ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ປະກາດໃຫ້ການສະໜັບສະໜຸນຢ່າງເປັນທາງການ ຕໍ່ຜູ້ທີ່ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton ຫລັງຈາກໄດ້ພົບປະກັບ ຄູ່ແຂ່ງຂອງທ່ານນາງ ທ່ານ Bernie Sanders ໃນວັນພະຫັດວານນີ້ໃນຄວາມພະຍາຍາມເພື່ອສ້າງຄວາມປຸ້ມລຸມສາ ມັກຄີພາຍໃນພັກ ແລະເອົາຊະນະຜູ້ທີ່ຖືກສະເໜີຊື່ ຂອງພັກຣີພັບບລີກັນ ທ່ານ Donald Trump ທີ່ເປັນບັນຫາໂຕ້ແຍ້ງ.
ໃນການໃຫ້ຄວາມເຫັນທາງວີດີໂອເທັບ ທີ່ນຳອອກເຜີຍແຜ່ ໂດຍຝ່າຍໂຄສະນາຫາສຽງຂອງທ່ານນາງ Clinton ນັ້ນ ທ່ານໂອບາມາ ກ່າວວ່າ ທ່ານຮູ້ດີວ່າມັນມີຄວາມຫຍຸ້ງຍາກປານໃດໃນການເປັນປະທານາທິບໍດີ ແລະນັ້ນຄືວ່າເປັນຫຍັງ ທ່ານຈຶ່ງຮູ້ດີວ່າ ອະດີດລັດ ຖະມົນຕີການຕ່າງປະເທດຂອງທ່ານ ແລະອະດີດສະຕີໝາຍເລກນຶ່ງ ມີຄວາມສາມາດໃນການເຮັດວຽກການດັ່ງກ່າວ.
ຄວາມຈິງແລ້ວ ຂ້າພະເຈົ້າບໍ່ຄິດວ່າຈະມີຜູ້ໃດ ມີຄຸນນະວຸດທິພຽບພ້ອມທີ່ຈະກຳຕຳແໜ່ງ ນີ້ນັ້ນຄືຄຳເວົ້າຂອງປະທານາທິບໍດີໂອບາມາ. ທ່ານນາງເປັນຜູ້ມີຄວາມກ້າຫານ ມີຄວາມເມດຕາກາລຸນາ ແລະມີຈິດໃຈທີ່ຈະເຮັດຫລ້ອນວຽກການດັ່ງກ່າວນີ້.
ທຳນຽບຂາວ ກ່າວວ່າ ປະທານາທິບໍດີໂອບາມາ ຈະໄປໂຄສະນາຫາສຽງ ກັບທ່ານນາງ Clinton ເປັນເທື່ອທຳອິດ ໃນລະຫວ່າງການປາກົດໂຕທີ່ລັດວິສຄັນຊິນໃນວັນພຸດຈະມານີ້. ທ່ານໂອບາມາໄດ້ຊະນະການເລືອກຕັ້ງຢູ່ທີີ່ລັດດັ່ງກ່າວໃນການ ເລືອກຕັ້ງທົ່ວໄປ ທັງສອງເທື່ອ ເວລາທ່ານສະໝັກເປັນປະທານາທິບໍດີ.
ຂ້າພະເຈົ້າຢູ່ກັບທ່ານນາງ ຂ້າພະເຈົ້າມີຄວາມຮູ້ສຶກຕື່ນເຕັ້ນ ແລະບໍ່ສາມາດລໍຖ້າຈະໄປ ທີ່ນັ້ນແລະໂຄສະນາຫາສຽງໃຫ້ທ່ານນາງ Clinton ນັ້ນຄືຄຳເວົ້າຂອງປະທານາທິບໍດີ.
ການປະກາດໃຫ້ການສະໜັບສະໜຸນຢ່າງເປັນທາງການມີຂຶ້ນຫລັງຈາກທ່ານໂອບາມາ ໄດ້ພົບປະທີ່ທຳນຽບຂາວເປັນເວລານຶ່ງຊົ່ວໂມງກັບທ່ານ Sanders ສະມາຊິກສະພາສູງ ທີ່ເຕັມໄປດ້ວຍຄວາມກະຕືລືລົ້ນຈາກລັດ Vermont ທີ່ໄດ້ຮັບການສະໜັບສະໜຸນຈາກປະຊາຊົນຫຼາຍໆລ້ານຄົນໂດຍສະເພາະແລ້ວແມ່ນພວກຊາວໜຸ່ມ.
ຄຳປາໄສຂອງທ່ານ ແມ່ນຮຽກຮ້ອງໃຫ້ມີຄວາມສະເໝີພາບ ໃນດ້ານລາຍໄດ້ແລະຍຸດຕິການໃຊ້ອິດທິພົນຢ່າງແຂງຂັນຂອງຜູ້ບໍລິຈາກທີ່ຮັ່ງມີແລະກຸ່ມຜົນປະໂຫຍດຢູ່ທີ່ວໍຊິງຕັນ ທີ່ໄດ້ຊ່ອຍໃຫ້ພວກສະໜັບສະໜຸນມີກຳລັງວັງຊານັ້ນ.