ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. Obama ແລະທ່ານ Carter ເຕືອນກ່ຽວກັບ ອິດທິພົນ ຂອງ ກຸ່ມລັດອິສລາມ ໃນລີເບຍ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ປະທານາທິບໍດີ ​ສະຫະລັດ ທ່ານ​ບາຣັກ ​ໂອບາ​ມາໄດ້​ມີີ​ຄຳ​ສັ່ງ​
ໃຫ້ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ຂອງ​ທ່ານດຳ​ເນີນ​
ການ​ຕໍ່ຕ້ານ​ຄວາມ​ພະຍາຍາມ​ຂອງ ກຸ່ມ​ລັດອິສລາມ​ທີ່​ໄດ້​ຂະ
ຫຍາຍ​ອິດ​ທິພົນ​ຂອງ​ຕົນ​ເຂົ້າ​ໄປ​ໃນ​ລີ​ເບຍ ​ແລະ​ປະ​ເທດ ອື່ນໆ.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ຢ້ຳວ່າ ສະຫະລັດ​ຈະ​ສືບ​ຕໍ່
ຕ້ານ​ຢັນການວາງ ​ແຜນ​ຂອງ​ພວກ​ກໍ່ການ​ຮ້າຍ​ລັດ​ອິສລາມຢູ່​
ໃນ​ຫລາຍໆ​ປະ​ເທດ​ ທີ່​ເຫັນ​ວ່າ​ມີ​ຄວາ​ມຈຳ​ເປັນ.

ຄວາ​ມວິຕົກ​ກັງວົນ​ຂອງ​ທ່ານ​ໂອ​ບາ​ມາ ​ກ່ຽວ​ກັບ​ອິດ​ທິພົນ​ຂອງ​
ກຸ່ມ​ລັດ​ອິສລາມ​ຢູ່ ​ໃນ​ລີເບຍ​ແມ່ນ​ໄດ້​ພ້ອມນຳ​ໂດຍ ​ລັດຖະມຸນ
ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ​ໃນຕອນ​ເຊົ້າວັນ​ພະຫັດ​ວານ​ນີ້.

ທີ່​ກອງປະຊຸມ​ຖະ​ແຫຼງຂ່າວ​ຢູ່​ທຳນຽບຫ້າ​ແຈ ທ່ານ Carter ກ່າວ​ວ່າ ພວກ​ນັກ​ລົບຂອງ​ກຸ່ມ​
ລັດ​ອິສລາມ ກຳລັງ​ພະຍາຍາມ​ທີ່​ຈະ​ຄວບ​ຄຸມ​ອຳນາດ​ຂອງ​ຕົນ​ຢູ່ ​ໃນ​ລີ​ເບຍ ​ໂດຍ​ສ້າງຕັ້ງ
ສູນ​ກາງ​ຝຶກ​ແອບ​ຕ່າງໆ ​ໂດຍ​ທຳ​ການ​ເກັບ​ເກນ​ເອົາ​ຊາວ ຕ່າງປະ​ເທດ ​ແລະ​ຊອກ​ຫາ​ເງິນ​
ໂດຍ​ການ​ເກັບ​ພາສີ.

ທ່ານ Carter ກ່າວ​ວ່າ ຕ້ອງ​ບໍ່​ອະນຸຍາດ​ໃຫ້​ກຸ່ມ​ລັດ​ອິສລາມ​ປະຕິບັດ​ຕາມສູດ ທີ່​ຕົນ​ໄດ້
​ກະທຳ​ຢູ່​ອີຣັກ ​ແລະ​ຊີ​ເຣຍ ​ເພື່ອ​ຍຶດ​ເອົາ​ດິນ​ແດນ​ຂະໜາດ​ໃຫຍ່​ມາ​ເປັນ ຂອງ​ຕົນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ຈະ​ສືບ​ຕໍ່ຕ້ານ​ຢັນ​ພວກ​ວາງ​ແຜນ ຂອງ​ກຸ່ມ​
ກໍ່​ການ​ຮ້າຍ​ລັດ​ອິສລາມ ​ໂດຍ​ສະ​ເພາະ​ຢູ່​ໃນ​ເຂດ​ທີ່​ມີ​ການ​ປົກຄອງບໍ່​ດີ ຫລື​ໃນ​ຂອບ​ເຂດ​
ຈຳກັດ ​ເຊັ່ນ​ລີ​ເບຍ​ບ່ອນ​ທີ່​ກຸ່ມ​ລັດ​ອິສລາມ​ພະຍາຍາມ​ສ້າງຕັ້ງ ບ່ອນ​ຫລົບ​ລີ້ຂອງ​ຕົນ​ນັ້ນ.

US Libya
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG