ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ​ສະຫະລັດ ກ່າວວ່າ ຈີນ​​ເລີ້ມ ​ສຳຫຼວດ ເພື່ອເຂົ້າຮ່ວມໃນ​ຂໍ້​ຕົກລົງ​ການ​ຄ້າ ຂ້າມມະຫາສະມຸດ ປາຊີຟິກ


ປະທານາທິບໍດີ ​ສະຫະລັດ Barack Obama
ປະທານາທິບໍດີ ​ສະຫະລັດ Barack Obama

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ​
ຈີນ​ໄດ້​ເລີ້ມ “​ສຳຫຼວດ” ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ໃນການເຂົ້າ
ຮ່ວມ​ຂໍ້​ຕົກລົງ​ການ​ຄ້າຂ້າມມະຫາສະມຸດປາຊີຟິກ ທີ່ຕັ້ງຂຶ້ນ​ໃໝ່.

ທ່ານ ​ໂອ​ບາ​ມາ​ ໄດ້​ບອກ​ກັບລາຍການ Marketplace ຂອງ
ສະຖານີ​ວິທະຍຸເພື່ອບໍລິການ​ສາທາລະນະ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ
“ຖ້າ​ພວກ​ເຮົາ​ມີ ​11 ປະເທດ​ເສດຖະກິດນຳໜ້າ​ໃນ​ຂົງ​ເຂດເອ​ເຊຍ
ປາຊິ​ຟິກ ທີ່​ໄດ້​ເຫັນ​ດີ​ຕົກລົງ ເພື່ອໃຫ້ມີມາ​ດຕະຖານ​ດ້ານແຮງ​ງານ
ທີ່ບັງຄັບໄດ້ ມາດ​ຕະຖານທາງ​ດ້ານສະພາບ​ແວດ​ລ້ອມທີ່ບັງຄັບໄດ້
​ແລະ​ການຄຸ້ມ​ຄອງທາງ​ອິນ​ເຕີ​ແນັດທີ່ ເຂັ້ມແຂງ...ສະ​ນັ້ນ ຈີນແມ່ນ
​ຈະຕ້ອງ​ໄດ້​ຢ່າງ​ນ້ອຍ​ ຍຶດຖື​ຕາມ​ກົດ​ລະບຽບຂອງ​ມາ​ດຕະຖານ​ສາກົນ​ນີ້​ເຂົ້ານຳ.”

ປະທານາທິບໍດີ ​ໄດ້ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ຈີນ​ ໄດ້​ຕິດຕໍ່​ພົວພັນ​ມາ​ທາງ​ທຳນຽບຂາວ ​ແລະ ລັດຖະມົນຕີ​ການ​ເງິນ ທ່ານ Jack Lew ກໍມີຄວາມເປັນໄປໄດ້ ​“ທີ່​ຈະ​ເຂົາ​ຮ່ວມ ​ໃນຈຸດໃດ
​ຈຸດ​ນຶ່ງ.”

ຂໍ້​ຕົກລົງ​ການ​ຄ້າຂ້າມມະຫາສະມຸດປາຊີຟິກ ຊຶ່ງພວມມີການເຈລະຈາກັນຢູ່ໃນເວລານີ້
ຈະນຳເອົາປະເທດຕ່າງໆຢ່າງໜ້ອຍ 12 ປະເທດໃນເຂດເອເຊຍປາຊີຟິກ ຮວມທັງສະຫະລັດ ເຂົ້າມາຮ່ວມກັນ.

ປະທານາທິບໍດີໂອບາມາ ໄດ້ເຮັດໃຫ້ລັດຖະສະພາຮັບຜ່ານຂໍ້ຕົກລົງຂັ້ນສຸດທ້າຍເປັນເປົ້າ ໝາຍອັນສຳຄັນ. ນອກນັ້ນ ທ່ານ​ຍັງ​ໄດ້​ກົດ​ດັນ​ໃຫ້​ລັດຖະສະພາອະນຸ​ມັດອຳນາດຢ່າງວ່ອງ ໄວຫລື fast-track ໃນການເຈລະຈາກ່ຽວກັບເງື່ອນໄຂຕ່າງໆຂອງຂໍ້ຕົກລົງການຄ້າ ໂດຍ
​ບໍ່​ຈຳເປັນຕ້ອງ​ໄດ້​ຮັບການອະນຸມັດຈາກ​ລັດຖະສະພາ.

ມີສະມາ​ຊິກພັກ Democrats ຫຼາຍ​ທ່ານ ຕ້ານ​ຕໍ່ ໃນ​ອັນ​ທີ່​ເອີ້ນ​ວ່າ fast-track ​ໂດຍ​ກ່າວ​ວ່າ ຂໍ້​ຕົກລົງ​ການ​ຄ້າເສລີໃນທະວີບອາເມຣິກາເໜືອທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ເມື່ອ 20 ປີ​ກ່ອນ​ນັ້ນ ​ໄດ້​ສົ່ງ​ໜ້າ​ວຽກ​ຂອງ​ຊາວ​ອະ​ເມຣິກັນ​ໄປ​ຍັງ Mexico ​ແລະ​ບໍ່​ມີມາ​ດຕະຖານ​ທາງ​ສະພາບ​ແວດ​ລ້ອມ ຫຼື​ແມ່ນ​ແຕ່ມາ​ດຕະຖານການ​ປົກ​ປ້ອງ​ພວກ​ຄົນ​ງານ​ເລີຍ.

ທ່ານ ​ໂອ​ບາ​ມາ​ ​ໄດ້​ບອກ​ກັບລາຍການ Marketplace ວ່າ ພວກທີ່ຄັດຄ້ານຕໍ່​ຂໍ້​ຕົກລົງ
ການຄ້າຂ້າມມະຫາສະມຸດປາຊີຟິກ ຈົ່ງ​ຍຸຕິການສູ້ລົບໃນ “ສົງຄາມ​ເທື່ອແລ້ວ.” ທ່ານ​ໄດ້​ກ່າວ​ວ່າ ສະຫະລັດ ​ໄດ້​ສ້າງຕັ້ງ​ກົດ​ລະບຽບ​ໃໝ່ ຊຶ່ງ​ໄດ້​ຍົກ​ລະດັບ​ມາດຕະຖານຕ່າງໆ​ໃນ​ພາກສ່ວນ​ທີ່​ສຳຄັນຂອງ​ໂລກ.

ທ່ານ​ໄດ້​ກ່າວ​ວ່າ ຖ້າສະຫະລັດ ບໍ່ເປັນຜູ້ກຳນົດ​ຮູບ​ຮ່າງ​ຂອງ​ກົດ​ລະບຽບຕ່າງໆ​ໃນ​ເອ​ເຊຍ
ແລ້ວ ຈີນ ຈະ​ເປັນ​ຜູ້​ກະທຳ.

XS
SM
MD
LG