ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໃນວັນຈັນທີ່
ຜ່ານມານີ້ ໄດ້ຮຽກຮ້ອງບັນດາຜູ້ນຳຂອງໂລກໃຫ້ “ລຸກຂຶ້ນໃນ
ເວລານີ້” ເພື່ອຕໍ່ສູ້ກັບສະພາບ ອາກາດປ່ຽນແປງ, ໃນຂະນະທີ່
ທ່ານໄດ້ກ່າວເປີດກອງປະຊຸມສຸດຍອດ ວ່າດ້ວຍ ການປ່ຽນແປງ
ດິນຟ້າອາກາດຂອງ ອົງການສະຫະປະຊາຊາດ ໃນນະຄອນ
ຫຼວງ ປາຣີ. ນັກຂ່າວວີໂອເອປະຈຳທຳນຽບຂາວ Aru Pande
ມີລາຍງານ ເພີ່ມເຕີມ ກ່ຽວກັບເລື່ອງ ນີ້ຈາກນະຄອນຫຼວງຂອງປະເທດ ຝຣັ່ງ, ເຊິ່ງຍັງຕື່ນຕົກໃຈຈາກ ເຫດ ການໂຈມຕີກໍ່ການຮ້າຍໃນວັນທີ 13 ພະຈິກທີ່ຜ່ານມາ. ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ບໍ່ຮອດໜຶ່ງຊົ່ວໂມງ ຫຼັງຈາກເດີນທາງໄປຮອດນະຄອນຫຼວງປາຣີ, ປະທານາທິບໍດີ ໂອບາມາ ໄດ້ໄປສະແດງຄວາມເຄົາລົບ ຕໍ່ພວກທີ່ໄດ້ຖືກຂ້າຕາຍ ເມື່ອມືປືນ ລັດອິສລາມໄດ້ລະດົມຍິງ
ໃສ່ຜູ້ທີ່ໄປຊົຄອນເສີດ ທີ່ໂຮງລະຄອນ Bataclan ເກືອບ 3 ສັບປະດາທີ່ຜ່ານມາ.
ຕໍ່ມາໃນວັນຈັນ, ຜູ້ນຳສະຫະລັດ ໄດ້ສະແດງຄວາມເຄົາລົບຕໍ່ປະຊາຊົນແຫ່ງ ນະຄອນຫຼວງ
ປາຣີ ຕໍ່ການຢືນຢັນ ທີ່ຈະຈັດກອງປະຊຸມ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດຂອງ
ອົງການສະຫະປະຊາຊາດ ຫຼັງຈາກໄດ້ຮັບຄວາມ ເສຍຫາຍຈາກການໂຈມຕີ.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ “ການກະທຳທີ່ ທ້າທາຍນັ້ນ
ມັນໄດ້ພິສູດວ່າ ບໍ່ມີຫຍັງທີ່ຈະປ່ຽນແປງພວກເຮົາ ຈາກການສ້າງ ອະນາຄົດທີ່ພວກເຮົາ
ຕ້ອງການ ສຳລັບລູກຫຼານຂອງພວກເຮົາ.”
ການເຈລະຈາກ່ຽວກັບອະນາຄົດທີ່ມີການປ່ອຍທາດຄາບອນຕ່ຳ ແມ່ນຫົວຂໍ້ທີ່ ໄດ້ຄອບງຳ
ກອງປະຊຸມສຸດຍອດ, ພ້ອມກັບທ່ານ ໂອບາມາ ຮຽກຮ້ອງໃຫ້ບັນດາ ຜູ້ນຳໂລກຮັບຮອງ
ຂໍ້ຕົກລົງວ່າດ້ວຍສະພາບອາກາດ ໄລຍະຍາວພ້ອມກັບເປົ້າໝາຍຕ່າງໆທີ່ໄດ້ຮັບການປັບປຸງ
ຢ່າງສະໝ່ຳສະເໝີ, ບໍ່ແມ່ນວິທີແກ້ໄຂບັນຫາ ຊົ່ວຄາວ.
