ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ NSA ຂອງ ສຫລ ລັກຟັງໂທລະສັບ ປະຊາຊົນຝຣັ່ງ (ວີດີໂອ) ​


ປະ​ທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໂທລະ​
ສັບໄປຫາ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ​
ເພື່ອໂອ້​ລົມ ກ່ຽວ​ກັບ​ການ​ໂກດ​ແຄ້ນ​ຂອງ​ຊາວ​ຝຣັ່ງ ຕໍ່​ການ​ກ່າວ​
ອ້າງ​ທີ່ວ່າ ອົງການ​ສືບ​ລັບຂອງສະຫະລັດໄດ້​ລັກ​ຟັງ​ການ​ສົນທະ
ນາ​ທາງ​ໂທລະສັບ​ ຂອງປະຊາຊົນຝຣັ່ງຫຼາຍ​ລ້ານ​ຄົນ.

ທ່ານ Obama ​ໄດ້​ກ່າວ​ຕໍ່ ປະທານາທິບໍດີຝຣັ່ງວ່າ ສະຫະລັດ
ກໍາລັງ​ທົບ​ທວນ​ເບິ່ງການ​ເກັບ​ກໍາຂ່າວ​ກອງ​ຂອງ​ຕົນ​ເພື່ອ​ຄໍ້າປະ
ກັນ​ວ່າ ​ໃຫ້​ມີຄວາມ​ກໍ້າ​ເກິ່ງລະຫວ່າງ​ເລື່ອງຄວາມ​ປອດ​ໄພ​ແລ
ະ​ຄວາມ​ລັບ​ຂອງ​ສ່ວນ ບຸກຄົນ.

ລັດຖະມົນຕີຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ​ໄດ້​ຮຽກ
​ເອກ​ອັກຄະ​ລັດຖະທູດສະຫະລັດ​ເຂົ້າພົບ ​ເພື່ອ​ສອບ​ຖາມ​ ກ່ຽວ​
ກັບ​ລາຍ​ງານ ຢູ່​ໃນ​ໜັງ​ສື​ພິມ Le Monde ທີ່​ວ່າ​ອົງການ​ຮັກສາ​
ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຫລື NSA ຂອງ​ສະຫະລັດ ​ໄດ້​ທຳ​ການ
​ສອດ​ແນມ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ເບິ່ງປະຊາຊົນ​ຊາວ​ຝຣັ່ງ.

​ທ່ານ ​Fabius ​ກ່າວ​ວ່າ “ພວກ​ເຮົາໄດ້​ທວງໃຫ້ສະຫະລັດ ​ຈົ່ງໃຫ້​ເຫ​ດ ຜົນ​ແກ່​ພວ​ກ​ເຮົາ​ໂດຍ
ປາ​ສະ​ຈາກ​ການ​ຊັກ​ຊ້າ. ​ແລະ​ນອກ​ເໜືອ​ໄປ​ກວ່າ​ນັ້ນ​ອີກ ພວກ​ເຮົາ​ຮ້ອງ​ຂໍແນ່ນອນ​ຖ້າການ​
ປະຕິບັດ​ເຫລົ່ານີ້ ​ຫາກ​ຍັງ​ດໍາ​ເນີນຢູ່​ຕໍ່​ໄປ ​ມັນ​ຕ້ອງໄດ້​ຢຸດ​ເຊົາ. ຂ້າພະ​ເຈົ້າ ຂໍ​ກ່າວ​ຢໍ້າອີກ​ວ່າ
​ແນ່ ນອນ ພວກ​ເຮົາແມ່ນ​ເຫັນ​ພ້ອມ​ນຳ​ກັນ ກ່ຽວ​ກັບ​ການ​ຮ່ວມມື ​ໃນ​ການຕໍ່ ຕ້ານ​ການ​ກໍ່​ການ​
ຮ້າຍ ນີ້​ແມ່ນ​ສິ່ງ​ສໍາຄັນ​ທີ່​ສຸດ ​ແຕ່​ນີ້​ບໍ່​ມີ​ເຫດຜົນ​ພຽງພໍ​ທີ່​ຈະ​ຕ້ອງ​ລັກຟັງຂໍ້​ມູນ​ສ່ວນ​ໂຕ​ຂອງ
ເພື່ອນ​ຮ່ວມ​ຊາດຫຼາຍ​ລ້ານ​ຄົນຂອງ ​ພວກ​ເຮົາ. ຂອບ​ໃຈ​ຫລາຍໆ.”

​ນອກ​ນັ້ນເມັກ​ຊິ​ໂກ ຍັງໄດ້​ສະ​ແດງ​ຄວາ​ມບໍ່ພໍ​ໃຈ ​ໃນ​ວັນ​ຈັນ​ວານ​ນີ້ ຕໍ່​ບົດ​ຂຽນ​ ໃນນິຕະ​ຍະ​
ສານລາຍສັບປະດາ​ຂອງເຢຍຣະ​ມັນ Der Spiegel ທີ່​ທ້າວ Snowden ​ໄດ້​ກ່າວ​ຫາອົງ
ການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຫລື NSA ລັກອ່ານ e-mail ຂອງ​ອະດີດປະທານາ
ທິ ບໍດີເມັກຊິ​ໂກ ທ່ານ Felipe Calderon​. ກະຊວງ​ການ​ຕ່າງປະ​ເທດ​ເມັກ​ຊິ​ໂກ​ເອີ້ນການ
​ກະທຳ​ດັ່ງກ່າວ​ນີ້ວ່າ ​“ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ຜິດ​ກົດ- ໝາຍ ​ພ້ອມ​ທັງຂັດ​ຕໍ່ກົດໝາຍ​ຂອງ​ເມັກ
ຊິ​ໂກ ​ແລະ​ຂອງນາໆ​ຊາດ​ນຳ​ດ້ວຍ.”

ທ້າວ Snowden ທີີ່​ພວມ​ລີ້​ໄພ​ຢູ່ຣັດ​ເຊຍ​ໃນ​ເວລາ​ນີ້ ​ແມ່ນ​ຕ້ອງການໂຕ ​ໂດຍ​ທາງ​ການ
ສະຫະລັດ ​ໃນ​ຂໍ້​ຫາ​ຈາລະ​ກຳ ​ແລະ​ຂໍ້ຫາ​ອື່ນໆ ຫຼັງ​ຈາກ​ໄດ້ເປີດ​ເຜີຍລາຍ​ລະອຽດ ກ່ຽວ​ກັບ​
ການສອດ​ແນມ​ ຫຼື​ເກັບ​ກຳ​ຂ່າວ​ກອງ ຂອງອົງການ NSA ​ຢູ່ໃນທົ່ວ​ໂລກ.
XS
SM
MD
LG