ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ພົບປະ ກັບຜູ້ນຳ ຂອງຈີນ ແລະຍີ່ປຸ່ນ (ວີດີໂອ)


ປະທານາທິບໍດີໂອບາມາ ພົບປະກັບຜູ້ນຳຂອງຈີນ ແລະຍີ່ປຸ່ນ ນອກກອງປະຊຸມສຸດຍອດອາຊ່ຽນ
ປະທານາທິບໍດີໂອບາມາ ພົບປະກັບຜູ້ນຳຂອງຈີນ ແລະຍີ່ປຸ່ນ ນອກກອງປະຊຸມສຸດຍອດອາຊ່ຽນ

ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດ ພົບປະຜູ້ນຳຂອງຈີນ ແລະຍີ່ປຸ່ນ ໃນມື້ສຸດທ້າຍຂອງການຢ້ຽມຢາມ ຂົງເຂດເອເຊຍຕາເວັນອອກສຽງໃຕ້.

ໃນມື້ສຸດທ້າຍ ຂອງການເດີນທາງໄປຢ້ຽມຢາມຂົງເຂດເອເຊຍຕາ
ເວັນອອກສຽງໃຕ້ນັ້ນ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອ
ບາມາ ໄດ້ພົບປະກັບນາຍົກລັດຖະມົນຕີຈີນ ທ່ານ Wen Jiabao
ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ຢູ່ຂ້າງ
ນອກກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ທີ່ນະຄອນຫຼວງ
ພະ ນົມເປັນ ປະເທດກຳປູເຈຍ. Dan Robinson ຜູ້ສື່ຂ່າວຂອງ
ວີໂອເອມີລາຍງານເລື່ອງນີ້ມາສະເໜີທ່ານ.

ນີ້ແມ່ນການພົບປະເທື່ອທຳອິດ ລະຫວ່າງປະທານາທິບໍດີບາຣັກ
ໂອບາມາ ແລະ ນາຍົກລັດຖະມົນຕີ ເຫວິນ ເຈ້ຍບາວ ນັບຕັ້ງແຕ່ ການເຈລະຈາຫາລືຂອງພວກທ່ານ ຢູ່ກອງປະຊຸມສຸດຍອດເຂດ
ເອເຊຍຕາເວັນອອກຄັ້ງທີ່ແລ້ວ ຢູ່ເກາະບາຫຼີ ໃນປີກາຍນີ້ ແລະ ນັບແຕ່ທ່ານໂອບາມາໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງຕື່ມອີກເປັນສະໄໝທີສອງ.

ໃນຖານະທີ່ເປັນສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກນັ້ນປະທານາທິບໍດີໂອບາ ມາກ່າວວ່າ ຈີນແລະສະຫະລັດ ມີຄວາມຮັບຜິດຊອບພິເສດ ທີ່ຈະເປັນຜູ້ນຳທາງເພື່ອຄໍ້າ ປະກັນໃຫ້ເສດຖະກິດຂອງໂລກມີການເຕີບໂຕແບບຍືນຍົງແລະມີຄວາມກໍ້າເກິ່ງກັນ.

ທ່ານໂອບາມາເວົ້າວ່າ "ມັນເປັນເລື່ອງສຳຄັນທີ່ວ່າ ໃນຖານະທີ່ເປັນສອງປະເທດທີ່ ມີເສດຖະກິດໃຫຍ່ສຸດໃນໂລກ ພວກເຮົາຕ້ອງໄດ້ດຳເນີນງານເພື່ອສ້າງຕັ້ງກົດລະ ບຽບອັນຈະແຈ້ງ ສຳລັບເສັ້ນທາງໃນການຄ້າແລະການລົງທຶນຂອງນາໆຊາດ ຊຶ່ງ ສາມາດເຮັດໃຫ້ເກີດຄວາມອຸດົມຮັ່ງມີແລະການເຕີບໂຕຂອງເສດຖະກິດໂລກຕື່ມ
ຂຶ້ນ.”


ນາຍົກລັດຖະມົນຕີເຫວິນໄດ້ສະແດງຄວາມຍິນດີຕໍ່ທ່ານໂອບາມາ ທີ່ໄດ້ຖືກຮັບເລືອກໃຫ້ ເຂົ້າຮັບຕຳແໜ່ງຕື່ມອີກແລະໄດ້ກ່າວເຖິງຄວາມສຳຄັນຂອງການມີສາຍພົວພັນທີ່ເຂັ້ມແຂງ ລະຫວ່າງຈີນກັບສະຫະລັດ ໂດຍເວົ້າວ່າ ມີຄວາມສຳຄັນ ຕໍ່ສັນຕິພາບ ສະຖຽນລະພາບ ແລະຄວາມອຸດົມຮັ່ງມີຫຼືຄວາມວັດຖະນາຖາວອນ ຢູ່ໃນເຂດເອເຊຍປາຊີຟິກແລະໃນໂລກ ນຳດ້ວຍ.

ໃນການບັນຍາຍເຖິງການເຈລະຈາຫາລື ລະຫວ່າງພວກຜູ້ນຳທັງສອງນັ້ນ ທ່ານ Ben Rhodes ຮອງທີ່ປຶກສາສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດໄດ້ໃຫ້ຂໍ້ມູນທີ່ສະ ເພາະເຈາະຈົງເພີ່ມຕື່ມ ໂດຍໃຫ້ຂໍ້ສັງເກດວ່າ ການພົບປະທີ່ວ່ານີ້ຈະເປັນຄັ້ງສຸດທ້າຍສຳ ລັບພວກຜູ້ນໍາທັງສອງຍ້ອນມີການປ່ຽນແປງໃນຄະນະນໍາພາໃໝ່ຂອງຈີນ.

ທ່ານ Rhodes ເວົ້າວ່າ “ພວກທ່ານໄດ້ສົນທະນາຫາລືກັນເຖິງຄວາມສຳຄັນ ທີ່ສະ ຫະລັດກັບຈີນ ສືບຕໍ່ການຮ່ວມມືຂອງພວກເຮົາ ໃນລະດັບສອງຝ່າຍແລະລະດັບ ໂລກ. ພວກທ່ານໄດ້ສົນທະນາຫາລືກັນ ເຖິງບັນຫາຕ່າງໆ ດ້ານຄວາມໝັ້ນຄົງ ຮວມທັງເລື່ອງອີຣ່ານ. ພວກທ່ານຍັງຫາລືກັນກ່ຽວກັບເລື່ອງເສດຖະກິດຮວມທັງ ຄວາມໝາຍໝັ້ນຂອງພວກເຮົາ ທີ່ຈະເສີມຄວາມເຂັ້ມແຂງ ໃຫ້ແກ່ລະບຽບການ ຕ່າງໆກ່ຽວກັບເສັ້ນທາງຂອງເສດຖະກິດໂລກ. ແລະນອກນັ້ນ ພວກທ່ານຍັງໄດ້ ສົນທະນາຫາລືກັນກ່ຽວກັບສະຖຽນລະພາບໃນພູມີພາກ ໂດຍໃຫ້ການຢືນຢັນວ່າ ຈີນແມ່ນພາກສ່ວນນຶ່ງໃນການພົວພັນຂອງພວກເຮົາຢູ່ນີ້ ໃນຂົງເຂດທີ່ມີຄວາມ ສຳຄັນຊຶ່ງເປັນພາກສ່ວນທີ່ຫຼໍ່ແຫຼມໃນການພົວພັນ ແລະຜົນປະໂຫຍດຂອງພວກ ເຮົາ ອີກຄັ້ງນຶ່ງ ໃນການແກ້ໄຂບັນຫາຂັດແຍ້ງເລື່ອງເຂດນໍ້າແດນດິນ ແລະບັນ ຫາຂັດແຍ້ງທາງທະເລ ໃຫ້ສອດຄ່ອງກັບລະບຽບການຕ່າງໆຂອງເສັ້ນທາງນາໆ ຊາດ.”

ໃນການພົບປະສອງຝ່າຍອີກອັນນຶ່ງ ນອກກອງປະຊຸມສຸດຍອດເຂດເອເຊຍຕາເວັນອອກ ນັ້ນ ປະທານາທິບໍດີໂອບາມາ ໄດ້ພົບພໍ້ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda.

ການສົນທະນາຫາລືຂອງພວກທ່ານທັງສອງແມ່ນໄດ້ເພັ່ງເລັງໃສ່ການເປັນພັນທະມິດລະ ຫວ່າງສະຫະລັດກັບຍີ່ປຸ່ນ. ວໍຊິງຕັນຮຽກຮ້ອງໃຫ້ໂຕກຽວແລະປັກກິ່ງແກ້ໄຂບັນຫາຄວາມ ເຄັ່ງຕຶງ ໃນການຂັດແຍ້ງກ່ຽວກັບເລື່ອງໝູ່ເກາະຫີນ ໃນທະເລຈີນຕາເວັນອອກ.

ເຖິງແມ່ນໄດ້ມີການຄາດຄະເນກັນວ່າ ຍີ່ປຸ່ນຈະປະກາດໃຫ້ຊາບ ກ່ຽວກັບການເຂົ້າຮ່ວມ
ຂອງຕົນໃນພາຄີຂ້າມມະຫາສະມຸດປາຊີຟິກ ຊຶ່ງເປັນກຸ່ມການຄ້າເສລີໃໝ່ກໍຈິງ ແຕ່ທ່ານ Ben Rhodes ຮອງທີ່ປຶກສາສະພາຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ກ່າວວ່າ ນັ້ນແມ່ນບໍ່ໄດ້ເກີດຂຶ້ນ.

ການເດີນທາງໄປຢ້ຽມຢາມຂົງເຂດເອເຊຍຕາເວັນອອກສຽງໃຕ້ຂອງທ່ານໂອບາມາໄດ້ຊຸກ ຍູ້ໃຫ້ທ່ານ ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບການຫັນເສດຖະກິດແລະຄວາມໝັ້ນຄົງຂອງ ສະຫະລັດ ໄປຍັງເຂດເອເຊຍ-ປາຊີຟິກ ຊຶ່ງບັນດາປະເທດ ຕ່າງໆຢູໃນສະມາຄົມອາຊ່ຽນ ແມ່ນປະກອບເປັນພາກສ່ວນທີ່ສຳຄັນຊຶ່ງທ່ານໂອບາມາໄດ້ກ່າວເຖິງເລື່ອງນີ້ໃນຕອນທ້າຍ ຂອງຄຳປາໄສຂອງທ່ານທີ່ນະຄອນຢ່າງກຸ້ງ ປະເທດມຽນມາ.

ທ່ານໂອບາມາເວົ້າວ່າ “ສະຫະລັດອາເມຣິກາເປັນປະເທດທີ່ຕັ້ງຢູ່ໃນເຂດມະຫາສະ ມຸດປາຊີຟິກ. ພວກເຮົາມອງເຫັນອະນາຄົດຂອງພວກເຮົາ ມີຄວາມຜູກພັນຕໍ່ບັນ ດາປະເທດ ແລະຜູ້ຄົນ ທີ່ຢູ່ທາງຕາເວັນຕົກ ຂອງພວກເຮົາ. ໃນຂະນະທີ່ເສດຖະ ກິດຂອງພວກເຮົາ ພວມຟື້ນໂຕຄືນຢູ່ນັ້ນ ນີ້ແມ່ນບ່ອນທີ່ພວກເຮົາເຊື່ອວ່າ ພວກ ເຮົາຈະພົບເຫັນການເຕີບໂຕຂະໜາດໃຫຍ່. ໃນຂະນະທີ່ພວກເຮົາສິ້ນສຸດການ ເຮັດສົງຄາມ ທີ່ຄອບງຳນະໂຍບາຍການຕ່າງປະເທດຂອງພວກເຮົາ ມາເປັນເວ ລານຶ່ງທົດສະວັດນັ້ນ ຂົງເຂດນີ້ ຈະແມ່ນຈຸດເພັ່ງເລັງ ໃນການດຳເນີນຄວາມພະ ຍາຍາມຂອງພວກເຮົາ ເພື່ອສ້າງສັນຕິພາບທີ່ອຸດົມຮັ່ງມີ.”

ໃນຖະແຫຼງການຮ່ວມຂັ້ນສຸດທ້າຍ ຂອງພວກທ່ານນັ້ນ ສະຫະລັດແລະພວກຜູ້ນຳອາຊ່ຽນ ກ່າວວ່າ ພວກທ່ານໄດ້ຍົກລະດັບການພົບປະປະຈຳປີຂອງພວກຜູ້ນຳຂຶ້ນເປັນກອງປະຊຸມ ສຸດຍອດ.

XS
SM
MD
LG