ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມູນນິທິ ບາຣັກ ໂອບາມາ ຕັດສິນໃຈ ຈະສ້າງ ຫໍສະໝຸດ ໃກ້ກັບມະຫາວິທະຍາໄລ Chicago


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຍ່າງອອກ ມາຈາກທີ່ພັກຂອງທ່ານ ໃນທຳນຽບຂາວ ໄປຫາຫ້ອງການ Oval Office ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 27 ກໍລະກົດ 2016.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຍ່າງອອກ ມາຈາກທີ່ພັກຂອງທ່ານ ໃນທຳນຽບຂາວ ໄປຫາຫ້ອງການ Oval Office ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 27 ກໍລະກົດ 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເລືອກເອົາເຂດ Jackson Park ຢູ່ຟາກເບື້ອງໃຕ້ຂອງ ນະຄອນ Chicago ໃຫ້ເປັນສະຖານທີ່ຕັ້ງ ຂອງຫໍສະໝຸດ ປະທານາທິບໍດີ ຂອງທ່ານ ອີງຕາມຜູ້ທີ່ຄຸ້ນເຄີຍ ກ່ຽວກັບການຕັດສິນໃຈ ທີ່ໄດ້ກ່າວ ໃນວັນພຸດວານນີ້.

ມູນນິທິ ບາຣັກ ໂອບາມາ ຫຼື Barack Obama Foundation ໄດ້ຕັດສິນໃຈ ທີ່ຈະ ສ້າງຫໍສະໝຸດ ຢູ່ໃກ້ກັບມະຫາວິທະຍາໄລ Chicago ບ່ອນທີ່ທ່ານ ໂອບາມາ ໄດ້ສິດ ສອນໃນຄັ້ງໜຶ່ງ. ມັນຈະເປັນປະໂຫຍດ ໃຫ້ແກ່ ເຂດຟາກເບື້ອງໃຕ້ຂອງເມືອງ ໂດຍການ ສະໜອງວຽກເຮັດງານທຳ ໃຫ້ແກ່ຊຸມຊົນຕ່າງໆ ທີ່ໄດ້ບຸກບືນມາເປັນ ເວລາອັນຍາວນານ ກັບຄວາມຮຸນແຮງຈາກພວກແກ່ງ ແລະ ການ ຫວ່າງງານທີ່ສູງ.

ການປະກາດຢ່າງເປັນທາງການ ແມ່ນຄາດວ່າ ຈະມີຂຶ້ນໃນສັບປະດາໜ້າ.

ການຕໍ່ເຕີມໃໝ່ໆ ໃນເຄືອຂ່າຍ ຂອງຫໍສະໝຸດປະທານາທິບໍດີ ສະຫະລັດ ນີ້ ຈະເປັນ ການຮັບໃຊ້ໃນການເກັບມ້ຽນໄວ້ ເຄື່ອງຂອງຕ່າງໆດ້ານປະຫວັດສາດ ບັນທຶກຕ່າງໆ ແລະ ເອກະສານ ທີ່ກ່ຽວຂ້ອງກັບສະໄໝການດຳລົງຕຳແໜ່ງເປັນປະທານາທິບໍດີ ຂອງ ທ່ານ ໂອບາມາ ຫຼັງຈາກທີ່ທ່ານອອກຈາກຕຳແໜ່ງ ໃນເດືອນມັງກອນທີ່ຈະມາເຖິງນີ້.

ກຸ່ມໂອບາມາ ເມື່ອປີກາຍນີ້ ໄດ້ເລືອກເອົາ ນະຄອນ Chicago ໃຫ້ເປັນທີ່ຕັ້ງຂອງ ຫໍສະໝຸດ ຂອງພວກເພິ່ນ ແທນທີ່ຈະເປັນນະຄອນ Honolulu ໃນລັດ Hawaii ຫຼື ນະຄອນ New York City ຊຶ່ງກໍຍັງເປັນເມືອງທີ່ເຂົ້າຮ່ວມ ໃນການປະມູນ.

ກຸ່ມໂອບາມາໄດ້ປະກາດເມື່ອເດືອນແລ້ວນີ້ ວ່າ ຫໍສະໝຸດຈະຖືກອອກແບບໂດຍ ທ່ານ Tod Williams Billie ຈາກບໍລິສັດສະຖາປະນິກ Tsien ຊຶ່ງເປັນບໍລິສັດສະຖາປະນິກ ຕັ້ງຢູ່ໃນ ລັດ New York ທີ່ໄດ້ອອກແບບ ສູນສິລະປະ David Logan ໃຫ້ແກ່ ມະຫາວິທະຍາໄລ Chicago.

ສູນຫໍສະໝຸດນີ້ ແມ່ນຄາດກັນວ່າ ຈະສຳເລັດ ພາຍໃນປີ 2021.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG