ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ສະເຫຼີມສະຫຼອງ ເດືອນມູນເຊື້ອຄົນເຂົ້າເມືອງ


ທ່ານ Jean Naason ອາຍຸ 39 ປີ ຈາກ Haiti (ຊ້າຍ) ໂບກທຸງຊາດອາເມຣິກາ ໃນລະຫວ່າງພິທີ ຮັບສັນຊາດ ເປັນຄົນອາເມຣິກັນ (ວັນທີ 5 ມິຖຸນາ 2014)
ທ່ານ Jean Naason ອາຍຸ 39 ປີ ຈາກ Haiti (ຊ້າຍ) ໂບກທຸງຊາດອາເມຣິກາ ໃນລະຫວ່າງພິທີ ຮັບສັນຊາດ ເປັນຄົນອາເມຣິກັນ (ວັນທີ 5 ມິຖຸນາ 2014)

ເພື່ອເປັນກຽດ ແກ່ເດືອນມູນເຊື້ອຄົນເຂົ້າເມືອງ ປະທານາທິ
ບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈຶ່ງຢາກໃຫ້ຊາວອາເມ
ຣິກັນແບ່ງປັນເລື້ອງລາວກ່ຽວກັບຮາກເຫງົ້າໃນການເປັນຄົນ ເຂົ້າເມືອງຂອງຄອບຄົວພວກເຂົາເຈົ້າສູ່ຟັງ.

ໃນຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານທິບໍດີ
ໂອບາມາໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນເຂົ້າໄປຍັງເວັບໄຊ
ຊາວອາເມຣິກັນໃໝ່ຫລື The New Americans Project
website
ເພື່ອເລົ່າເລື້ອງລາວຂອງເຂົາເຈົ້າສູ່ຟັງ.

ທ່ານເວົ້າວ່າ “ພວກເຮົາເປັນປະເທດຂອງຄົນເຂົ້າເມືອງ. ມັນ
ເປັນແຫລ່ງທີ່ມາຂອງຄວາມເຂັ້ມແຂງ ພວກເຮົາຕ້ອງໄດ້ປ້ອງກັນໂດຍປົວແປງລະບົບຄົນ ເຂົ້າເມືອງທີ່ໄດ້ແຕກຫັກໄປນັ້ນ.”

ທ່ານກ່າວວ່າ ສະມາຊິກຂອງພັກເດໂມແຄຣັດແລະຣີພັບບລີກັນຢູ່ໃນສະພາສູງໄດ້ກະທຳ ການດັ່ງກ່າວເມື່ອສອງປີກ່ອນເວລາພວກທ່ານຮັບຮອງເອົາຮ່າງກົດໝາຍທີ່ມີການຕັດສິນ ໃຈແລະຊັ່ງຊາທີ່ດີ ທີ່ຮວມທັງເສັ້ນທາງໄປສູ່ການໄດ້ຮັບສັນຊາດ.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ແຕ່ແນວໃດກໍຕາມ ປະທານາທິບໍດີກ່າວວ່າ ຜູ້ນຳພາຂອງພັກຣີພັບບລີກັນ ຢູ່ໃນສະພາຕ່ຳ ເປັນເວລາເກືອບສອງປີໄດ້ປະຕິເສດບໍ່ຍອມແມ່ນແຕ່ອະນຸຍາດໃຫ້ມີການລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍດັ່ງກ່າວ.

ຄົນເຂົ້າເມືອງ ຂອງສະຫະລັດ ແຕ່ປີ 1850 ຫາ 2013
ຄົນເຂົ້າເມືອງ ຂອງສະຫະລັດ ແຕ່ປີ 1850 ຫາ 2013

ປະທານາທິບໍດີໂອບາມາກ່າວວ່າ “ໃນປັດຈຸບັນນີ້ ຂ້າພະເຈົ້າຈະສືບຕໍ່ດຳເນີນການທຸກສິ່ງ ຢ່າງທີ່ຂ້າພະເຈົ້າສາມາດເຮັດໄດ້ເພື່ອເຮັດໃຫ້ລະບົບຄົນເຂົ້າເມືອງຂອງພວກເຮົາມີຄວາມ ຍຸຕິທຳແລະເປັນທຳຫຼາຍຂຶ້ນ. ມັນເປັນສິ່ງຖືກຕ້ອງທີ່ຈະຕ້ອງໄດ້ເຮັດ ແລະມັນຈະເຮັດໃຫ້ ອາເມຣິກາມີຄວາມເຂັ້ມແຂງຕື່ມຂຶ້ນ.

XS
SM
MD
LG