ປະທານາທິບໍດີບາຣັກ ໂອບາມາ ໄດ້ເລີ່ມໂຄສະນາຫາສຽງຢ່າງເປັນທາງ ການເພື່ອສະໜັກເລືອກຕັ້ງປະທານາທິບໍດີສະໄໝ່ທີສອງຂອງທ່ານ ບ່ອນທີ່ມີການໂຮມຊຸມນຸມກັນແຫ່ງນຶ່ງໃນລັດໂອໄຮໂອ ທາງພາກເໜືອຂອງສະຫະລັດ.
ທ່ານ ໂອບາມາ ໄດ້ບອກພວກຝູງຊົນທີ່ຂຶ້ນອົກຂຶ້ນໃຈກຸ່ມນຶ່ງ ທີ່ມະຫາວິທະຍາໄລລັດໂອໄຮໂອ ທີ່ Columbus ເມືອງຫລວງຂອງລັດໂອໄຮໂອ ວ່າອາເມຣິກາ ແມ່ນມີຄວາມຍາກລໍາບາກພໍສົມຄວນເພື່ອຟື້ນຕົວຄືນຈາກສະ ພາວະເສດຖະກິດຖົດຖອຍ ແຕ່ທ່ານກໍກ່າວວ່າ ອາເມຣິກາໄດ້ກ້າວມາໄກ ແສນໄກທີ່ຈະຫວນກັບຫລັງຄືນໃນປັດຈຸບັນ.
ທ່ານໂອບາມາກ່າວອີກວ່າ ທ່ານ ມິດ ຣອມນີ ຄູ່ແຂ່ງພັກຣີພັບບລິກັນ ຂອງທ່ານ ຈະປະທັບກາຢາງ ຫລື ອະນຸມັດໂດຍປາດສະຈາກຄໍາຖາມໃດໆ ໃນສິ່ງທີ່ທ່ານເອີ້ນວ່າເປັນນະໂຍບາຍທີ່ລົ້ມແຫລວຂອງພັກຣີພັບບລິ ກັນ ແຕ່ທາງກົງກັນຂ້າມແລ້ວ ທ່ານກ່າວວ່າລັດຖະບານຂອງທ່ານຈະບໍ່ຫວນກັບຄືນຫລັງ ພວກເຮົານໍາພາປະເທດຊາດຂອງເຮົານີ້ເດີນໄປຂ້າງໜ້າ.
ທ່ານໂອບາມາ ວາດພາບອະດີດຜູ້ວ່າການລັດມາສຊາຈູເຊັທ ວ່າຫ່າງເຫີນ ເກີນໄປກັບຊາວອາເມຣິກັນໂດຍທົ່ວໄປ ແລະໃກ້ຊິດເກີນໄປກັບພັກອະນຸລັກນິຍົມຣີພັບບລິກັນຢູ່ໃນສະພາຕໍ່າສະຫະລັດ. ທ່ານໂອບາມາກ່າວ ອີກວ່າ ການເລືອກຕັ້ງຄັ້ງນີ້ ຄືຊ່ວງສໍາເລັດຜົນຫລືພັງລົງສໍາຫລັບພວກຊົນ ຊັ້ນກາງ.
ທ່ານໂອບາມາ ປະເຊີນກັບການຕໍ່ສູ້ການເລືອກສະໄໝທີສອງໃນຊ່ວງທີ່ ປະເທດຊາດຖືກຄອບງໍາໂດຍບັນຫາການຫວ່າງງານ ແລະການເຕີບໂຕເສດຖະກິດທີ່ບໍ່ໄປບໍ່ມານັ້ນ. ບັນຫາຕ່າງໆດ້ານເສດຖະກິດທີ່ທ່ານໄດ້ປະສືບທອດມາ ແລະໄດ້ຕໍ່ສູ້ດິ້ນຮົນເພື່ອທໍາການແກ້ໄຂໃຫ້ໄດ້ນັ້ນ ບັດນີ້ເປັນພາກສ່ວນຢູ່ໃນບັນທຶກຂອງສະໄໝທີ່ນຶ່ງຂອງທ່ານ.
ປະທານາທິບໍດີໂອບາມາ ຈັດການໂຮມຊຸມນຸມຄັ້ງທີສອງຕໍ່ມາໃນວັນເສົາ ທີ່ເມືອງຫລວງ Richmond ຂອງລັດເວີຈີເນຍ ໃນພາກຕາເວັນອອກ ຂອງສະຫະລັດ.
ເບິ່ງວີດີໂອ ທ່ານໂອມບາມາໂຄສະນາຫາສຽງ ຢູ່ລັດໂອໄຮໂອ ວັນເສົາວານນີ້: