ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ວ່າ ການໂຈມຕີ ດ້ວຍອາວຸດເຄມີ ຂອງຊີເຣຍ ຈະປ່ອຍໃຫ້ມີຂຶ້ນ ໂດຍບໍ່ຕອບໂຕ້ບໍ່ໄດ້ (ວີດິໂອ)


Obama Appeals to Wary Lawmakers on Syria
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ

ວີດິໂອ: ປະທານາທິບໍດີ ໂອບາມາ ຮຽກຮ້ອງຕໍ່ລັດຖະສະພາ ໃຫ້ສະໜັບສະໜຸນທ່ານ ເລື້ອງຊີເຣຍ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການ​ໂຈມຕີ​ດ້ວຍ​ອາວຸດ​ເຄມີ ​ຕໍ່​ຊາວ​ຊີ​ເຣຍນັ້ນ​ແມ່ນ “ການ​ໂຈມ​
ຕີ​ໂດ​ຍກົງ ​ຕໍ່​ກຽດ​ແລະ​ສັກ​ສີ​ຂອງ​ມະນຸດ” ​ແລະ​ເປັນ​ການ “ຂົ່ມຂູ່​
ທີ່​ຮ້າຍ​ແຮງ” ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ ສະຫະລັດ.

​ແລະທ່ານ Obama ໄດ້ກ່າວ​ໃນຄໍ​າປາ​ໄສ​ປະ​ຈໍາ​ສັບປະດາ ຂອງ
​ທ່ານ ໃນ​ວັນ​ເສົາມື້​ນີ້​ວ່າ ​ແລະ​ນັ້ນ​ເປັນ​ເຫດຜົນ ທີ່ ທ່ານ​ໄດ້​ຮຽກ
ຮ້ອງ​ໃຫ້ ລັດຖະສະພາລົງ​ມະຕິອະນຸຍາດ ​ໃຫ້​ໃຊ້​ກໍາລັງ​ທະຫານ
ໃນ​ຊີ​ເຣຍ.

ທ່ານປະທານາທິບໍດີ ກ່າວ​ວ່າ ການ​ເຄື່ອນ​ໄຫວທາງ​ທະຫານຂອງ
ສະຫະລັດ ​ໃນ​ຊີ​ເຣຍ ຈະ​ບໍ່​ມີ​ການ​ໃຊ້​ກອງ​ທະຫານ​ທາງ​ພາກ​ພື້ນ​
ດິນແ​ລະຈະ​ມີ ​ຂອບ​ເຂ​ດ “ຈໍາກັດ” ​ແນ​ໃສ່ ​ເພື່ອຂັດຂວາງ​ບໍ່​ໃຫ້ລັດ
ຖະບານ​ຊີ​ເຣຍ ໃຊ້​ແກ໊​ສ​ໂຈມ​ຕີ ​ປະຊາຊົນ​ຂອງ​ຕົນ​ຕໍ່​ໄປ​ອີກ ແລະ​ລົດ​ລະ​ດັບ ຄວາມສາ
ມາດ​ຂອງ ຊີ​ເຣຍ ​ໃນ​ການກະທໍາ​ເຊັ່ນ​ນັ້ນ.



ໃນ​ຄໍາຖະ​ແຫລ​ງຕອບຂອງ​ພັກຣີພັບ​ບລິ​ກັນນັ້ນ ຜູ້​ແທນ​ສະພາ​ສູງ John Barasso ຈາກ​ ລັດ Wyoming ​ທາງພາກ​ຕາ​ເວັນ​ຕົກ​ຂອງສະຫະລັດ ໄດ້ຈົ່ມ​ວ່າ ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ​ອັນ​ສູງ​ຂອງ​ລັດຖະບານ​ ຈາກ​ກົດໝາຍປະກັນ​ໄພ​ສຸຂະ​ພາບລາ​ຄາ​ຖືກສໍາລັບ​ພວກ​ຄົນ​ທຸກ ​ທີ່ຊື່​ວ່າ Affordable Care Act ຫລື​ທີ່​ຮູ້ກັນໃນອີກຊື່​ນຶ່ງ​ວ່າ Obamacare ​ເພາະ​ເປັນ​ໂຄງການ​ຂອງ​ທ່ານ​ໂອ​ບາ​ມາ ນັ້ນ.

ຜູ້​ແທນ​ສະພາ​ສູງ Barasso ຊຶ່ງ​ເປັນ​ທ່ານໝໍ ຮ້ອງ​ໃຫ້​ມີການ​ລົບ​ລ້າງ ກົດໝາຍ​ປະກັນ​ໄພ​ສຸຂະ​ພາບ​ໃໝ່ດັ່ງກ່າວ ຊຶ່ງທ່ານກ່າວ​ວ່າ ມັນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ “ບໍ່ໄດ້​ຮັບ​ຄວາ​ມ​ນິຍົມ ປະຕິບັດ​ບໍ່​ໄດ້ ​ແລະ​ບໍ່​ສາມາດ​ຈ່າຍ​ໄດ້.”

ວີໂອເອວິເຄາະ: ສະຫະລັດຈະໂຈມຕີ ຊີເຣຍ ແທ້ບໍ?:

Will the US Strike Syria? (VOA On Assignment Sept. 6)
please wait

No media source currently available

0:00 0:04:02 0:00
ລິງໂດຍກົງ



XS
SM
MD
LG