ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດ ແລະນາຍົກ
ລັດຖະ ມົນຕີ David Cameron ແຫ່ງອັງກິດ ກ່າວວ່າ ປະ
ເທດຂອງພວກທ່ານຈະບໍ່ຖືກຂົ່ມຂູ່ໂດຍ “ພວກຄາດຕະ
ກອນປ່າເຖື່ອນ” ຫຼັງຈາກ ພວກຫົວຮຸນແຮງລັດອິສລາມ
ໄດ້ສັງຫານພວກນັກຂ່າວອາເມຣິກັນ 2 ຄົນ.
ບັນດາຜູ້ນຳທັງສອງ ໄດ້ອອກຄວາມຄິດຄວາມເຫັນດັ່ງກ່າວ
ຮ່ວມກັນໃນໜັງສືພິມ Times of London ໃນຂະນະທີ່ບັນ
ດາເຈົ້າໜ້າທີ່ກຸ່ມເນໂຕ້ ປະກອບສ່ວນເຂົ້າຮ່ວມກອງປະຊຸມ
ສຸດຍອດທີ່ອັງກິດ.
ທ່ານໂອບາມາ ໄດ້ຮຽກຮ້ອງໃຫ້ມີການເຄື່ອນໄຫວຂອງນາໆຊາດ ເພື່ອຕອບໂຕ້ຕໍ່ພວກ
ຫົວຮຸນແຮງລັດອິສລາມ ທີ່ໄດ້ຄວບຄຸມຫຼາຍເຂດໃຫຍ່ໆໃນພາກຕາເວັນອອກຂອງຊີເຣຍ ແລະໃນພາກເໜືອແລະພາກຕາເວັນຕົກຂອງອີຣັກ.
ກຸ່ມຫົວຮຸນແຮງດັ່ງກ່າວ ໄດ້ນຳວີດີໂອອອກເຜີຍແຜ່ ທີ່ສະແດງໃຫ້ເຫັນການຕັດຫົວນາຍ James Foley ແລະນາຍ Steven Sotloff ນັກຂ່າວອາເມຣິກັນ ໂດຍກ່າວວ່າ ການສັງຫານພວກເຂົາເຈົ້າ ແມ່ນເປັນການຕອບໂຕ້ຕໍ່ການໂຈມຕີທາງອາກາດຂອງສະຫະລັດໃນອີຣັກ ທີ່ແນເປົ້າໝາຍໃສ່ພວກລັດອິສລາມນັ້ນ.
ທ່ານໂອບາມາ ກຳນົດຈະເປັນເຈົ້າພາບຈັດກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດໃນທ້າຍເດືອນນີ້ ເພື່ອເວົ້າກ່ຽວກັບໄພຂົ່ມຂູ່ ຈາກພວກນັກຕໍ່ສູ້ຕ່າງປະເທດ ເຊັ່ນພວກທີ່ເດີນທາງໄປຮ່ວມກັບບັນດາກຸ່ມກໍ່ການຮ້າຍໃນອີຣັກ ແລະຊີເຣຍນັ້ນ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ກ່າວໃນວັນພຸດວານນີ້
ວ່າ ພົນລະເມືອງອະເມຣິກາຈຳນວນຫຼາຍກວ່າ 100 ຄົນກຳລັງທຳການສູ້ລົບຮ່ວມກັບພວກຫົວຮຸນແຮງໃນອີຣັກ ແລະຊີເຣຍ ແລະວ່າ ສະຫະລັດແລະບັນດາປະເທດພັນທະ
ມິດຂອງຕົນ ຈຳເປັນຈະຕ້ອງທຳທຸກສິ່ງທຸກຢ່າງທີ່ເປັນໄປໄດ້ເພື່ອຍຸດຕິກຸ່ມລັດອິສລາມໃນເວລານີ້.
ທ່ານ Hagel ກ່າວຖ້ອຍຖະແຫຼງດັ່ງກ່າວຕໍ່ຕາໜ່າງຂ່າວໂທລະພາບ CNN ແລະເວົ້າຕື່ມວ່າ ການຕັດຫົວນາຍ Sotloff ແລະນາຍ Foley ເຮັດໃຫ້ທ່ານປວດທ້ວງ.
ປະທານາທິບໍດີໂອບາມາ ກ່າວໃນວັນພຸດວານນີ້ວ່າ ພວກທີ່ສັງຫານພວກນັກຂ່າວແມ່ນ
ໄດ້ປະສົບກັບຄວາມລົ້ມແຫຼວ ໃນສິ່ງໃດກໍຕາມທີ່ພວກເຂົາກຳລັງພະຍາຍາມເພື່ອໃຫ້ບັນ
ລຸຜົນ ເພາະວ່າ ໂລກກຳລັງ “ປະຕິເສດຕໍ່ຄວາມປ່າເຖື່ອນຂອງພວກເຂົານັ້ນ.”
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ກ່າວວ່າສະຫະລັດຈະຕິດຕາມຢ່າງບໍ່
ລົດລະຫາພວກຄາດຕະກອນທີ່ສັງຫານຄົນອະເມຣິກັນເຫຼົ່ານີ້ໄປຮອດ“ທາງເຂົ້າຫາໝໍ້
ນາລົກ.”