ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈີນຄັດຄ້ານຕໍ່ ແຜນການ ຂອງສະຫະລັດ ທີ່ສົ່ງທະຫານ ໄປປະຈໍາ ຢູ່ອອສເຕຣເລຍ


ທ່ານຫູຈິນເຖົາ ປະທານປະເທດຈີນ ແລະປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ທີ່ກອງປະຊຸມເອເປັກ ທີ່ນະຄອນໂຮໂນລູລູ, ລັດຮາວາຍ.
ວັນທີ 16 ພະຈິກ 2011.U.S.
ທ່ານຫູຈິນເຖົາ ປະທານປະເທດຈີນ ແລະປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ທີ່ກອງປະຊຸມເອເປັກ ທີ່ນະຄອນໂຮໂນລູລູ, ລັດຮາວາຍ. ວັນທີ 16 ພະຈິກ 2011.U.S.



















ຈີນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ສະຫະລັດ​ທີ່​ຈະ​ຂະຫຍາຍ​ການ​ມີໜ້າຂອງ​ທະຫານ​ສະຫະລັດ​ໃນ​ອອສ​ເຕຣ​ເລຍ​ ຄວນ​ຈະ​ໄດ້​ຮັບ​ການ​ພິຈາລະ ນາ​ຫລາຍ​ຂຶ້ນ​ແລະ​ອາດ​ຈະ​ບໍ່​ເປັນ​ການເໝາະ​ສົມ.

ທ່ານ Liu Weimin ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຕໍ່ກອງ​ ປະຊຸມ​ນັກ​ຂ່າວ​ທີ່​ກຸງ​ປັກ​ກິ​ງ​ໃນ​ວັນ​ພຸດ​ມື້​ນີ້ວ່າ ມັນ​ກຸ້ມ​ຄ່າ​ທີ່​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ວ່າ ​ແຜນການ​ຂອງ​ສະຫະລັດ​ທີ່​ຈະ​ສົ່ງ​ພວກທະຫານ​ມາຣິນ​ໄປ​ປະ​ຈໍາ​ຢູ່​ໃນ​ພາກ​ເໜືອ​ຂອງ​ອອສ​ເຕຣ​ເລຍ​ນັ້ນ​ ແມ່ນ​ຖືກຕ້ອງ​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດສ່ວນ​ຮວມຂອງ​ປະຊາ​ຄົມນາໆ​ຊາດ​ ​ຫລື​ບໍ?

ຂໍ້​ຕົກລົງ​ທີ່​ປະກາດ​ໃຫ້​ຮູ້​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ໂອ​ບາ​ມາທີ່​ອອສ​ເຕຣ​ເລຍ​ໃນ​ວັນ​ພຸດ​ມື້​ນີ້ ​ເນ້ນ​ໜັກເຖິງ​ຄວາມ​ເປັນ​ຫ່ວງ​ໃນ​ພາກ​ພື້ນ ​ກ່ຽວ​ກັບ​ການ​ມີ​ອໍານາດ​ອິດ​ທິພົນ​ຫລາຍ​ຂຶ້ນ​ຂອງ​ຈີນນັ້ນ.

ອົງການ​ຂ່າວ AFP ຂອງຝຣັ່ງອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Ben Rhodes ຮອງທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະຫະລັດ​ ທີ່​ກ່າວຕອບວ່າ ສະຫະລັດ​ເຊື່ອ​ວ່າການ​ສົ່ງ​ທະຫານ​ໄປ​ປະ​ຈໍາ​ການ​ຢູ່​ໃນ​ອອສ​ເຕຣ​ເລຍ​ ແມ່ນ​ຖືກຕ້ອງ​ເໝາະ​ສົມ​ຢ່າງ​ສິ້ນ​ເຊີງ.

XS
SM
MD
LG