ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະທານາທິບໍດີ ສະຫະລັດ ທ່ານ Obama ກຳລັງໂຄສະນາຫາສຽງໃຫ້ແກ່ ທ່ານນາງ Clinton


ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂບກມືໃນຂະນະທີ່ຍ່າງອອກຈາກຕຶກ.
ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂບກມືໃນຂະນະທີ່ຍ່າງອອກຈາກຕຶກ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກຳລັງ​ໂຄສະນາ​ຫາ​ສຽງໃນ​ວັນ​ອັງ ຄານ​ມື້ນີ້ ໃຫ້​ແກ່​ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໃນ​ຂະນະ ທີ່​ທ່ານ​ນາງ​ໄດ້​ພັກ​ເຊົາ​ສອງສາມ​ວັນ​ເພື່ອ​ປິ່ນປົວ​ຈາກ​ປອດ​ບວມ.

ປະທານາທິບໍດີ Obama ຈະ​ກ່າ​ວຄຳ​ປາ​ໄສ ຢູ່​ບ່ອນ​ເຕົ້າ​ໂຮມ​ໃນ​ການ​ໂຄສະນາ​ຫາ​ສຽງ ຂອງ​ທ່ານ​ນາງ Clinton ໃນ​ນະຄອນ Philadelphia ບ່ອນ​ທີ່​ທ່ານ​ຍັງ​ຈະ​ໄປ​ຮ່ວມ​ການ​ຫາ​ເງິນ​ໃຫ້​ແກ່​ພັກ​ເດໂມ​ແຄຣັດ.

ທ່ານ​ນາງ Clinton ​ໄດ້​ກ່າວ​ຕໍ່​ໂທລະພາບ CNN ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ນາ​ງຄາ​ດວ່າ​ ຈະ​ເລີ້ມ​ໂຄສະນາ​ຫາ​ສຽງ​ໃນ​ທ້າ​ຍອາທິດ​ນີ້. ພະນັກງານ​ຂອງທ່ານ​ນາງ​ກ່າວ​ວ່າ ມັນເປັນ​ການ​ຜິດ​ພາດ​ທີ່​ບໍ່​ໄດ້ເປີດ​ເຜີຍ​ໄວ​ສົມຄວນ​ກ່ຽວ​ກັບການກວດຂອງ​ທ່ານ​ນາງ ທີ່​ໄດ້​ມີ​ຂຶ້ນ​ໃນ​ວັນສຸກ ສອງ​ມື້ກ່ອນ​ທ່ານ​ນາງ​ໄດ້​ອອກ​ຈາກ​ພິທີ​ຢ່າງ​ຮີບ​ດ່ວນ​ໃນ​ນະຄອນ New York ​ແລະ​ໄດ້​ເກີ​ດມີ​ຄຳ​ຖາມ​ກ່ຽວກັບ​ສຸຂະພາບ​ຂອງ​ທ່ານ​ນາງ.

ທ່ານ​ນາງ Clinton ກ່າ​ວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ຂ້າພະ​ເຈົ້າບໍ່​ໄດ້​ຄິດ​ວ່າ​ມັນ​ເປັນ​ເລື້ອງ​ໃຫຍ່.”

ທັງ​ທ່ານ​ນາງ Clinton ​ແລະ​ຜູ້​ສະໝັກຝ່າຍ​ຄ້າ​ນ ທ່ານ Donald Trump ​ໄດ້ປະກາດ​ທີ່​ຈະ​ເປີດ​ເຜີຍ​ກ່ຽວ​ກັບ​ສຸຂະພາບ​ຂອງ​ຕົນ​ໃນ​ບໍ່ຊ້ານີ້. ໃນ​ວັນ​ຈັນ​ວານ​ນີ້ ທ່ານ Trump ​ໄດ້​ຕິ​ຕຽນ​ທ່ານ​ນາງ Clinton ທີ່​ກ່າວໃນ​ອາ​ທິດ​ແລ້ວນີ້​ວ່າ ​ເຄິ່ງນຶ່ງ​ຂອງບັນດາ​ຜູ້​ສະໜັບສະໜູນ ທ່ານ​ເປັນທີ່ “ໜ້າຕຳ​ໜິຕິຕຽນ.”

ທ່ານ Trump ກ່າວ​ວ່າ “ທ່ານ​ນາງ​ກ່າວ​ວ່າ ຊາວ​ອາ​ເມຣິກັນ​ຜູ້​ຮັກ​ຊາດຫລາຍ​ສິບ​ລ້ານ​ຄົນ​ ຢູ່ໃນກຸ່ມ​ຂອງພວກ​ທີ່ “ໜ້າຕຳ​ໜິຕິຕຽນ.” ​ເຈົ້າຈະ​ເປັນ​ປະທານາທິ ບໍດີ​ໄດ້​ຢ່າງ​ໃດ​ສຳລັບ​ຫລາຍຄົນ? ທ່ານ​ນາງເວົ້າກັບ​ຄົນ​ ຄື​ດັ່ງ​ເຂົາ​ເຈົ້າ​ເປັນ​ສິ່ງ​ຂອງ ບໍ່​ແມ່ນ​ຄື​ເປັນ​ມະນຸດ.”

ທ່ານ​ນາງ Clinton ​ໄດ້​ກ່າວ​ວ່າ ທ່ານນາງເສຍ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ທ່ານ​ນາງ.

ຜູ້​ສະໝັກ​ທັງ​ສອງ​ທ່ານ ​ແມ່ນ​ມີ​ປະມານ​ອີກ​ສອງ​ອາທິດ ກໍ​ຈະ​ທຳ​ການ​ໂຕ້​ວາ​ທີ​ປະທານ​າ​ທິບໍດີເທື່ອ​ທຳ​ອິດ ​ຂອງ​ຈຳນວນ​ທັງ​ໝົດສາມ​ເທື່ອ. ບັນດາ​ຜູ້​ປ່ອນບັດ​ຈະ​ເລືອກ​ເອົາ​ປະທາ ນາທິບໍດີສະຫະລັດ ​ຄົນ​ຕໍ່​ໄປ​ໃນ​ວັນ​ທີ 8 ​ເດືອນ​ພະຈິກ ຈະ​ມາ​ເຖິງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG