ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ປ. ໂອບາມາ ຜ່ອນຜັນໂທດ ໃຫ້ນັກໂທດ ຄ້າຢາເສບຕິດ 214 ຄົນ ຖືວ່າ ຫຼາຍທີ່ສຸດ ໃນສັດຕະວັດ


ຫຼັງຈາກທີ່ໄດ້ຜ່ອນຜັນໂທດໃຫ້ແກ່ພວກນັກໂທດຄ້າຢາເສບຕິດ ຫຼາຍສິບຄົນແລ້ວ, ປ. ບາຣັກ ໂອບາມາ ກໍພົບປະກັບອະດີດ
ນັກໂທດ ເພື່ອຮຽນຮູ້ ເຖິງການທ້າທາຍຕ່າງໆ ທີ່ຈະບໍ່ໃຫ້ໄດ້
ກັບຄືນໄປຕິດຄຸກອີກ ຢູ່ທີ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ
ຫຼວງວໍຊິງຕັນ, ດີຊີ, ວັນທີ 30 ມີນາ 2016.
ຫຼັງຈາກທີ່ໄດ້ຜ່ອນຜັນໂທດໃຫ້ແກ່ພວກນັກໂທດຄ້າຢາເສບຕິດ ຫຼາຍສິບຄົນແລ້ວ, ປ. ບາຣັກ ໂອບາມາ ກໍພົບປະກັບອະດີດ ນັກໂທດ ເພື່ອຮຽນຮູ້ ເຖິງການທ້າທາຍຕ່າງໆ ທີ່ຈະບໍ່ໃຫ້ໄດ້ ກັບຄືນໄປຕິດຄຸກອີກ ຢູ່ທີ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ ຫຼວງວໍຊິງຕັນ, ດີຊີ, ວັນທີ 30 ມີນາ 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຜ່ອນສັ້ນໄລຍະການລົງໂທດ ສຳລັບ ນັກໂທດ 214 ຄົນໃນຄຸກຂອງລັດຖະບານກາງ ສະຫະລັດ, ໃນສິ່ງທີ່ ທຳນຽບຂາວ ໄດ້ເອີ້ນວ່າເປັນການປ່ຽນໂທດໜັກໃຫ້ເປັນເບົາຊຸດທີ່ໃຫຍ່ທີ່ສຸດໃນມື້ດຽວ ໃນຮອບດົນ ກວ່າ 1 ສັດຕະວັດ.

ການພົ້ນໂທດກ່ອນກຳນົດແມ່ນສ່ວນໜຶ່ງໃນຄວາມພະຍາຍາມຂອງທ່ານ ໂອບາມາ ເພື່ອ ແກ້ໄຂສິ່ງທີ່ທ່ານເຫັນວ່າ ການລົງໂທດຂັ້ນຕ່ຳ ທີ່ບັງຄັບໃຫ້ປະຕິບັດໂທດຍາວ ຢ່າງບໍ່ມີ ເຫດຜົນ.

ພວກນັກໂທດ ສາມາດເຫັນໄດ້ ກຳລັງອອກກຳລັງກາຍ ຢູ່ທີ່ເດີ່ນຫຍ້າ ຂອງຄຸກລັດຄາລີຟໍເນຍ ໃນເມືອງ Vacaville ຂອງລັດຄາລີຟໍເນຍ, ວັນທີ 20 ພຶດສະພາ 2015.
ພວກນັກໂທດ ສາມາດເຫັນໄດ້ ກຳລັງອອກກຳລັງກາຍ ຢູ່ທີ່ເດີ່ນຫຍ້າ ຂອງຄຸກລັດຄາລີຟໍເນຍ ໃນເມືອງ Vacaville ຂອງລັດຄາລີຟໍເນຍ, ວັນທີ 20 ພຶດສະພາ 2015.

ການຜັກດັນຂອງທ່ານປະທານາທິບໍດີ ເພື່ອຫຼຸດຜ່ອນພາລະ ກ່ຽວກັບ ຜູ້ກະທຳຜິດຄ້າຢາ ເສບຕິດທີ່ບໍ່ໄດ້ກໍ່ຄວາມຮຸນແຮງ ໄດ້ສົ່ງຜົນສະທ້ອນຕໍ່ທັດສະນະຂອງທ່ານ ທີ່ໄດ້ກ່າວ ມາດົນວ່າ ປະເທດຊາດຄວນປັບປຸງຜົນ ຂອງກົດລະບຽບການລົງໂທດໜັກ ທີ່ມີມາຫຼາຍ ທົດສະວັດ, ເຊິ່ງໄດ້ເຮັດໃຫ້ຄົນ ອາເມຣິກັນ ຫຼາຍພັນຄົນຕ້ອງຖືກຂັງຄຸກ ເປັນເວລາ ດົນໂພດ.

ໃນຈຳນວນນັກໂທດຜູ້ທີ່ໄດ້ຮັບຜົນກະທົບ ໂດຍຄຳສັ່ງຂອງປະທານາທິ ບໍດີໃນວັນພຸດ ວານນີ້ ແມ່ນນັກໂທດທີ່ຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ 67 ຄົນ, ເຊິ່ງເກືອບໝົດ ທຸກຄົນໄດ້ກໍ່ອາຊະຍາກຳຢາເສບຕິດ ທີ່ບໍ່ມີຄວາມຮຸນແຮງ, ທັງນີ້ບາງຄົນກໍໄດ້ຖືກກ່າວ ໂທດ ດ້ວຍການລະເມີດໃຊ້ອາວຸດປືນ ທີ່ກ່ຽວຂ້ອງກັບກິດຈະກຳ ການຄ້າຢາເສບຕິດ ຂອງພວກເຂົາ.

ຕົກມາເຖິງມື້ນີ້, ທ່ານ ໂອບາມາ ໄດ້ມອບການຜ່ອນໂທດໜັກໃຫ້ເປັນເບົາຕໍ່ນັກໂທດ 562 ຄົນ, ເຊິ່ງຫຼາຍກວ່າ ປະທານາທິບໍດີ 9 ຄົນກ່ອນໜ້ານີ້ລວມເຂົ້າກັນ, ແລະ ເປັນການ ກະທຳ ທີ່ມີຄວາມເມດຕາກະລຸນາຫຼາຍກວ່າ ປະທານາທິບໍດີຄົນອື່ນໆ ໃນຮອບເກືອບໜຶ່ງ ສັດຕະວັດ.

ທີ່ປຶກສາ ທຳນຽບຂາວ ທ່ານ Neil Eggleston ໄດ້ກ່າວໃນການຂຽນຂໍ້ຄວາມ ໃນ ເວັບໄຊທ໌ ວ່າ ທ່ານ ໂອບາມາ ໄດ້ກວດສອບຄຳຮ້ອງຂໍຜ່ອນໂທດແຕ່ລະສະບັບ ກ່ຽວກັບ ຂໍ້ດີຂອງມັນ ເພື່ອລະບຸການຜ່ອນໂທດທີ່ເໝາະສົມ, ທັງໄດ້ກ່າວວ່າພວກນັກໂທດ ຈະ ສາມາດຖືກຊ່ວຍເຫຼືອໄດ້ໂດຍການບຳບັດຢາເສບຕິດ, ໂຄງການການສຶກສາ ຫຼື ການໃຫ້ ຄຳປຶກສາເພີ່ມເຕີມ ຫຼື ບໍ່.

ບັນດາປະທານາທິບໍດີ ມັກຈະໃຊ້ອຳນາດຂອງພວກເພິ່ນ ເພື່ອຫຼຸດຜ່ອນການລົງໂທດ ຫຼື ໃຫ້ອະໄພຍະໂທດເລື້ອຍໆໃນໄລຍະໃກ້ຕອນທ້າຍ ຂອງການດຳລົງຕຳແໜ່ງ ຂອງພວກ ເພິ່ນ. ບັນດາເຈົ້າໜ້າທີ່ບໍລິຫານຂອງລັດຖະບານໄດ້ກ່າວວ່າ ໄລຍະທີ່ວ່ອງໄວແນວນີ້ ຈະສືບຕໍ່ໄປ ກ່ອນທີ່ທ່ານ ໂອບາມາ ຈະອອກຈາກ ທຳນຽບຂາວໃນເດືອນມັງກອນ 2017 ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG