ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ປະນາມ ການເຈາະຈົງຈັບຜິດ ເລື້ອງພາສີຂອງ ພວກຈາຮີດນິຍົມ (ວີດິໂອ)


ປະທານາທິບໍດີ Barack Obama
ປະທານາທິບໍດີ Barack Obama
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວວ່າ
ການສືບສວນສອບສວນຂອງກະຊວງການ​ເງິນຂອງສະຫະ
ລັດ ໄດ້ຄົ້ນພົບວ່າ ພະນັກງານຫ້ອງການເກັບພາສີ ໄດ້ເຈາະ
ຈົງຈັບຜິດຢ່າງ​ບໍ່​ຖືກຕ້ອງ ກຸ່ມນິຍົມແນວທາງເດີມ ຫລື​ນິຍົມ
​ພັກຣີພັບ​ບລິ​ກັນ ທີ່ຍືນຄໍາ​ຮ້ອງຂໍຍົກ ເວັ້ນພາສີນັ້ນ ​ແລະທ່ານ
ເອີ້ນພຶດຕິກໍາດັ່ງກ່າວວ່າ “ປ່ອຍ​ໃຫ້​ມີ​ຂຶ້ນ​ບໍ່​ໄດ້ ​ແລະ​ຍົກ​ໂທດ
​ໃຫ້​ບໍ່ໄດ້.”


ທ່ານ Obama ​ກ່າວ​ໃນຄໍາ​ຖະ​ແຫລ​ງສະບັບ​ນຶ່ງວ່າ ລັດຖະບານ
ກາງຈະຕ້ອງປະຕິບັດຕົວເອງ ໃນລັກສະນະທີ່​ຄູ່​ຄວນ​ກັບ​
ຄວາມ​ໄວ້​ວາງ​ໃນ​ຂອງປະຊາຊົນ ​ແລະ​ວ່າລາຍງານສະບັບ
ນີ້ສະແດງໃຫ້ເຫັນວ່າ ພະນັກງານຈໍານວນ​ນຶ່ງຂອງຫ້ອງ
ການເກັບພາສີ ຫຼື IRS ນັ້ນ “ແມ່ນເສັງຕົກ ໃນເລື່ອງນີ້.”
ທ່ານ Obama ກ່າວວ່າ ພວກທີ່ກ່ຽວຂ້ອງນັ້ນຈະຕ້ອງຮັບ
ຜິດຊອບ ແລະວ່າ ຄວນ​ມີ​ການ​ເອົາ​ມາດ​ຕະການ ​ເພື່ອ​ບໍ່​ໃຫ້​ມີການປະພຶດແບບນີ້ອີກ.

ຫ້ອງການ IRS ​ໄດ້ອອກມາກ່າວຂໍ​ໂທດ ໃນວັນສຸກແລ້ວນີ້ ທີ່​ໄດ້​
ເພ່ງ​ເລັງ​ການ​ຈັບ​ຜິດ​ເປັນ​ພິ​ເສດ ​ໃສ່ພວກກຸ່ມນິຍົມແນວທາງເດີມ
ທີ່ຕໍ່ຕ້ານນະໂຍບາຍຕັດ​ລາຍ​ຈ່າຍ​ແລະ​ເກັບ​ພາສີຂອງປະທານາ
ທິບໍດີ Obama ແຕ່ກ່າວວ່າ ການເຈາະຈົງດັ່ງກ່າວນີ້ ບໍ່​ໄດ້​ເປັນ​ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າ​
ຢູ່​ຄົນ​ລະ​ພັກການເມືອງແຕ່ຢ່າງໃດ.

ຢູ່ໃນກອງປະຊຸມຖະ​ແຫລ​ງຂ່າວໃນວັນອັງຄານວານນີ້ ລັດຖະມົນຕີກະຊວງ​ຍຸຕິ​ທໍາ
ທ່ານ Eric Holder ກ່າວວ່າ ​ແນ່ນອນ​ວ່າ ການເຈາະຈົງໃສ່ບາງກຸ່ມຂອງທາງຫ້ອງການ
IRS ນັ້ນ ຖ້າ​ຫາກ​ວ່າບໍ່​ແມ່ນອາ​ຊະ​ຍາ​ກໍາ​ແລ້ວ ກໍແມ່ນ​ເປັນ​ເລື້ອງທີ່ “​ຮ້າຍແຮງທີ່​ສຸດ
ແລະ​ຍອມຮັບ​ເອົາ​ບໍ່​ໄດ້
. ​ແລະທ່ານ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້ ທາງ​ກະຊວງ​ທໍາການສື​ບສວນ
ສອບ​ສວນ​ການ​ກະຈະ​ດໍາ​ຕ່າງໆ​ຂອງຫ້ອງການ IRS ແລ້ວ.

ບັນ​ດາ​ສະມາຊິກ​ລັດຖະສະພາສັງກັດພັກ Republican ໄດ້ຮຽກຮ້ອງ ໃຫ້ມີການຮັບ​ຟັງ​ຄໍາ​ໃຫ້ການກ່ຽວກັບ​ເລື້ອງ​ນີ້ ແລະພວກ​ຜູ້​ນໍາ​ຂອງກຸ່ມນິຍົມແນວທາງເດີມກໍກ່າວວ່າ ​ເຂົາ​ເຈົ້າ ຢາກຊາບລາຍລະອຽດເພີ່ມຕື່ມ.

ທໍານຽບຂາວປະເຊີນກັບການສອບຖາມຈາກສະພາ ໃນສາມບັນຫາດ້ວຍກັນ:

Obama White House Dealing With Three Controversies
please wait

No media source currently available

0:00 0:03:12 0:00
ລິງໂດຍກົງ
XS
SM
MD
LG