ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງໃຫ້ ອັງກິດ ຖອນໂຕ ຢ່າງເປັນລະບຽບ ກ່ອນປະຊຸມ ສຸດຍອດເນໂຕ້


ປ. ສະຫະລັດ ທ່ານບາຣັກ ໂອບາມາ (ສາມຈາກຊ້າຍ) ພົບກັບປະທານສະພາບໍລິຫານຢູໂຣບ ທ່ານ Donald Tusk (ທີສາມຈາກຂວາ) ແລະປະທານກຳມາທິການຢູໂຣບ ທ່ານ Jean-Claude Juncker (ທີສີ່ຈາກຂວາ) ທີ່ນະຄອນວໍຊໍ ປະເທດໂປແລນ. (ວັນທີ 8 ກໍລະກົດ 2016)
ປ. ສະຫະລັດ ທ່ານບາຣັກ ໂອບາມາ (ສາມຈາກຊ້າຍ) ພົບກັບປະທານສະພາບໍລິຫານຢູໂຣບ ທ່ານ Donald Tusk (ທີສາມຈາກຂວາ) ແລະປະທານກຳມາທິການຢູໂຣບ ທ່ານ Jean-Claude Juncker (ທີສີ່ຈາກຂວາ) ທີ່ນະຄອນວໍຊໍ ປະເທດໂປແລນ. (ວັນທີ 8 ກໍລະກົດ 2016)

ຫລັງ​ຈາກ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ວໍ​ຊໍ​ ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້​ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ເນ​ໂຕ້ ​ໃນ​ອັນ​ທີ່​ຄາດ​ກັນ​ວ່າ ຈະເປັນ​ການ​ເດີນທາງ​ເທື່ອ​ສຸດ​ທ້າຍ ​ໃນ​ນາມ​ປະທານາທິບໍດີ​ໄປ​ຢ້ຽມຢາມ​ຢູ​ໂຣບນັ້ນ ທ່ານ ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຄາດ​ວ່າ ຈະ​ມີ​ການແຍກ​ອອກ​ແບບ​ລາບ​ລື່ນ ລະຫວ່າງ​ອັງກິດ​ແລະ​ສະຫະພາບ​ຢູ​ໂຣບ.

​“ເຖິງ​ແມ່ນຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍປານ​ໃດ​ກໍ​ຕາມ ຂ້າພະ​ເຈົ້າມີ​ຄວາມ​ເຊື່ອ​ໝັ້ນວ່າ ສະຫະຣາຊະ​ອານາຈັກແລະ​ສະຫະພາບ​ຢູ​ໂຣບຫຼືອີ​ຢູ ຈະ​ສາມາດ​ຕົກລົງກັນ​ໄດ້​ກ່ຽວ​ກັບ ​ການ​ປ່ຽນ​ແປງ​ໄປ​ສູ່​ຄວາມ​ສຳພັນ​ອັນ​ໃໝ່​ໃນ​ຂະນະ​ທີ່​ທຸກໆ​ປະ​ເທດ​ຂອງ​ພວກ​ເຮົາ​ກຳລັງ​ເພັ່ງ​ເລັງ​ ເພື່ອ​ຄ້ຳປະກັນ​ ສະຖຽນ​ລະ​ພາບ​ທາງ​ດ້ານ​ການເງິນ​ແລະ​ເຮັດ​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ” ນັ້ນຄື​ຄຳເວົ້າທີ່​ປະທານາທິບໍດີ ​ໂອ​ບາ​ມາ​ ​ໄດ້​ຂຽນ​ລົງ​ ໃນ​ບົດ​ຄວາມ​ເຫັນ ​ຂອງ​ໜັງສືພິມ Financial Times ທີ່​ນະຄອນຫຼວງລອນ​ດອນ.

ປະທານາທິບໍດີໂອບາມາ ພວມຍ່າງລົງຈາກເຮືອບິນ ປະຈຳຕຳແໜ່ງ
ປະທານາທິບໍດີໂອບາມາ ພວມຍ່າງລົງຈາກເຮືອບິນ ປະຈຳຕຳແໜ່ງ

ໃນ​ຂະນະ​ທີ່​ທ່ານ​ໂອ​ບາ​ມາກ່າວ​ວ່າ ອັງກິດ​ໄດ​ລົງ​ຄະ​ແນນ​ສຽງ​ເພື່ອ​ຖອນ​ໂຕ​ອອກຈາກ​ອີ​ຢູ​ ພາ​ໃຫ້​ມີ​ຄຳ​ຖາມ​ຢ່າງ​ແທ້​ຈິງ ກ່ຽວ​ກັບ​ອະນາຄົດ​ຂອງ​ການ​ຮວມຕົວ​ພາຍ ​ໃນ​ທະວີ​ບຢູ​ໂຣບ ກໍ​ຈິງ​ແຕ່ທ່ານ​ກ່າວ​ວ່າ ສະຫະລັດ​ແລະ​ອັງກິດ​ຍັງ​ຈະ​ສືບ​ຕໍ່​ຮັກສາ ການ​ມີ​ຄວາມ​ສຳພັນ​ແບບ​ພິ​ເສດ​ໄວ້​ຢູ່.

ປະທານາທິບໍດີ​ຂຽນວ່າ “ຂ້າພະ​ເຈົ້າບໍ່​ມີ​ຄວາມ​ສົງ​ໄສ​ໃດໆ​ທີ່​ວ່າ​ ສະຫະ​ຣາຊະ​ອານາ​ຈັກຍັງ​ຈະ​ສືບ​ຕໍ່ ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ສາມາດ​ທີ່​ສຸດ​ປະ​ເທດ​ນຶ່ງ ຂອງ​ອົງການ​ເນ​ໂຕ້ ອັນ​ເປັນ​ປະ​ເທດ​ທີ່​ໄດ້​ປະກອບສ່ວນ​ໂດຍ​ເຕັມ ​ໃນ​ການ​ຮັກສາ​ຄວາມໝັ້ນຄົງ​ຂອງ​ພວກ​ເຮົາ ​ແລະ​ເປັນ​ປະ​ເທດ​ທີ່​ໃຫ້ການ​ສະໜັບສະໜຸນ​ຫລາຍ​ທີ່​ສຸດຕໍ່​ການ​ປະຕິບັດ​ງານ​ຂອງ​ພັນທະ​ມິດ.”

ຕູບຜ້າຕັ້ງ ພ້ອມແລ້ວຈະໃຫ້ການຕ້ອນຮັບ ຜູ້ນຳຂອງ 28​ ປະເທດ ສະມາຊິກເນໂຕ້
ຕູບຜ້າຕັ້ງ ພ້ອມແລ້ວຈະໃຫ້ການຕ້ອນຮັບ ຜູ້ນຳຂອງ 28​ ປະເທດ ສະມາຊິກເນໂຕ້

ທ່ານ​ໂອ​ບາ​ມາ ຈະສົມທົບ​ກັບ​ບັນດາ​ຜູ້ນຳ​ອື່ນໆ​ຂອງ​ອົງການ​ເນ​ໂຕ້​ໃນການ​ເຂົ້າຮ່ວມ​ກອງ ປະຊຸມ​ສຸດ​ຍອດ​ເປັນ​ເວລາ 2 ມື້ ທີ່​ນະຄອນວໍ​ຊໍ ກ່ອນຈະ​ອອກ​ເດີນທາງ​ໄປ​ຍັງ​ປະ​ເທດສະ​ເປ​ນ ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ​ເປັນ​ເທື່ອ​ທຳ​ອິດ. ​ໃນ ຕອນ​ເຊົ້າວັນ​ສຸກ​ມື້ນີ້ ທ່ານ​ໂອ​ບາ​ມາ ມີ​ໝາຍ​ກຳນົດ ທີ່​ຈະ​ພົບ​ປ​ະກັບ​ປະທານ​ສະພາ​ບໍລິຫານ​ຢູ​ໂຣບ ທ່ານ Donald Tusk ​ແລະ​ ປະທານ​ກຳມາ​ທິການ​ຢູ​ໂຣບທ່ານ Jean-Claude Juncker. ​ເຈົ້າໜ້າທີ່​ທຳ ນຽບຂາວ ​ກ່າວ​ວ່າ ພວກ​ຜູ້ນຳ​ທັງສາມ ຈະ​ຫາລື​ກັນ​ກ່ຽວ​ກັບ​ຄຳ​ສະ​ເໜີ​ແນະ ​ຂອງ​ທ່ານ​ໂອ​ບາ​ມາ​ ເພື່ອ​ເອົາ​ບາດກ້າວ​ໃນ​ຂັ້ນຕໍ່​ໄປກ່ຽວ​ກັບ​ການ​ເຈລະຈາ​ໃນ​ການ​ຖອນ​ໂຕ​ຂອງ​ອັງກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama NATO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG