ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ໂອ​ບາ​ມາ ​ແລະທ່ານ Cameron ສັນຍາວ່າ ຈະຕໍ່ສູ້ ຢ່າງແຂງຂັນ ກັບພວກຫົວຮຸນແຮງ


ທ່ານ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ
ທ່ານ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ນາຍົກ
ລັດຖະມົນຕີ​ອັງກິດ ທ່ານ David Cameron ກ່າວ​ວ່າ ພວກ​ທ່ານ​
ຈະ​ບໍ່​ອະນຸຍາດ​ໃຫ້​ພວກ​ກໍ່​ການ​ຮ້າຍ ກົດ​ຂີ່​ສິດ​ເສ​ລິ​ພາບ​ທາງ​ດ້ານ
​ການ​ປາກ​ເວົ້າ​ແລະ​ການສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນ.

​ໃນ​ບົດຄວາມເຫັນຮ່ວມ ທີ່ພິມເຜີຍແຜ່ໂດຍ​ໜັງສືພິມ “The
Times of London”
ນັ້ນ ບັນດາ​ຜູ້ນຳ​ທັງ​ສອງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ ​ເອົາ​ຊະນະ​ພວກ​ຄາດຕະກອນທີ່ໂຫດຮ້າຍ​ປ່າ​ເຖື່ອນເຫຼົ່າ ນີ້ ​ແລະ​ຄວາມຄິດຄວາມ​ອ່ານ​ທີ່​ປິດ​ເບືອນຕໍ່ຄວາມ
ຈິງນັ້ນ. ທ່ານ​ໂອ​ບາ​ມາ ​ແລະ​ທ່ານ Cameron ​ໄດ້​ກ່າວ​ວ່າ ທັງ​ໂລກ​ຈະ​ບໍ່ຢ້ານກົວຕໍ່ການ
ຂົ່ມຂູ່ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຈັດ ​ເຖິງ​ແມ່ນ​ວ່າ ພວກ​ເຂົາ​ຈະແມ່ນຜູ້ບ້າຄັ່ງຫຼົງໄຫລແຕ່ພຽງ​ຜູ້​ດຽວ ຫຼື​ເປັນ​ກຸ່ມ​ກ້ອນ​ ​ເຊັ່ນກຸ່ມ​ກໍ່​ການ​ຮ້າຍ al Qaida, ກຸ່ມລັດອີສລາມ ຫຼື​ກຸ່ມ Boko Haram ກໍ​ຕາມ.

ບົດ​ຄວາມ​ດັ່ງກ່າວ​ໄດ້​ພິມ​ອອກ​ເຜີຍ​ແຜ່ ຫຼັງ​ຈາກການ​ໂຈມ​ຕີ​ກໍ່​ການ​ຮ້າຍ ທີ່​ຮ້າຍ​ແຮງ​ເຖິງ​ຕາຍ
​ທີ່​ສຳ​ນັກ​ງານ​ຂອງ​ວາລະສານ Charlie Hebdo ໃນ​ຝຣັ່ງ.

ປະທານາທິບໍດີ​ ໂອ​ບາ​ມາ ​ໄດ້​ມີ​ກຳນົດ​ການ​ທີ່​ຈະ​ຕ້ອນຮັບ​ທ່ານ Cameron ດ້ວຍ​ການ​ຮັບ​ປະ
ທານ​ອາຫານແລງແບບ​ຈະ​ເຮັດ​ວຽກ​ໄປ​ນຳ ທີ່​ທຳນຽບຂາວ​ໃນ​ວັນ​ພະຫັດ​ມື້​ນີ້. ພວກ​ທ່ານ​ທັງ​ສອງ​ຈະ​ໂອ້​ລົມ​ແລະ​ປຶກສາ​ຫາລື​ກັນ​ຕື່ມ​ອີກ​ໃນ​ວັນ​ສຸກ​ມື້​ອື່ນ.

​ໃນບົດ​ຄວາມເຫັນ​ຂອງພວກທ່ານ​ນັ້ນ​ ທັງສອງ​ຜູ້ນຳ ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະສືບຕໍ່
ກົດດັນ​ທາງ​ດ້ານ​ການ​ທູດຕໍ່ຣັດເຊຍ ​ກ່ຽວກັບການເຄື່ອນໄຫວຂອງປະເທດດັ່ງກ່າວ ​ໃນ​ຢູ​ເຄຣນນັ້ນ. ​

XS
SM
MD
LG