ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ເສັດສິ້ນ ການຢ້ຽມຢາມ ທະວີບ ອາຟຣິກາ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ເສັດສີ້ນການຢ້ຽມຢາມ ອາຟຣິກາ.
ປະທານາທິບໍດີ ບາຣັກ ໂອບາມາ ເສັດສີ້ນການຢ້ຽມຢາມ ອາຟຣິກາ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ເສັດ​ສີ້​ນ
ການ​ເດີນທາງ ຢ້ຽມຢາມອາ​ຟຣິກາ ​ແລະ​ກ່າວ​ວ່າ ທ່ານ​ເຊື່ອ​ໝັ້ນ
|ວ່າ ດ້ວຍ​ວິທີ​ການຍື່ນ​ມື​ໄປ​ຫາ​ປະຊາກອນ​ຂອງ​ທະວີບ​ດັ່ງກ່າວ
​ທີ່​ຖືກຕ້ອງ​ນັ້ນ “ສາມາດ​ນຳໄປ​ສູ່ຍຸກ​ໃໝ່ທີ່​ພາ​ໃຫ້​ເກີດຄວາ​ມອຸ​
ດົມ​ຮັ່ງມີ​ໄດ້​.”

ທ່ານ Obama ​ໄດ້​ກ່າວ​ເນັ້ນ​ເຖິງໂຄງການ​ຕ່າງໆ ທີ່​ປະສົມ​ປະ
ສານ​ທັງ​ການ​ດຳ ​ເນີນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ແລະ
ເອກ​ກະ​ຊົນ ​ເພື່ອ​ກະຕຸກ​ຊຸກຍູ້​ໃຫ້​ເສດຖະກິດ​ກ້າວໜ້າ​ນັ້ນ ເຮັດ​
ໃຫ້ອາ​ຟຣິກາ​ເປັນ ​ກາຍ​ເປັນຄູ່​ການ​ຄ້າຂອງ​ສະຫະ ລັດ ຫລາຍ
​ກ່ອນ​ເປັນ​ຜູ້​ໄດ້​ຮັບ​ການ​ຊ່ວຍ​ເຫລືອ.

ທ່ານ​ໄດ້​ອອກ​ເດີນທາງໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ​ ໄ​ດ້ຢ້ຽມຢາມ​ໂຮງໄຟຟ້າ​ ​ໃນ​ແທນ​ຊາ​ເນຍ ຊຶ່ງ​ຄັ້ງນຶ່ງເຄີຍຖືກ​ປ່ອຍ​ປະລະ​ເລີຍບໍ່​ໄດ້​ໃຊ້​ການ​ຫຍັງ ​ແຕ່​ໄດ້​ເລີ້ມ​ເປີດ​ຄືນໃໝ່ ຍ້ອນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຮ່ວມ​ລະຫວ່າງສະຫະລັດ ​ແລະ​ແທນ​ຊາ​ເນຍ.

ທ່ານ Obama ​ໄດ້​ປະກາດ​ໃນ​ວັນ​ອາທິດ​ຜ່ານ​ນີ້​ ກ່ຽວ​ກັບ​ໂຄ​ງການ​ໃໝ່​ໂຄງການນຶ່ງ​ທີ່​ມີ​ມູນ​ຄາ 7 ພັນ​ລ້ານ​ໂດ​ລາ​ເພື່ອ​ຂະຫຍາຍ​ການ​ນໍາ​ໃຊ້​ໄຟຟ້າ​ຢູ່​ໃນອາ​ຟຣິກາ.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານມື້​ນີ້ ອະດີດ​ປະທານາທິບໍດີ George W. Bush ກໍ​ໄດ້​ໄປ
ຮ່ວມ​ກັບປະທານາທິບໍດີ Obama ໃນ​ພິທີວາງ​ພວງມມາລາ​ ເພື່ອ​ເປັນ​ກຽດລະນຶກ​ເຖິງ 11 ຄົນ​ທີ່​ໄດ້​ເສຍ​ຊີວິດ ​ໃນ​ການວາງ​ລະ​ເບີດ ​ຢູ່ສະຖານທູດອາ​ເມຣິກາ ​ທີ່​ນ​ະຄອນ Dar es Salaam ​ໃນ​ປີ 1998.



​ໃນ​ວັນ​ຈັນ​ຜ່ານ​ມານີ້ ປະທານາທິບໍດີ​ໄດ້​ເພັ່ງ​ເລັງໃສ່​ເລື່ອງກາ​ນຄ້າໂດຍ​ກ່າວ​ຕໍ່ ພວກ​ຜູ້ນຳ​ທຸລະ​ກິດ​ຂອງສະຫະ​ລັດ​ ແລະ​ອາ​ຟຣິກາ ຢູ່ທີ່​ນະຄອນ Dar es Salaam ວ່າ ທ່ານ​ຫລິງ​ເຫັນວ່າອາຟຣິກາ​ຈະເປັນ “​ບ່ອນ​ທີ່ປະສົບ​ຜົນສໍາ​ເລັດ ທີ່​ສໍາຄັນຕໍ່​ໄປ​ຂອງ
ໂລ​ກ.”

ທ່ານ​ໄດ້ປະກາດ​ກ່ຽວ​ກັບ​ວິ​ສາ​ຫະກິດໃໝ່ ​ທີ່​ຮ້ອງ​ວ່າ "​ການຄ້າ​ອາຟຣິກາ” ທີ່​ຊອກ​ຫາ
ຊ່ອງ​ທາງ ​ເພື່ອ​ເພີ້​ມ​ທະວີຄວາມ​ສຳພັນ​ທາງ​ດ້ານການຄ້າ ລະຫວ່າງ ເຂດ​ໃຕ້​ທະ​ເລ​ຊາຍຊາ​ຮາຣາ ຂອງອາ​ຟຣິກາ ​ແລະສະຫະລັດ ​ຊຶ່ງ​ໃນຂັ້ນ​ຕົ້ນ
ຈະທີ່​ແນໃສ່ອາ​ຟຣິກາ​ຕາ​ເວັນ​ອອກ.

ການ​ຢ້ຽມຢາມ​ຂອງທ່ານ Obama ຍັງຮວມ​ທັງ​ການ​ຢຸດແວ່ ຢູ່ອາ​ຟຣິກາ​ໃຕ້ ​ແລະ​ເຊ​ເນ​ການ ບ່ອນ​ທີ່​ທ່ານ​ໄດ້​ສົນທະນາຫາລື​ກ່ຽວກັບເລື້ອງ​ຄວາມ​ປອດ​ໄພ ​ແລະ​ການດຳ​ເນີນ​ຄວາມ​ພະຍາຍາມ​ ​ເພື່ອ​ຮັບ​ມື​ກັບພວກ​ຫົວ​ຮຸນ​ແຮງ. ​


XS
SM
MD
LG