ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Obama ​ຂໍຮ້ອງ​ໃຫ້ ​ຢູ່​ໃນ​ຄວາມ​ສະຫງົບ ຫລັງການຕັດສິນ ຄະດີ ທ້າວ ​Zimmerman (ສະໄລດ໌/ວີດິໂອ)


Protests, Rallies Staged Nationwide in Wake of Zimmerman Verdict
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

ເບິ່ງວີດິໂອ ຊາວອາເມຣິກັນພາກັນປະທ້ວງ ຍ້ອນບໍ່ພໍໃຈກັບ ການຕັດສິນໃຫ້ ທ້າວ George Zimmerman ພົ້ນຜິດ ໃນຂໍ້ຫາ ຍິງທ້າວ Trayvon Martin ຕາຍ ເມື່ອປີກາຍນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ຮ້ອງ​ຂໍ​
ໃຫ້ຊາວ​ອາ​ເມຣິກັນ ​ຢູ່​ໃນ​ຄວາມ​ສະຫງົບ​ໃນ​ວັນ​ອາທິດ​ວານ​ນີ້
ຫລັງ​ຈາກ​ຄະນະ​ຂຸນ​ສານທີ່​ລັດ​ຟຣໍລິ​ດາ ​ໄດ້​ຕັດສິນໃຫ້​ຄົນອາ
ສາ​ສະມັກ​ລາດຕະ​ເວນຮັກສາ​ຄວາມ​ປອດ​ໄພ ​ໃນ​ຄຸ້ມບ້ານ
ທ້າວ George Zimmerman ບໍ່​ມີ​ຄວາມ​ຜິດໃນ​ຂໍ້​ຫາ​ຍິງສັງ
ຫານ ເດັກໜຸ່ມ​ຜີວ​ດໍາຄົນ​ນຶ່ງ ທີ່​ບໍ່​ມີອາວຸດ.

​ໃນ​ຄໍາ​ຖະ​ແຫລ​ງ​ເປັນ​ລາຍ​ລັກ​ອັກສອນ ທ່ານ Obama ເອີ້ນ​
ການ​ເສຍ​ຊີວິດ​ຂອງທ້າວ Trayvon Martin ວ່າ​ເປັນໂສກ​
ນາດຕະກໍາ ສໍາລັບຄອບຄົວ​ຂອງ​ລາວ​ເອງ ​ແລະຂອງອາ​ເມ
ຣິການໍາ. ​ແຕ່​ທ່ານໄດ້​ຂໍ​ຮ້ອງ​ໃຫ້ຄິດຮິ່ນຕອງຢ່າງ​ງຽບໆ​ ​ແລະ​
ກ່າວ​ວ່າ “ພວກ​ເຮົາ​ເປັນ​ປະ​ເທ​ດ ທີ່​ມີ​ກົດໝາຍ ​ແລະ​ຄະນະ​
ຂຸນ​ສານ​ ໄດ້​ຕັດສິນ​ອອກ​ມາ​ແລ້ວ.”

ການຕັດສິນໃຫ້​ພົ້ນ​ຜິດ ແກ່ທ້າວ George Zimmerman
​ໃນຕ​ອນ​ແລງວັນ​ເສົາທີ່​ຜ່ານ​ມາ ​ໂດຍ​ຄະນະ​ຂຸນ​ສານ 6 ຄົນ
ທີ່ເປັນ​ຜູ້​ຍິງທັງ​ໝົດນັ້ນ​ ໄດ້​ເປັນ​ຫົວ​ຂໍ້​ຂ່າວ​ໃຫຍ່ ​ໃນ​ໂທລະ​ພາບ ​
ແລະອິນ​ເຕີ​ແນັດ ​ໃນ​ວັນ​ອາທິດ​ວານ​ນີ້ ທີ່ກໍ່​ເກີດ​ການ​ປະ​ທ້ວງ​ຈາກ​ປະຊາ​ຄົມທົ່ວ​ປະ​ເທດ ​
ແລະ​ເຮັດ​ໃຫ້​ມີ​ການໂຕ້​ຖຽງກັນກ່ຽວ​ກັບເລື້ອງຜິວ​ພັນ ​ແລະ​ການຕໍ່​ສູ້​ຕ້ານ​ອາ​ຊະ​ຍາ​ກໍາ ຢູ່​
ໃນອາ​ເມຣິກາ.

ມີ​ການ​ປະ​ທ້ວງ​ຢູ່​ນິວຢອກ, ລອສ ​ແອນ​ຈີ​ແລ​ສ, ​ແລະ​ຫົວ​ເມືອງ​ໃຫຍ່ໆ​ອື່ນໆ ເຊັ່ນບອສຕັນ ​
ແລະ​ແຊນ ​ແຟຣນຊິ​ສ​ໂກ. ພວກ​ປະ​ທ້ວງ​ພາກັນ​ເດີນ​ຂະ​ບວນຢ່າງ​ສັນຕິ ​ແຕ່​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຍຸຕິ​ທໍາ ຕໍ່ໜ້າ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ ​ເປັນ​ຄໍາຕັດສິນ​ທີ່​ລໍາອຽງ ຍ້ອນຜິວ​ພັນ. ການ​ປະ​ທ້ວງ​ຢູ່​ບາງ​ບ່ອນ​ໄດ້​ດໍາ​ເນີນ​ໄປ​ຈົນ​ຮອດ​ເຊົ້າ​ມືດ​ວັນ​ຈັນ​ມື້​ນີ້ ​ແລະ​ຢູ່​ລອສ ​ແອນ​ຈີ​ແລ​ສ ພວກ​ປະ​ທ້ວງ​ໄດ້​ພາກັນ​ຕັນ​ທາງ​ຫລວງ​ສາຍ​ສໍາຄັນ​ເສ້ນ​ນຶ່ງ ​ເປັນ​ເວລາ​ເຄິ່ງຊົ່ວ​ໂມງ.

ທ້າ​ວ Martin ອາຍຸ 17 ປີ ​ໄດ້​ຖືກ​ຍິງ​ຕາຍໃນ​ປີ​ແລ້ວ​ນີ້ ໃນ​ການ​ຕໍ່ສູ້​ກັນກັບ ທ້າວ Zimmer-
man ທີ່​ເປັນ​ຊາວເຊື້ອສາຍສະ​ເປັນ. ການ​ເສຍ​ຊີວິດຂອງ​ເຂົາ ໄດ້ພາ​ໃຫ້​ຊາວ​ອາເມຣິກັນ ຫລາຍຄົນ​ກ່າວ​ວ່າ ທ້າວ Martin ​ໄດ້​ເປັນ​ເປົ້າ​ໝາຍ ​ເພາະວ່າ​ລາວ​ເປັນ​ຄົນ​ຜີວ​ດໍາ ​ແລະ
ໄດ້​ອອກໄປຍ່າງ​ໃນ​ຍາມ​ມື້​ຄືນ​ຢູ່​ໃນຄຸ້ມ ທີ່​ມີ​ຮົ້ວ​ອອ້ມ​ແລະ​ປະຕູ​ອັດ​ໄວ້ ຊຶ່ງເປັນບ່ອນຢູ່ ຂອງຄົນຂາວ​ເປັນ​ສ່ວນໃຫຍ່ນັ້ນ.

ກະຊວງ​ຍຸຕິ​ທໍາ ສະຫະລັດ ກ່າວ​ໃນ​ວັນອາທິດ​ວານ​ນີ້​ວ່າ ຕົນ​ກໍາລັງ​ຊັ່ງຊາເບິ່ງ​ຫລັກ​ຖານໃນຄະດີນີ້ ​ເພື່ອ​ພິຈາລະນາ​ວ່າ ຈະ​ດໍາ​ເນີນ​ຄະດີທ້າວ Zimmerman ຕື່ມ​ອີກ ພາຍ​ໃຕ້​ກົດໝາຍ​ລັດຖະບານ​ກາງ ​ຫລື​ບໍ່.

ກ່ຽວຂ້ອງກັນ

XS
SM
MD
LG