ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສຫລ ແລະອັງກິດ ຊຸກຍູ້ໃຫ້ ຈັດປະຊຸມ ແກ້ໄຂບັນຫາ ຊີເຣຍ (ວີດິໂອ)


ປະທານາທິບໍດີ Barack Obma ແລະນາຍົກລັດຖມົນຕີ David Cameron ກໍາລັງຢ່າງອອກຈາກເວທີ ຫລັງຈາກຖະແຫຼງຂ່າວຮ່ວມກັນ, ວັນທີ 13 ພຶດສະພາ 2013.
ປະທານາທິບໍດີ Barack Obma ແລະນາຍົກລັດຖມົນຕີ David Cameron ກໍາລັງຢ່າງອອກຈາກເວທີ ຫລັງຈາກຖະແຫຼງຂ່າວຮ່ວມກັນ, ວັນທີ 13 ພຶດສະພາ 2013.
ສະຫະລັດ ​ແລະ​ອັງກິດ ​ໄດ້​ຊຸກຍູ້ໃຫ້​ມີການ​ເຈ​ລະ​ຈາ​ຕົກລົງກ່ຽວ​
ກັບ​ເລື່ອງຊີ​ເຣຍ ​ໃນ​ວັນ​ຈັນ​ວານ​ນີ້ ​ແຕ່ກໍຮັບ​ຮູ້​ວ່າ ການດຳ​ເນີນ
​ຄວາມ​ພະຍາຍາມ​ທາງ​ດ້ານການ​ທູດ ທີ່​ຈະ​ຮວມ​ເອົາຣັດ​ເຊຍຊຶ່ງ
​ເປັນພັນທະ​ມິດທີ່​ສຳຄັນ​ຂອງ​ຊີ​ເຣຍ ​ເຂົ້າຮ່ວມ​ໃນ​ການເຈລະຈາ​
ນັ້ນ​ ​ແມ່ນຍັງບໍ່​ທັນເປັນ​ທີ່ແນ່ນອນ​ເທື່ອ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ແລະນາ
ຍົກລັດຖະມົນຕີ ອັງກິດ ທ່ານ David Cameron ​ໄດ້ສະ​ແດງ
​ຄວາ​ມ​ຍິນ​ດີ​ຕໍ່​ການ​ຕົກລົງ​ກັບຣັດ ​ເຊຍ​ໃນອາທິດ​ແລ້ວ​ນີ້ ​ທີ່​ຈະ
ຈັດ​ການເຈລະຈາສັນ​ຕິ​ພາບນາໆ​ຊາດຂຶ້ນກ່ຽວ​ກັບຊີ​ເຣຍ.

​ໃນ​ການຖະ​ແຫລ​ງຂ່າວ ​ຕໍ່​ສື່​ມວນ​ຊົນຮ່ວມ​ກັນ ທີ່​ທໍານຽບຂາວ ​ໃນ​
ວັນ​ຈັນ​ວານ​ນີ້ທ່ານ Obama ກ່າວ​ວ່າ ຣັດ​ເຊຍມີ “ພັນທະ​ທີ່​ຈະ​ຕ້ອງພະຍາຍາ​ມແກ້​ໄຂບັນຫາ​ດັ່ງກ່າວ.”

​ແຕ່​ທ່ານ​ໄດ້​ຮັບຮູ້​ວ່າ ກຸງ​ມົສກູຍັງ​ມີ​ຄວາມສົງໄສຢູ່​ຕໍ່​ມາ ກ່ຽວ​ກັບປະ
​ເທດປະຊາທິປະໄຕ​ຕາ​ເວັນ​ຕົກ ຫລັງ​ຈາກ​ການ​ສີ້​ນສຸດລົງ​ຂອງ​ສົງ
ຄາມ​ເຢັນ​ມາ​ເປັນ​ເວລາ​ດົນນານ​ແລ້ວນັ້ນ ອາດ​ຈະ​ກີດ​ກັ້ນບໍ່​ໃຫ້​ບັນດາ​ຜູ້​ນໍາຣັດ​ເຊຍເຂົ້າ
​ຮ່ວມ​ປະ​ເທດ​ຕາ​ເວັນຕົກ​ຕໍ່ຕ້ານຊີ​ເຣຍ ທີ່​ເປັນ​ພັນທະ​ມິດ​ມາ​ເປັນ​ເວລາ​ດົນ​ນານ​ຂອງຣັດ
​ເຊຍ​.

ທ່ານ Cameron ກ່າວ​ວ່າ ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ໃນທົ່ວ​ໂລກມີ​ຄວາມ​ຮັບຜິດ
ຊອບ ທີ່​ຈະເຮັດ​ໃຫ້ການ​ປົກຄອງ​ ຂອງປະທານາທິບໍດີ Bashar al-Assad ສີ້​ນສຸດ​ລົງ.
ທ່ານ​ກ່າວ​ວ່າ ປະຫວັດ​ສາດ​ຂອງ​ຊີ​ເຣຍ “ກໍາລັງ​ຂຽນ​ດ້ວຍ​ເລືອດ​ຂອງ​ປະຊາຊົນ ​ແລະ
​ມັນ​ກໍາລັງເກີດ​ຂື້ນ​ຢູ່​ໃນ​ຍຸກ​ສະ​ໄໝ​ຂອງພວກ​ເຮົາ.

Obama, Cameron Express Determination On Syria
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ


XS
SM
MD
LG