ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອັງກິດ ຈະຈັດ ກອງປະຊຸມ ແກ້ໄຂບັນຫາ ໃນຊີເຣຍ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຂວາ) ແລະ ນາຍົກລັດຖະມົນຕີອັງກິດທ່ານ David Cameron ໃນລະຫວ່າງ ຖະແຫຼງຂ່າວຮ່ວມກັນ ຢູ່ທີ່ຫ້ອງຕາເວັນອອກ ຂອງ ທຳນຽບຂາວ (13 ພຶດສະພາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ຂວາ) ແລະ ນາຍົກລັດຖະມົນຕີອັງກິດທ່ານ David Cameron ໃນລະຫວ່າງ ຖະແຫຼງຂ່າວຮ່ວມກັນ ຢູ່ທີ່ຫ້ອງຕາເວັນອອກ ຂອງ ທຳນຽບຂາວ (13 ພຶດສະພາ 2013)
ປະທານາທິບໍດີບາຣັກ ໂອບາມາ ແລະນາຍົກລັດຖະມົນຕີອັງກິດ
ທ່ານ David Cameron ໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງເຖິງການ
ຕັດສິນໃຈ ຂອງພວກທ່ານ ທີ່ຈະໃຫ້ມີການບັນລຸ ການໂອນອຳ
ນາດ ດ້ວຍການເຈລະຈາກັນຢູ່ໃນຊີເຣຍແລະຈັດກອງປະຊຸມສັນ
ຕິພາບຂຶ້ນ ເພື່ອໄກ່ເກ່ຍໃຫ້ປະທານາທິບໍດີ Bashar al-Assad
ລາອອກ. Dan Robinson ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບ
ເລື່ອງນີ້ ຈາກທຳນຽບຂາວ ດັ່ງໄພສານ ຈະນຳມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ຫົວຂໍ້ສຳຄັນໃນການເຈລະຈາຫາລື ລະຫວ່າງປະທານາທິບໍດີບາ
ຣັກ ໂອບາມາ ແລະນາຍົກລັດຖະມົນຕີອັງກິດທ່ານ David Ca-
meron ທີ່ທຳນຽບຂາວໃນວັນຈັນຜ່ານມານີ້ ກໍແມ່ນການດຳເນີນ
ຄວາມພະຍາຍາມ ເພື່ອຈັດກອງປະຊຸມນຶ່ງຂຶ້ນ ທີ່ຈະມີຮວມທັງລັດ
ຖະບານຂອງທ່ານ Assad ແລະພວກຕໍ່ຕ້ານ ລັດຖະບານຊີເຣຍ
ເຂົ້າຮ່ວມນຳ.

ໃນສັບປະດາແລ້ວ ນາຍົກລັດຖະມົນຕີ Cameron ໄດ້ຫາລື ກ່ຽວກັບການເປີດກອງປະຊຸມ ໃນທຳນອງດຽວກັນນີ້ ກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin.

ໃນຂະນະທີ່ຢືນຄຽງຂ້າງກັບທ່ານ Cameron ຢູ່ໃນຫ້ອງຕາເວັນອອກຫຼື East Room ຂອງ ທຳນຽບຂາວນັ້ນ ປະທານາທິບໍດີໂອບາມາກ່າວວ່າ ສະຫະລັດ ແລະອັງກິດ ຈະໃຫ້ການສະ ໜັບສະໜຸນ ເຮັດໃຫ້ພວກຝ່າຍຄ້ານທີ່ນິຍົມແນວທາງປານກາງມີສະຖານະພາບທີ່ເຂັ້ມແຂງ ຂຶ້ນ ແລະເຮັດການກະກຽມສຳລັບປະເທດຊີເຣຍ ທີ່ປາດສະຈາກທ່ານ Assad.

ແຕ່ຂະນະດຽວກັນທ່ານໂອບາມາເວົ້າວ່າ ທ່ານເປັນຄົນທີ່ມອງເບິ່ງສະພາບການຕາມຄວາມ ເປັນຈິງ.

ປະທານາທິບໍດີໂອບາມາເວົ້າວ່າ “ມັນຈະມີບັນຫາທ້າທາຍຢ່າງໃຫຍ່ໃນການທີ່ຈະເຮັດ ໃຫ້ຂັ້ນຕອນທີ່ໜ້າເຊື່ອຖືເກີດຂຶ້ນໄດ້ ເຖິງແມ່ນມີຣັດເຊຍ ເຂົ້າມາພົວພັນນຳກໍຕາມ. ຍ້ອນວ່າ ພວກເຮົາຍັງມີປະເທດຕ່າງໆ ເຊັ່ນວ່າອີຣ່ານ ແລະມີຜູ້ກ່ຽວຂ້ອງ ທີ່ບໍ່ແມ່ນ ປະເທດ ເຊັ່ນກຸ່ມ Hezbollah ທີ່ມີການພົວພັນນໍາຢ່າງແຂງຂັນ ແລະເວົ້າກັນກົງໆ ເຖາະ ໃນອີກດ້ານນຶ່ງນັ້ນພວກເຮົາຊໍ້າພັດມີອົງການຕ່າງໆເຊັ່ນ Al-Nusra ຊຶ່ງແທ້ ຈິງແລ້ວ ກໍເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາອີດານັ້ນເອງ.”

ທ່ານໂອບາມາກ່າວວ່າ ກອງປະຊຸມສັນຕິພາບ ຈະສ້າງຕັ້ງ ອົງການປົກຄອງໃນໄລຍະຂ້າມ ຜ່ານຂຶ້ນ ຂະນະທີ່ມີການໂອນອຳນາດ ຈາກອຳນາດການປົກຄອງຂອງທ່ານ Assad.

ນາຍົກລັດຖະມົນຕີ Cameron ເວົ້າວ່າ ທ່ານໄດ້ສົນທະນາໂອ້ລົມຢ່າງກົງໄປກົງມາກັບປະ ທານາທິບໍດີ Putin ແຕ່ກໍຍັງມີຄວາມເຫັນແຕກຕ່າງກັນຢູ່ກ່ຽວກັບວ່າ ປະທານາທິບໍດີ As-
sad ຈະຕ້ອງລົງຈາກອຳນາດຫຼືບໍ່.

ທ່ານ Cameron ເວົ້າວ່າ ແຕ່ໃນທີ່ສຸດແລ້ວ ທັງທ່ານແລະທ່ານ Putin ຕ່າງກໍເຫັນພ້ອມກັນ ໃນຄວາມຈຳເປັນໃນການດຳເນີນຄວາມພະຍາຍາມທາງດ້ານການທູດທີ່ສຳຄັນເພື່ອໃຫ້ບັນ ລຸ “ການປ່ຽນແປງໃນລະດັບສູງສຸດ” ຢູ່ໃນຊີເຣຍ.

ທ່ານ Cameron ເວົ້າວ່າ “ມີ 80,000 ຄົນ ເສຍຊີວິດ 5 ລ້ານຄົນ ຖືກບັງຄັບໃຫ້ອົບ ພະຍົບຫຼົບໄພ ໄປຈາກເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ. ປະຫວັດສາດຊີ ເຣຍພວມຂຽນຂຶ້ນ ດ້ວຍເລືອດຂອງປະຊາຊົນ ແລະມັນກຳລັງເກີດຂຶ້ນ ໃນຍຸກສະ ໄໝຂອງພວກເຮົາ ໂລກແມ່ນມີຄວາມຈຳເປັນຢ່າງຮີບດ່ວນທີ່ຕ້ອງໄດ້ມີຄວາມເຫັນ ພ້ອມນຳກັນ ເພື່ອເຮັດໃຫ້ການຂ້າຟັນລັນແທງ ສິ້ນສຸດລົງ.”

ທ່ານ Andrew Tabler ຊຶ່ງເປັນເຈົ້າໜ້າທີ່ອະວຸໂສ ຢູ່ສະຖາບັນ ນະໂຍບາຍຕາເວັນອອກ ໃກ້ທີ່ກຸງວໍຊິງຕັນກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການເຈລະຈາເພື່ອໂອນອຳນາດ
ດັ່ງກ່າວ ຈະພົວພັນຫຍັງແດ່.

ທ່ານ Tabler ເວົ້າວ່າ “ການໂອນອຳນາດ ແນ່ນອນ ແມ່ນໝາຍເຖິງການມອບໂອນ ອຳນາດປົກຄອງນຶ່ງ ໄປໃຫ້ອີກ ອຳນາດປົກຄອງນຶ່ງ ແລະມາຮອດເວລານີ້ ພວກ ເຮົາຍັງບໍ່ມີການຕົກລົງກັນໄດ້ເທື່ອກ່ຽວກັບເລື່ອງດັ່ງກ່າວ. ສະຫະລັດຢາກໃຫ້ທ່ານ Assad ລາອອກ. ມັນຍັງບໍ່ທັນເປັນທີ່ຈະແຈ້ງຈາກຝ່າຍຣັດເຊຍເທື່ອວ່າ ນັ້ນຈະ ເປັນສິ່ງຈຳເປັນຫຼືບໍ່ອັນເປັນຜົນເນື່ອງມາຈາກການເຈລະຈາກັນນີ້ ຫຼືທ່ານ Assad ຈະສາມາດຢູ່ໃນອຳນາດ ຕໍ່ໄປໄດ້ຫຼືບໍ່.”

ປະທານາທິບໍດີໂອບາມາ ຊຶ່ງມີນາຍົກລັດຖະມົນຕີ Cameron ຢືນຄຽງຂ້າງທ່ານນັ້ນກ່າວ
ວ່າ ກອງປະຊຸມສັນຕິພາບ ຄວນໄກ່ເກ່ຍ ໃຫ້ມີການໂອນອຳນາດ ຊອກຫາຊ່ອງທາງຊ່ອຍ ເຫຼືອພວກຊົນເຜົ່າແລະສາສະໜາກຸ່ມນ້ອຍ ແລະຍຸຕິການນອງເລືອດ.

Obama, Cameron Express Determination On Syria
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ
XS
SM
MD
LG