Manning ຖ່າຍຮູບໃສ່ຜົມປອມ ແລະ ລິບສຕິກ.
ນາງ Chelsea Manning ຖ່າຍຮູບໃສ່ຜົມປອມ ແລະ ລິບສຕິກ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຫຼຸດໂທດໃຫ້ແກ່ອະດີດນັກວິເຄາະຂໍ້ມູນລັບກອງທັບ ສະຫະລັດ ນາງ Chelsea Manning, ຜູ້ທີ່ໄດ້ປ້ອນເອກະສານຫຼາຍຮ້ອຍພັນສະບັບຂອງ ກອງທັບ ໃຫ້ແກ່ເວັບໄຊ WikiLeaks ທີ່ຕໍ່ຕ້ານຄວາມລັບ.

ນາງ Manning ຖືກຕັດສິນຂັງຄຸກ 35 ປີໃນປີ 2013. ແຕ່ຕອນນີ້ລາວຈະຖືກປ່ອຍຕົວໃນ ເດືອນພຶດສະພາທີ່ຈະມາເຖິງນີ້.

ນາງແມ່ນໜຶ່ງໃນພວກນັກໂທດ 209 ຄົນທີ່ຖືກຫຼຸດໂທດ ແລະ ອີກ 64 ຄົນທີ່ໄດ້ຮັບອະ ໄພຍະໂທດ ເຊິ່ງທ່ານ ໂອບາມາ ໄດ້ປະກາດໃນວັນອັງຄານວານນີ້ ໃນຂະນະທີ່ການດຳ ລົງຕຳແໜ່ງຂອງທ່ານໃກ້ຈະສິ້ນສຸດອີກສອງມື້ຂ້າງໜ້າ. ສຳລັບນັກໂທດຄົນອື່ນໆແມ່ນ ໄດ້ຮັບໂທດສຳລັບການກະທຳຜິດຄ້າຂາຍຢາເສບຕິດ ບໍ່ຮຸນແຮງ.

ທີ່ປຶກສາທາງກົດໝາຍຂອງທຳນຽບຂາວ ທ່ານ Neil Eggleston ໄດ້ກ່າວໃນວັນອັງຄານ ວານນີ້ວ່າ “ບຸກຄົນ 273 ຄົນພວກນີ້ໄດ້ຮຽນຮູ້ວ່າ ປະເທດຂອງເຮົາແມ່ນປະເທດທີ່ໃຫ້ ອະໄພ, ເຊິ່ງການເຮັດວຽກໜັກ ແລະ ຄຳໝັ້ນສັນຍາທີ່ຈະເຂົ້າບຳບັດ ສາມາດນຳໄປ ສູ່ການໃຫ້ໂອກາດຄັ້ງທີສອງ, ແລະ ເປັນບ່ອນທີ່ກຳກະທຳຜິດໃນອະດີດຈະບໍ່ກີດກັ້ນ ບຸກຄົນໃດໜຶ່ງຈາກໂອກາດທີ່ຈະກ້າວໄປທາງໜ້າ.”

ນາງ Chelsea Manning ກ່ອນໜ້ານີ້ແມ່ນທ້າວ Bradley Manning ໃນເວລາທີ່ລາວ ໄດ້ສົ່ງເອກະການລັບຂອງກອງທັບ ສະຫະລັດ ຫຼາຍກວ່າ 700,000 ສະບັບໃຫ້ເວັບໄຊ WikiLeaks. ມັນລວມມີລາຍງານຈາກສະໜາມຮົບໃນ ອັຟການິສຖານ ແລະ ອີຣັກ ແລະ ໂທລະເລກຂອງກະຊວງການຕ່າງປະເທດ.

ໄອຍະການລັດຖະບານໄດ້ໂຕ້ຖຽງວ່າ ການກະທຳຂອງທ້າວ Manning ອາດເຮັດໃຫ້ຊີ ວິດຂອງບັນດາທະຫານຊາຍ ແລະ ຍິງຂອງ ສະຫະລັດ ຕົກຢູ່ໃນອັນຕະລາຍ.

ກະຊວງປ້ອງກັນປະເທດໄດ້ໂຕ້ຖຽງວ່າ ທ້າວ Manning ຢາກເປີດເຜີຍສິ່ງທີ່ພວກເຂົາ ເຈົ້າເອີ້ນວ່າ ຄວາມຈິງ ກ່ຽວກັບ ການມີສ່ວນຮ່ວມຂອງກອງທັບ ສະຫະລັດ ແລະ ວ່າຂໍ້ມູນ ສ່ວນໃຫຍ່ແມ່ນບໍ່ມີປະໂຫຍດຫຍັງຕໍ່ທຸກຄົນ ຜູ້ທີ່ຢາກເຮັດໃຫ້ຜົນປະໂຫຍດຂອງ ສະຫະ ລັດ ໄດ້ຮັບຄວາມເສຍຫາຍ.

ທ້າວ Manning ໄດ້ຍອມຮັບວ່າເປັນຜູ້ປ້ອນເອກະສານດັ່ງກ່າວ ແລະ ໄດ້ກ່າວວ່າ ມັນໄດ້ ຖືກເຮັດໄປ ສ່ວນໜຶ່ງ ຍ້ອນຄວາມສັບສົນທາງເພາດຂອງລາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama Manning
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG