ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວຄຳປາໄສ ຕໍ່ປະເທດຊາດ ເລື້ອງແຜນ ຍຸດທະສາດ ເພື່ອຕໍ່ສູ້ ກັບ ພວກກໍ່ການຮ້າຍ


Obama Seeks to Reassure Americans on Terrorism Strategy in National Address
please wait

No media source currently available

0:00 0:02:39 0:00

ເຊີນຊົມ ວີດີໂອ ລາຍງານນີ້

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ບອກປວງຊົນຊາວອາເມຣິກັນ
ວ່າ ການໂຈມຕີຍິງສັງຫານ ຢູ່ໃນລັດຄາລີຟໍເນຍ ນັ້ນ ແມ່ນເປັນ “ການກະທຳຂອງພວກກໍ່ການຮ້າຍ ທີ່ໄດ້ວາງແຜນມາ ເພື່ອເຂັ່ນ
ຂ້າປະຊາຊົນ ຜູ້ບໍລິສຸດ.”

ຢູ່ໃນການກ່າວຄຳປາໄສ ຖ່າຍທອດຜ່ານທາງໂທລະພາບ ທີ່ບໍ່
ຄ່ອຍມີມາກ່ອນ ຈາກຫ້ອງການຮູບໄຂ່ຂອງທຳນຽບຂາວ ເມື່ອຕອນ
ແລງວັນອາທິດວານນີ້ ຊຶ່ງທ່ານໂອບາມາ ໄດ້ເວົ້າເຖິງການໂຈມຕີ
ແລະໄດ້ຫາທາງສ້າງຄວາມໝັ້ນໃຈ ໃຫ້ແກ່ຊາວອາເມຣິກັນ ດ້ວຍ
ການກ່າວກ່ຽວກັບແຜນຍຸດທະສາດ ເພື່ອຕໍ່ສູ້ກັບການກໍການຮ້າຍ ຢູ່ໃນສະຫະລັດ.

ທ່ານປະທານາທິບໍດີ ກ່າວວ່າ ຄາດຕະກອນທັງສອງຄົນ ໄດ້ເລືອກໄປ ໃນ “ທາງທີ່ມືດມົນ
ຂອງແນວຄິດຫົວຮຸນແຮງ ໂອບອ້ອມເອົາການຕີຄວາມໝາຍ ຂອງສາສະໜາອິສລາມ
ໄປໃນທາງທີ່ຊົ່ວຮ້າຍ.”
ແຕ່ທ່ານກ່າວວ່າ ຍັງບໍ່ມີຫຼັກຖານໃດໆເທື່ອ ວ່າ ພວກເຂົາໄດ້ຮັບ ການຊີ້ນຳໂດຍ ອົງການກໍ່ການຮ້າຍຢູ່ຕ່າງປະເທດ ຫຼື ວ່າພວກເຂົາ ເປັນພາກສ່ວນນຶ່ງ ຂອງ
ແຜນການປອງຮ້າຍ ທີ່ກວ້າງຂວາງຕື່ມອີກອັນນຶ່ງ ຢູ່ໃນສະຫະລັດ.

Obama Discusses the US Response to Terrorism
please wait

No media source currently available

0:00 0:01:01 0:00

​ທ້າວ Syed Rizwan Farook ເກີດຢູ່ໃນສະຫະລັດ ແລະ ພັນລະຍາຂອງລາວ ນາງ
Tashfeen Malik ຊາວປາກິສຖານ ໄດ້ສັງຫານ 14 ຄົນ ແລະ ເຮັດໃຫ້ 21 ຄົນບາດເຈັບ
ຢູ່ທີ່ການຊຸມນຸມກັນ ຂອງພະນັກງານລັດຖະກອນ ໃນທ້ອງຖິ່ນ ເມື່ອວັນພຸດຜ່ານມາ ຢູ່ໃນ
ເມືອງ San Bernadino ທີ່ຕັ້ງຢູ່ປະມານ ຊົ່ວໂມງນຶ່ງຖ້າຂັບລົດ ໄປທາງທິດຕາເວັນອອກ
ຂອງເມືອງ Los Angeles. ພວກເຂົາຍັງໄດ້ວາງທໍ່ລະເບີດ ທີ່ບໍ່ແຕກ ເພາະມັນໄດ້ລົ້ມແຫຼວ
ຕໍ່ຈາກນັ້ນ ພວກເຂົາໄດ້ຫລົບໜີໄປ ໃນລົດໃຫຍ່ SUV ສີດຳ.

ພາບຄູ່ຜົວເມຍ ທີ່ບໍ່ລະບຸວັນເວລາ ຂອງກົມຄຸ້ມຄອງພາຫະນະຂອງລັດຄາລີຟໍເນຍ ສະແດງໃຫ້ເຫັນ ນາງ Tashfeen Malik (ຊ້າຍ) ແລະ ທ້າວ Syed Farook ຜົວ ແລະ ເມຍ ຜູ້ຖືກຂ້າຕາຍ ໃນການຍິງຕອບໂຕ້ກັບບັນດາເຈົ້າໜ້າທີ່ ຫຼັງຈາກພວກເຂົາໄດ້ຍິງສັງຫານໝູ່ ໃນເມືອງ San Bernardino ຂອງລັດ California, ວັນທີ 2 ທັນວາ 2015.
ພາບຄູ່ຜົວເມຍ ທີ່ບໍ່ລະບຸວັນເວລາ ຂອງກົມຄຸ້ມຄອງພາຫະນະຂອງລັດຄາລີຟໍເນຍ ສະແດງໃຫ້ເຫັນ ນາງ Tashfeen Malik (ຊ້າຍ) ແລະ ທ້າວ Syed Farook ຜົວ ແລະ ເມຍ ຜູ້ຖືກຂ້າຕາຍ ໃນການຍິງຕອບໂຕ້ກັບບັນດາເຈົ້າໜ້າທີ່ ຫຼັງຈາກພວກເຂົາໄດ້ຍິງສັງຫານໝູ່ ໃນເມືອງ San Bernardino ຂອງລັດ California, ວັນທີ 2 ທັນວາ 2015.

ລຸນຫຼັງມາລົດຂອງພວກເຂົາ ໄດ້ຖືກແນມເຫັນ ແລ້ວພວກເຂົາກໍຖືກຂ້າຕາຍ ໃນຂະນະທີ່
ພວກເຂົາຍິງຕໍ່ສູ້ກັບເຈົ້າໜ້າທີ່ຕຳຫຼວດຢູ່. ເວລານີ້ອົງການສັນຕິບານກາງ ຫຼື FBI ແມ່ນ
ກຳລັງທຳການສືບສວນສອບສ່ວນ ອັນໃດທີ່ເຮັດໃຫ້ທ້າວ Farook ແລະ ນາງ Malik
ປະຕິບັດການໂຈມຕີດັ່ງກ່າວນັ້ນ.

ບັນດາເຈົ້າໜ້າທີ່ ລັດຖະບານກາງ ກ່າວວ່າ ນາງ Malik ໄດ້ປະຕິຍານຄຳຈົງຮັກພັກດີ ຕໍ່
ຜູ້ນຳກຸ່ມລັດອິສລາມ ໃນຂໍ້ຄວາມທີ່ໂພສລົງ Facebook ແລະ ວ່າ ທ້າວ Farook ໄດ້ຕິດ ຕໍ່ກັບບຸກຄົນຕ່າງໆ ທີ່ກ່ຽວຂ້ອງກັບກຸ່ມກໍ່ການຮ້າຍຕ່າງໆ.

XS
SM
MD
LG