ປະທານາທິບໍດີ ໂອບາມາ ກ່າວວ່າ “ໜຶ່ງໃນຫຼາຍໆສັດຕູທີ່ພວກເຮົາຈະຕໍ່ສູ້ ໍນກອງປະຊຸມ
ຄັ້ງນີ້ ແມ່ນການມອງໂລກໃນແງ່ຮ້າຍ, ເຊິ່ງເປັນ ຄວາມຄິດທີ່ ພວກເຮົາບໍ່ສາມາດເຮັດຫຍັງໄດ້ກ່ຽວກັບສະພາບອາກາດປ່ຽນແປງ.”
ຢູ່ນອກກອງປະຊຸມສຸດຍອດ, ທ່ານໂອບາມາ ໄດ້ຮັບຮອງເອົາການສະໜັບ ສະໜູນຂອງບັນ
ດາຜູ້ນຳຂອງປະເທດທີ່ປ່ອຍທາດຄາບອນຫຼາຍທີ່ສຸດໃນໂລກ, ປະທານປະເທດຂອງ ຈີນ ທ່ານ ສີ ຈິ່ນຜິງ.
ທ່ານ ໂອບາມາ ກ່າວວ່າ “ພວກເຮົາທັງສອງໄດ້ຕັດສິນໃຈວ່າ ມັນແມ່ນຄວາມຮັບຜິດຊອບ
ຂອງພວກເຮົາທີ່ຈະລົງມືປະຕິບັດ.”
ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi.
ທ່ານ ໂອບາມາ ກ່າວວ່າ “ພວກເຮົາໄດ້ຕົກລົງກັນວ່າ ປາຣີ ຄວນຍອມຮັບ ແລະ ປົກປ້ອງ
ຄວາມສາມາດຂອງຫຼາຍປະເທດຄື ອິນເດຍ ໃນການປະຕິບັດຕາມ ບູລິມະສິດຕ່າງໆ
ກ່ຽວກັບ ການພັດທະນາ, ການເຕີບໂຕ ແລະ ການລົບລ້າງ ຄວາມທຸກຍາກ.”
ນອກນັ້ນ ປະທານາທິບໍດີ ໂອບາມາ ຍັງໄດ້ຈັດການເຈລະຈາແບບປິດລັບກັບ ປະທານາທິບໍດີ
ຣັດເຊຍ ທ່ານ Vladimir Putin, ເຊິ່ງທ່ານໄດ້ກ່າວຢ້ຳເຖິງຄວາມ ຕ້ອງການເພື່ອໃຫ້ຣັດເຊຍ ທຳການເພັງເລັງຄືນໃໝ່ ກ່ຽວກັບເປົ້າໝາຍຂອງພວກ ເຂົາເຈົ້າໃນ ຊີເຣຍ ຕໍ່ພວກ ລັດອິສ
ລາມ ແລະ ບໍ່ແມ່ນພວກຕໍ່ຕ້ານທີ່ບໍ່ມີຄວາມຮຸນແຮງ.
ຮອງຫົວໜ້າດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Ben Rhodes ກ່າວວ່າ “ໃນ ຫລາຍສັບ
ປະດາທີ່ຜ່ານມາ, ພວກເຮົາໄດ້ເຫັນຜົນງານຂອງ ຣັດເຊຍ ໃນການ ໂຈມຕີພວກ ISIL, ໃນຂະນະທີ່ກ່ອນໜ້ານັ້ນ ມີພຽງໜ້ອຍດຽວ. ແນວໃດ ກໍຕາມ, ພວກເຮົາຍັງຈະສືບຕໍ່
ຕິດຕາມເບິ່ງການປະຕິບັດການຂອງ ຣັດເຊຍວ່າແນເປົ້າໃສ່ອົງປະກອບອື່ນໆຂອງຝ່າຍ
ຕໍ່ຕ້ານຫຼືບໍ່.”
ທ່ານ ໂອບາມາ ຍັງໄດ້ຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ຣັດເຊຍ ແລະ ເທີກີ ຫຼັງຈາກ Ankara ໄດ້ຍິງເຮືອບິນຮົບຂອງ ຣັດເຊຍຕົກເມື່ອບໍ່ດົນມານີ້ ຈຸດໜຶ່ງທີ່ທຳນຽບຂາວ
ກ່າວວ່າ ປະທານາທິບໍດີ ຈະກ່າວຢ້ຳໃນລະຫວ່າງການ ເຈລະຈາ ກັບຄູ່ຮ່ວມຕຳແໜ່ງຈາກ ເທີກີ ຂອງທ່ານໃນວັນອັງຄານວານນີ້.