ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ​ໂອ​ບາ​ມາ ແລະ ທ. Bush ຕໍາໜິ ການ​ແບ່ງ​ແຍກ ​ທາງ​ການ​ເມືອງ ຂອງ ສຫລ


ທ່ານ George W. Bush ກ່າວ​ຄໍາ​ປາ​ໄສ ​ຢູ່​ກອງ​ປະຊຸມ ສົນທະນາກ່ຽວກັບ​ເສລີພາບ, ຕະຫລາດ​ເສລີ ​ແລະ​ຄວາມໝັ້ນຄົງ​ ຂອງ​ສະ​ຖາບັນ Bush ​ທີ່ນະຄອນນິວຢ​ອກ​ ໃນ​ວັນ​ພະຫັດ​ ທີ 19 ຕຸລາ, 2017
ທ່ານ George W. Bush ກ່າວ​ຄໍາ​ປາ​ໄສ ​ຢູ່​ກອງ​ປະຊຸມ ສົນທະນາກ່ຽວກັບ​ເສລີພາບ, ຕະຫລາດ​ເສລີ ​ແລະ​ຄວາມໝັ້ນຄົງ​ ຂອງ​ສະ​ຖາບັນ Bush ​ທີ່ນະຄອນນິວຢ​ອກ​ ໃນ​ວັນ​ພະຫັດ​ ທີ 19 ຕຸລາ, 2017

ອະດີດ​ປະທານາທິບໍດີ​ສະຫະລັດ​ສອງ​ທ່ານ ​ໄດ້ເຂົ້າຮ່ວມການໂຕ້ແຍ້ງ ທາງ​ການ​ເມືອງ​
ໃນ​ປັດຈຸບັນ ​ຂອງ​ປະ​ເທດ.

​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ຢູ່​ກອງ​ປະຊຸມ​ສົນທະນາ ​ກ່ຽວກັບ​ເສລີພາບ, ຕະຫລາດ​ເສລີ ​ແລະ​
ຄວາມໝັ້ນຄົງ​ຂອງ​ສະ​ຖາບັນ Bush ​ທີ່ນະຄອນ​ນີວຢ​ອກ​ ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ
George W. Bush ກ່າວ​ວ່າ "ການ​ຂົ່ມ​ເຫັງແລະຄວາມ​ຄິດອະຄະຕິ ຢູ່​ໃນ​ຊີວິດ​ຂອງ
​ພວກ​ເຮົາ ​ແມ່ນ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະ​ທົ່ວ​ໄປ​ຂອງ​ປະ​ເທດວ່າ​ອະນຸຍາດ
​ໃຫ້​ມີການ​ກະທໍາ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ ​ແລະຄວາມ​ບ້າ​ຄັ່ງ ​ໄດ້ ​ແລະ​ເຮັດ​ໃຫ້ການ​ສຶກສາ
​ດ້ານຈາຣິ ຍະ​ທໍາ​ແກ່​ລູກ​ຫລານ​ຂອງ​ພວກ​ເຮົາ ​ເຊື່ອມ​ໂຊມ​ລົງ. ມີ​ທາງ​ດຽວ ທີ່​ຈະ​ສາມາດ
​ເອົາ​ຄວາມ​ຄິດ ຄ່ານິຍົມ ທີ່​ມີລັກສະນະ​ມະຫາຊົນ​ໄປ​ໃຫ້​ແກ່ພວກ​ເຂົາ​ເຈົ້າກໍ​ຄື​ກ່ອນ​ອື່ນ
ໝົດ ຈະ​ຕ້ອງ​ປະຕິບັດ ຕາມ​ຄ່າ​ນິຍົມ​ດັ່ງກ່າວ​ນັ້ນ​ ໃຫ້​ໄດ້ກ່ອນ."

ທ່ານ Bush ​ໄດ້​ຕໍາໜິ ການ​ແບ່ງ​ແຍກ​ທາງ​ການ​ເມືອງ​ຂອງ​ປະ​ເທດ ​ໂດຍ​ໄດ້​ເວົ້າວ່າ ໃນ
ຫຼາຍໆໂອກາດ ມັນ​ເບິ່ງຄືວ່າມີພະລັງ​ທີ່ດຶງ​ພວກ​ເຮົາ​ໃຫ້​ອອກ​ຈາກ​ກັນ ​ແຮງ​ກວ່າ​ພະລັງ
​ທີ່ຈະ​ຜູກ​ພັນ​ໃຫ້​ພວກ​ເຮົາ​ເຂົ້າກັນ."

