ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ສະພາ ເພີ້ມຂີດ ຈຳກັດ ການກູ້ຢືມເງິນ (ວີດິໂອ)


ທ່ານ Barack Obma ​ຮຽກຮ້ອງ​ ໃຫ້ລັດຖະສະພາອະນຸມັດ​ໂດຍ​ໄວ ຕໍ່ການເພີ້​ມຂີດ​ຈຳກັດ​ ໃນການ​ກູ້ຢືມ​ເງິນ​ຂອງ​ປະ​ເທດ.
ທ່ານ Barack Obma ​ຮຽກຮ້ອງ​ ໃຫ້ລັດຖະສະພາອະນຸມັດ​ໂດຍ​ໄວ ຕໍ່ການເພີ້​ມຂີດ​ຈຳກັດ​ ໃນການ​ກູ້ຢືມ​ເງິນ​ຂອງ​ປະ​ເທດ.
ປະທານາທິບໍດີສະຫະລັດ ທ່ານ Barack Obma ​ຮຽກຮ້ອງ​ໃຫ້
ລັດຖະສະພາ ອະນຸມັດ​ໂດຍ​ໄວຕໍ່ການເພີ້​ມຂີດ​ຈຳກັດ​ໃນການ​ກູ້
ຢືມ​ເງິນ​ຂອງ​ປະ​ເທດ ​ແລະ​ກ່າວ​ວ່າ ທ່ານສະໜັບສະໜຸນຕໍ່ການ
​ຄວບ​ຄຸມອາວຸດ​ປືນ​ໃໝ່ “ທີ່​ມີ​ເຫດຜົນ” ໃນ​ການ​ພະຍາຍາມ​ປ້ອງ
ກັນ ບໍ່​ໃຫ້​ມີ​ການ​ສັງຫານ​ໝູ່​ຕື່ມ​ອີກ ຢູ່​ໃນ​ປະ​ເທດ.

​ໃນ​ເວລາບໍ່​ຮອດ​ນຶ່ງ​ອາທິດ ກ່ອນທີ່ທ່ານຈະເລີ້​ມ​ເຂົ້າຮັບ​ຕຳ​ແໜ່​ງສະ​ໄໝ ທີສອງ​ນັ້ນ ທ່ານ Obama ກ່າວ​ຢູ່ກອງ​ປະຊຸມນັກ​ຂ່າວ ທີ່ທໍານຽວຂາວ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ມັນ​ຈະ​ເປັນ "ການ​ບໍ່​ເອົາ​ຄວາມ​ຮັບຜິດຊອບ” ສຳ ລັບ​ບັນດາ​ຝ່າຍ​ຄ້ານ​ທາງ​ການ​ເມືອງ​ຂອງ​ທ່ານ ຢູ່ໃນ​ລັດ​ຖະສະພາທີ່ຈະ ບໍ່​ພາກັນ​ພິຈາລະນາ ​ໃນ​ການເພີ້​ມຂີດ​ຈຳກັດ ​ໃນການກູ້​ຢືມ​ເງິນ​ຂອງ​ປະ​ເທດຂຶ້ນຈາກ 16 ພັນ 400 ​ລ້ານ​ໂດ​ລາ ໃນສອງ​ສາມອາທິດ​ຂ້າງ​ໜ້າ​ນີ້.

ສະຫະລັດໄດ້​ບັນລຸ​ຂີດ​ຈຳກັດ​ໃນການ​ເປັນ​ໜີ້​ສິນ​ຂອງ​ປະ​ເທດແລ້ວ ​ແຕ່ ຍັງ​ມີ​ເງິນ​ພຽງພໍທີ່​ຈະ​ໃຊ້​ຕື່ມ​ອີກ ສຳລັບ​ຫຼາຍໆ​ອາທິດ. ປະທານາທິບໍດີ ກ່າວ​ວ່າ ຂີດ​ຈຳກັດ​ໃນການ​ກູ້​ຢືມ​ເງິນ​ຈຳ​ເປັນ​ຈະ​ຕ້ອງ​ໄດ້ເພີ້​ມຂື້ນ ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ໃຫ້ລັດຖະບານ​ໃຊ້​ຈ່າຍ​ເພີ້ມຂຶ້ນ ​ແຕ່ເພື່ອ​ໃຫ້ສະຫະລັດ ສາມາດ​ປະຕິບັດ​ຕາມ​ພັນທະ​ດ້ານການ​ເງິນ ທີ່​ຕົນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່​ແລ້ວ​ນັ້ນ.

ປະທາ​ນາ​ທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ “ການເພີ້ມ​ລະດັບການ​ເປັນ​ໜີ້​ສິນ​ຂື້ນ​ອີກ​ນັ້ນ ບໍ່​ໄດ້ອະນຸມັດ​ໃຫ້​ພວກ​ເຮົາ​ໃຊ້​ຈ່າຍ​ຫລາຍ​ຂື້ນ​ແຕ່​ຢ່າງ​ໃດ. ທັງ​ໝົດ​ນີ້ ​ແມ່ນ​ໝາຍ​ຄວາມ​ວ່າ ອາ​ເມຣິກາຈະ​ສາມາດ​ຈ່າຍ​ໜີ້​ຂອງ​ຕົນ ​ແລະ​ເຮົາ​ບໍ່​ແມ່ນ​ປະ​ເທດ ທີ່​ບໍ່​ຢາກຈ່າຍ​ໜີ້.”

ກ່ຽວ​ກັບ​ການ​ຄວບ​ຄຸ​ມອາວຸດ​ປືນນັ້ນ ປະທານາທິບໍດີກ່າວ​ວ່າ ທ່ານຄາດ ​ວ່າ ຈະ​ໄດ້​ຮັບຄຳ​ແນະນຳ​ກ່ຽວ​ກັບ​ບາດກ້າວທີ່ “ທີ່​ມີ​ເຫດຜົນ​ແລະ​ເປັນ​ປະ​ໂຫຍ​ດ” ຈາກ​ຄະນະ​ກໍາ​ມະ​ການ​ພິ​ເສດ​ຂອງ​ທ່ານ ​ເພື່ອ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຈາກ​ອາວຸດປືນ. ທ່ານກ່າວ​ວ່າ ທ່ານ ຈະ​ພົບ​ປະໃນ​ມື້ນີ້ກັບຮອງ​ປະທານ​າທິບໍດີ Joe Biden ​ທີ່​ເປັນ​ປະທານຄະນະ​ກໍາ​ມະ​ການສົນທະ
ນາ​ກ່ຽວ​ກັບຂໍ້​ສະ​ເໜີຕ່າງໆ.

ເບິ່ງວີດິໂອກ່ຽວຂ້ອງ:


ກ່ຽວຂ້ອງກັນ

XS
SM
MD
LG