ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ລາຍງານ ສະພາບ ຂອງປະເທດຊາດ ຕໍ່ ສະພາ (ວີດີໂອ)


Obama Delivers State of the Union Address
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ກ່າວຍົກຍ້ອງ
ຊາວອາເມຣິກັນ ທີ່ເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງ ໃນຄຳ
ປາໄສຕໍ່ລັດຖະສະພາແລະປະເທດຊາດໃນແລງວັນອັງຄານວານ
ນີ້ ຊຶ່ງທ່ານໄດ້ເພັ່ງເລັງໃສ່ເລື່ອງເສດຖະກິດຂອງປະເທດ ດັ່ງທີ່ໄດ້
ມີການຄາດໝາຍກັນໄວ້. ທ່ານໄດ້ຮຽກຮ້ອງ ໃຫ້ປີນີ້ ເປັນປີແຫ່ງ
ການເອົາບາດກ້າວຕ່າງໆ. ຜູ້ສື່ຂ່າວວີໂອເອ Jeff Seldin ມີລາຍ
ງານກ່ຽວກັບເລື່ອງນີ້ ຈາກກຸງວໍຊິງຕັນ ດັ່ງ ໄພສານ ຈະນຳເອົາລະ
ອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ມັນເປັນການຕ້ອນຮັບ ທີ່ອົບອຸ່ນ ທີ່ປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ໄດ້ຮັບ ເວລາທ່ານໄປລາຍງານປະຈໍາ
ປີຕໍ່ລັດຖະສະພາ ກ່ຽວກັບສະພາບການຂອງປະເທດຊາດນັ້ນ ເຖິງແມ່ນໄດ້ມີການຜິດ ຂ້ອງຕ້ອງຖຽງ ທາງດ້ານການເມືອງຢ່າງດຸເດືອດ ມາເປັນເວລາຫຼາຍໆເດືອນ ຢູ່ໃນກຸງ ວໍຊິງຕັນແລະປະທານາທິບໍດີກໍບໍ່ໄດ້ໃຫ້ເສຍເວລາເລີຍໃນການກ່າວຂອບອົກຂອບໃຈ ຕໍ່ປະເທດຊາດທີ່ມີຄວາມອົດທົນກ່ຽວກັບເລື່ອງນີ້ ຊຶ່ງປະທານາທິບໍດີກ່າວວ່າ:

“ຄໍ່າຄືນນີ້ ສະພາແມ່ນເວົ້າເປັນສຽງດຽວກັນ ຕໍ່ປະຊາຊົນ ທີ່ພວກເຂົາເຈົ້າຕາງ
ໜ້າໃຫ້. ມັນແມ່ນທ່ານ ປະຊາຊົນ ຂອງພວກເຮົາ ທີ່ເຮັດໃຫ້ ສະພາບຂອງປະ ເທດຊາດພວກເຮົາ ມີຄວາມເຂັ້ມແຂງ.”


ທ່ານໂອບາມາ ໄດ້ໃຊ້ຄຳປາໄສສ່ວນໃຫຍ່ຂອງທ່ານ ເພັ່ງເລັງໃສ່ເສດຖະກິດສະຫະລັດ ແລະບັນຫາຕ່າງໆທີ່ພວມປະເຊີນໜ້າພວກຊົນຊັ້ນກາງໂດຍໃຫ້ການຄໍ້າປະກັນແກ່ບັນ ດາຜູ້ມີສິດປ່ອນບັດວ່າ ສະພາບການຕ່າງໆແມ່ນກໍາລັງດີຂຶ້ນ.

ປະທານາທິບໍດີໂອບາມາເວົ້າວ່າ “ເປັນເທື່ອທຳອິດໃ ນຮອບສິບກວ່າປີ ທີ່ພວກຜູ້ ນຳທຸລະກິດໃນທົ່ວໂລກ ໄດ້ປະກາດວ່າ ຈີນບໍ່ແມ່ນບ່ອນລົງທຶນນໍ້າເບີນຶ່ງຂອງ ໂລກອີກຕໍ່ໄປແລ້ວ ມັນແມ່ນອາເມຣິກາ.”

ແຕ່ເຖິງຢ່າງໃດກໍຕາມ ທ່ານກ່າວວ່າ ສະພາບການທີ່ດີຂຶ້ນນັ້ນ ບໍ່ໄດ້ມາເຖິງຢ່າງວ່ອງໄວ
ພໍ.

ປະທານາທິບໍດີໂອບາມາເວົ້າວ່າ “ຄວາມຈິງທີ່ປະຕິເສດບໍ່ໄດ້ ກໍຄືວ່າ ແມ່ນແຕ່ໃນ ທ່າມກາງການຟື້ນໂຕຄືນນີ້ ກໍຍັງມີຊາວອາເມຣິກັນ ຈຳນວນຫຼວງຫຼາຍ ພາກັນ ເຮັດວຽກເຮັດການ ຢ່າງບໍ່ຮູ້ອິດເໝື່ອຍ ພຽງເພື່ອໃຫ້ມີຊີວິດຢູ່ຕໍ່ໄປ ບໍ່ຕ້ອງເວົ້າ ເຖິງຄວາມກ້າວໜ້າດອກ ແລະກໍຍັງມີອີກ ຫຼາຍຄົນເກີນໄປ ທີ່ຍັງບໍ່ມີວຽກການ ເຮັດເລີຍ.”

ສ່ວນນຶ່ງຂອງການແກ້ໄຂ ທີ່ທ່ານໄດ້ສະເໜີໄປນັ້ນ ກໍຄືຂຶ້ນຄ່າຈ້າງຂັ້ນຕໍ່າສຸດ ຂະຫຍາຍ ໂອກາດທາງດ້ານການສຶກສາ ແລະປະຕິຮູບລະບົບຄົນເຂົ້າເມືອງ.

ປະທານາທິບໍດີໂອບາມາເວົ້າວ່າ “ຖ້າພວກເຮົາຫາກຈິງຈັງ ກ່ຽວກັບການເຕີບໂຕ ຂອງເສດຖະກິດ ມັນເຖິງເວລາແລ້ວທີ່ຈະເອົາໃຈໃສ່ຕໍ່ຄຳຮຽກຮ້ອງຂອງພວກ ນັກທຸລະກິດ ພວກຜູ້ນຳກຳມະກອນ ພວກຜູ້ນຳທາງສາສະໜາແລະພວກເຈົ້າ ໜ້າທີ່ປະຕິບັດກົດໝາຍ ແລະແກ້ໄຂລະບົບຄົນເຂົ້າເມືອງທີ່ໃຊ້ການບໍ່ໄດ້ນັ້ນ.”

ນອກນີ້ແລ້ວ ປະທານາທິບໍດີຍັງໄດ້ກ່າວປ້ອງກັນ ຢ່າງແຂງຂັນ ກົດໝາຍປະຕິຮູບການ ຮັກສາສຸຂະພາບຂອງທ່ານທີ່ເອີ້ນກັນວ່າ Obamacare ນັ້ນ ໂດຍເວົ້າວ່າ ທ່ານຈະທໍາ ງານຮ່ວມກັບລັດຖະສະພາ ເວລາໃດທີ່ເປັນໄປໄດ້ ແຕ່ຈະດຳເນີນການຕາມລຳພັງ ຖ້າ ຫາກມີຄວາມຈຳເປັນ.

ໃນຄຳປາໄສຕອບຂອງພັກຣີພັບບລີກັນ ໃນຄືນວັນອັງຄານວານນີ້ ສະມາຊິກສະພາຕໍ່າ
Cathy McMorris Rodgers ຈາກລັດວໍຊິງຕັນ ທາງພາກຕາເວັນຕົກສຽງເໜືອ ຂອງ ສະຫະລັດ ໄດ້ຕຳໜິຕິຕຽນປະທານາທິບໍດີ ໂດຍກ່າວວ່າ

“ມີຫລາຍຄົນເກີນໄປ ທີ່ມີຊີວິດການເປັນຢູ່ ທີ່ຕົກຕໍ່າ ລົງໄປເລື້ອຍໆ ຍ້ອນວ່າ
ເວລານີ້ ນະໂຍບາຍຂອງປະທານາທິບໍດີ ແມ່ນເຮັດໃຫ້ຜູ້ຄົນດຳລົງຊີວິດດ້ວຍ ຄວາມຍຸ່ງຍາກຕື່ມຂຶ້ນ.”


ແລະທ່ານນາງ ໄດ້ກ່າວຄໍາທ້າທາຍຕໍ່ໄປນີ້ ຕໍ່ປະທານາທິບໍດີໂອບາມາ:

“ພວກເຮົາຫວັງວ່າ ປະທານາທິບໍດີ ຈະຮ່ວມກັນກັບພວກເຮົາ ໃນປີແຫ່ງການ ເອົາບາດກ້າວຢ່າງແທ້ຈິງນີ້ໂດຍໃຫ້ສິດອຳນາດແກ່ພວກຜູ້ຄົນບໍ່ແມ່ນເຮັດໃຫ້ ຊີວິດການເປັນຢູ່ ຂອງພວກເຂົາເຈົ້າ ລຳບາກໄປກວ່ານີ້ ດ້ວຍການໃຊ້ຈ່າຍ
ແບບທີ່ບໍ່ເຄີຍມີມາກ່ອນ ດ້ວຍການເກັບພາສີສູງຂຶ້ນ ແລະ ມີວຽກເຮັດງານທຳ ໜ້ອຍລົງ.”


ຄວາມເຫັນທີ່ແຕກຕ່າງກັນ ລະຫວ່າງບັນດາສະມາຊິກລັດຖະສະພາແລະປະທານາທິ ບໍດີໂອບາມາ ຍັງມີຢູ່ໃນຫຼາຍໆດ້ານຂອງນະໂຍບາຍຕ່າງປະເທດ. ປະທານາທິບໍດີໃຫ້ ຄຳໝັ້ນສັນຍາວ່າ ຈະສືບຕໍ່ຕາມລ່າກຸ່ມອາລກາອີດາ ແລະພວກກໍ່ການຮ້າຍອື່ນໆ ແຕ່ ກໍເວົ້າວ່າ ສະຫະລັດຈຳເປັນຕ້ອງໄດ້ໃຊ້ວິທີການທີ່ແຕກຕ່າງໄປ ໃນຫຼາຍໆບ່ອນ ເຊັ່ນ ອີຣ່ານເປັນຕົ້ນ. ປະທານາທິບໍດີໂອບາມາກ່າວວ່າ:

“ເພື່ອຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ ພວກເຮົາຕ້ອງໄດ້ໃຫ້ໂອກາດໃນ ການດຳເນີນງານທາງດ້ານການທູດ ເພື່ອໃຫ້ປະສົບກັບຄວາມສຳເລັດ.”

ປະທານາທິບໍດີໂອບາມາກ່າວວ່າ ທ່ານຈະໃຊ້ສິດຢັບຢັ້ງຫຼືວີໂຕ້ຕໍ່ຮ່າງກົດໝາຍການລົງ
ໂທດໃດໆກໍຕາມ ທີ່ຂົ່ມຂູ່ຈະທັບມ້າງການເຈລະຈາ ກັບອີຣ່ານນັ້ນ.

President Obama Promises Unilateral Action to Reduce Income Inequality
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
XS
SM
MD
LG