ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ສັ່ງໃຫ້ທົບທວນ ລະບຽບ ການຈ່າຍຄ່າຈ້າງ ລ່ວງເວລາ (ວີດີໂອ)


ປ. ໂອບາມາ ລົງນາມໃນຄຳສັ່ງ ໃຫ້ທົບທວນລະບຽບ ເພື່ອຄຸ້ມຄອງຈ້າງລ່ວງເວລາ ທີ່ທຳນຽບຂາວ (13 ມີນາ 2014)
ປ. ໂອບາມາ ລົງນາມໃນຄຳສັ່ງ ໃຫ້ທົບທວນລະບຽບ ເພື່ອຄຸ້ມຄອງຈ້າງລ່ວງເວລາ ທີ່ທຳນຽບຂາວ (13 ມີນາ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ໄດ້ສັ່ງໃຫ້ທົບທວນເບິ່ງ ເລື່ອງລະບຽບ ກ່ຽວກັບການຈ້າງພິເສດ
ລ່ວງເວລາຂອງສະຫະລັດຍ້ອນມີຊາວອາເມຣິກັນຈຳນວນຫຼວງ
ຫລາຍ ພວມພາກັນ ເຮັດວຽກລ່ວງເວລາ ແລະ ບໍ່ໄດ້ຮັບຄ່າຈ້າງ ຕາມເວລາທີ່ພວກເຂົາເຈົ້າໄດ້ເຮັດໄປນັ້ນ.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານ ໃນວັນເສົາ ມື້ນີ້ວ່າ ການຍົກເວັ້ນ ກ່ຽວກັບການຈ່າຍ
ເງິນລ່ວງເວລາ ຊຶ່ງຕົ້ນຕໍແລ້ວ ແມ່ນໝາຍເຖິງ ພວກຄົນງານ ທີ່
ໄດ້ເງິນເດືອນຫຼືຄ່າຈ້າງສູງນັ້ນເວລານີ້ແມ່ນນຳໃຊ້ກັບພວກຄົນ
ງານ ທີ່ມີລາຍໄດ້ຕ່ຳເຖິງ 23,660 ໂດລາຕໍ່ປີ ຊຶ່ງເຮັດໃຫ້ເປັນໄປໄດ້ ທີ່ວ່າ ພວກຄົນງານ ທີ່ກິນເງິນເດືອນ ໄດ້ຮັບຄ່າຈ້າງໜ້ອຍກວ່າ ຄ່າຈ້າງຂັ້ນຕ່ຳສຸດນັ້ນ.

ປະທານາທິບໍດີໂອມາບາກ່າວວ່າ ລັດຖະບານຂອງທ່ານຈະປັບປຸງຍົກລະດັບລະບຽບກ່ຽວ ກັບການຈ່າຍເງິນພິເສດລ່ວງເວລາເພື່ອຟື້ນຟູຫລັກການພື້ນຖານທີ່ວ່າ ຖ້າທ່ານຫາກເຮັດ ວຽກຫຼາຍຂຶ້ນ ທ່ານກໍສົມຄວນທີ່ຈະໄດ້ຮັບເງິນເດືອນຫຼາຍຂຶ້ນ.

ປະທານາທິບໍດີໂອບາມາເວົ້າວ່າ ສະຫະລັດຕ້ອງສ້າງເສດຖະກິດທີ່ອຳນວຍຜົນປະໂຫຍດ ໃຫ້ແກ່ທຸກໆຄົນ ບໍ່ແມ່ນພຽງແຕ່ຜູ້ໂຊກດີ ບໍ່ເທົ່າໃດຄົນທໍ່ນັ້ນ.

ວີດີໂອ ປະທານາທິບໍດີ ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ:


ໃນຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນ ສະມາຊິກສະພາຕ່ຳ Bill Johnson ຈາກລັດ Ohio ຮຽກຮ້ອງໃຫ້ປະທານາທິບໍດີປົກປ້ອງຄຸ້ມຄອງພວກສູງອາຍຸທີ່ທ່ານເວົ້າວ່າ ພວມສູນເສຍນາຍແພດໄລຍະຍາວຂອງເຂົາເຈົ້າ ຍ້ອນກົດໝາຍປະກັນໄພສຸຂະພາບລາ ຄາຖືກ ທີ່ຮູ້ກັນໃນນາມ Obamacare ນັ້ນ.
XS
SM
MD
LG