ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ເສີມຄວາມເຂັ້ມແຂງ ແກ່ລະບົບປ້ອງກັນ ລູກສອນໄຟ (ສະໄລດ໌/ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama ຮຽກຮ້ອງ
​ໃຫ້​​ເສີມ ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ລະບົບ​ປ້ອງ​ກັນລູກ​ສອນ​​ໄຟ ​
ປະທານາທິບໍດີສະຫະລັດ ທ່ານ Barack Obama ຮຽກຮ້ອງ ​ໃຫ້​​ເສີມ ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ລະບົບ​ປ້ອງ​ກັນລູກ​ສອນ​​ໄຟ ​
ປະທານາທິບໍດີສະຫະລັດທ່ານ Barack Obama ຮຽກຮ້ອງ
​ໃຫ້ເສີມ ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ລະບົບ​ປ້ອງ​ກັນລູກ​ສອນໄຟ ​
ເພື່ອຮັບ​ມື​ກັບ​ການ​ນາບ​ຂູ່​ຂອງ​ເກົາຫລີ​ເໜືອຊຶ່ງ​ເປັນ​ການ​ທ້າ​
ທາຍຕໍ່ການ​ລົງ​ໂທດຂອງສະຫະ​ປະຊາ​ຊາດທີ່​ໄດ້​ທຳ​ການທົດ
​ລອງນິວ​ເຄລຍຄັ້ງ​ທີ່​ສາມ.

​ໃນ​ການ​ກ່າວ​ເມື່ອແລງ​ວັນ​ອັງຄານວານ​ນີ້​ ​ຢູ່ໃນຄໍາປາ​ໄສ​ປະ
ຈຳ​ປີ​ ຕໍ່​ລັດ​ຖະ​ສະພາ​ແລະ​ປະ​ເທດ​ຊາດນັ້ນ ປະທານາທິບໍດີ
Obama ປະກາດ​ທີ່​ຈະ​ເອົາ​ “ມາດ​ຕະການອັນ​ໜັກ​ແໜ້ນ”
ເ​ພື່ອ​ຕອບ​ໂຕ້ ​ຕໍ່​ການ​ທົດ​ລອງ ນິວ​ເຄລຍຂອງ​ເກົາຫຼີ​ເໜືອ.

ປະທານາທິບໍດີ​ເວົ້າວ່າ “ລະບອບການປົກ ຄອງ​ເກົາຫລີ​ເໜືອ
ຈະ​ຕ້ອງ​ຮູ້​ວ່າ ​ພວກ​ເຂົາຈະໄດ້​ຮັບຄວາມ​ປອດ​ໄພ ​ແລະຄວາມ
​ອຸດົມ​ຮັ່ງມີ ກໍ​ຕໍ່​ເມື່ອ​ພວກ​ເຂົາ​ປະຕິບັດ​ຕາມ​ພັນທະນາໆ​ຊາດຂອງ​ຕົນ​. ການ​ກໍ່ກວນ​ດັ່ງ​ທີ່​ເຮົາ​|ເຫັນ​ໃນ​ມື້​ຄືນ​ແລ້ວ​ນີ້ ມີ​ແຕ່ຈະ​ເຮັດ​ໃຫ້ ພວກ​ເຂົາຢູ່ຢ່າງໂດດດ່ຽວຫຼາຍຂຶ້ນ​ ​ໃນ​ຂະນະ​ທີ່​ເຮົາຢືນ​ຢູ່​ກັບ​ພັນທະ​ມິດ​ຂອງ​ພວກ​ເຮົາ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະບົບ​ປ້ອງ​ກັນລູກ​ສອນ​ໄຟ​ຂອງ​ພວກ​ເຮົາ ​ແລະ​ນໍາພາ​ໂລກ ​ໃນ​ການ​ເອົາ​ບາດກ້າວ​ອັນໜັກ​ແໜ້ນ ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ເຫຼົ່ານີ້.”

ເບິ່ງວີດິໂອກ່ຽວກັບການທົດລອງນີວເຄລຍຂອງເກົາຫລີເໜືອ:



ຄໍາປາ​ໄສຂອງທ່ານ Obama ​ໄດ້​ມີ​ຂື້ນບໍ່​ເທົ່າ​ໄດ​ຊົ່ວ​ໂມງ ​ຫຼັງຈາກສະ ພາຄວາ​ມໝັ້ນ
ຄົງສະຫະ​ປະຊາ​ຊາດ ທີ່​ໄດ້ລົງມະ​ຕິ​ຢ່າງເປັນ​ເອກ​ກະສັນ ປະນາມ​ການ​ທົດ​ລອງ
ນິວເຄລຍ​ໃຕ້​ດິນ ​ໂດຍ​ຮ້ອງ​ວ່າ “​ເປັນການ​ລ່ວງ​ລະ​ເມີດທີ່​ຮ້າຍ​ແຮງ” ຕໍ່​ການ​ລົງ​ໂທດ​ຄັ້ງ​ກ່ອນຂອງ​ນາໆ​ຊາດ ກ່ຽວ​ກັບໂຄງການ​ອາວຸດ​ນິວ​ເຄລຍຂອງເກົາຫລີ​ເໜືອ.

ປະມວນພາບກ່ຽວຂ້ອງກັບການທົດລອງນີວເຄລຍຂອງເກົາຫລີເໜືອ:



XS
SM
MD
LG