ທ່ານ Bush ກ່າວ​ເພີ້ມວ່າ "ພວກ​ເຮົາ​ໄດ້​ເຫັນ ການ​ໂອ​ລົມ​ກັນ​ຂອງ​ພວກເຮົາ​ເຊື່ອມ​ໂຊມ​
ລົງ ດ້ວຍ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ​ທີ່​ບໍ່ຮູ້​ຕົວ. ການຖົກຖຽງກັນ ກາຍ​ໄປ​ເປັນຄວາມ​ກຽດ
ຊັງກັນ ຢ່າງ​ງ່າຍດາຍ​ຫລາຍ​ເກີນ​ໄປ. ການ​ມີ​ຄວາມ​ຄິດ​ຕ່າງ​ກັນ​ໄດ້​ເພີ້ມທະວີຂຶ້ນກາຍ​ເປັນ
ການ​ຂາດ​ຄວາມ​ເມດ​ຕາຕໍ່ກັນ."

ທ່ານ Bush ​ເວົ້າ​ອີກ​ວ່າ "ການບໍ່ໂຍະຍານຜ່ອນຜັນປາກົດ​ວ່າ​ ໄດ້ຖືກ​ເຮັດ​ໃຫ້ແຮງກ້າຂຶ້ນ.
ການ​ເມືອງ​ຂອງ​ພວກ​ເຮົາ​ປາກົດ​ວ່າ ​ໄດ້​ຮັບ​ຜົນ​ກະທົບຈາກ​ທິດ​ສະ​ດີ​ສົມຮູ້​ຮ່ວມ​ຄິດກັນ
​ແລະການ​ເສກ​ສັນ​ປັ້ນ​ເລື່ອງຂຶ້ນຢ່າງສິ້ນ​ເຊີງ ​ໄດ້​ງ່າຍຂຶ້ນກວ່າ​ເກົ່າ.”

ທ່ານ​ບາຣັກ ​ໂອ​ບາ​ມາ ກໍ​ໄດ້ໃຫ້​ຄໍາ​ເຫັນ​ຕໍ່ບັນຫາ​ດັ່ງກ່າວ ຢູ່​ເມືອງ Richmond ​ໃນ​ຂະນະ
​ທີ່ກ່າວ​ຕໍ່ການ​ໂຮມ​ຊຸມນຸມ​ຫາ​ສຽງ ​ໃຫ້​ແກ່ທ່ານ Ralph Northam ຮອງ​ຜູ້​ປົກຄອງ​ລັດ​ເວີ
​ຈີເນຍ ທີ່ລົງສະໝັກ​ເລືອກ​ຕັ້ງ​ເປັນ​ຜູ້​ປົກຄອງ​ລັດ​ເວີ​ຈີ​ເນຍໂດຍ​ກ່າວ​ວ່າ "​ແທນ​ທີ່​ພວກ​ເຮົາ​
ຈະ​ມີ​ການ​ເມືອງ​ທີ່ສະທ້ອນ​ໃຫ້​ເຫັນ​ເຖິງ​ຄ່າ​ນິຍົມ​ຂອງ​ພວກ​ເຮົາ ​ແຕ່​ກົງກັນຂ້າມພວກ​ເຮົາ​
ມີສະພາບທີ່ເຮັດ​ໃຫ້ທໍາລາຍ​ປະຊາ​ຄົມ​ຂອງ​ພວກ​ເຮົາ." ທ່ານ​ກ່າວ​ເພີ້ມວ່າ " ແທນ​ທີ່​ພວກ
​ເຮົາ​ຈະເຮັດ​ວຽກຮ່ວມ​ກັນ​ ​ແລະເຮັດ​ໜ້າທີ່​ໃຫ້​ຫລ້ອນ ​ແຕ່​ກົງກັນຂ້າມ ພວກ​ເຮົາ​ມີກຸ່ມ​ຄົນ
​ທີ່​ມີ​ເຈດ​ຕະນາ ພະຍາຍາມ​ເຮັດ​ໃຫ້​ກຸ່ມ​ຄົນ​ຕ່າງໆ ມີ​ຄວາມ​ໂກດ​ແຄ້ນກັນ. ​ເຮັດ​ໃຫ້​ຄົນ​ບໍ່ມີ
​ຄວາມ​ເມດ​ຕາ ຕໍ່ຄົນ​ອື່ນ​ທີ່​ມີ​ຄວາມ​ຄິດ​ແຕກ​ຕ່າງ​ກັນ."

ບໍ່ມີ​ໃຜ​ໃນ​ຈໍານວນ​ອະດີດ​ປະທານາທິບໍດີ​ທັງ​ສອງ​ທ່ານ​ກ່າວ​ເຖິງ ປະທານາທິບໍດີ​ສະຫະ
ລັດ ທ່ານດໍ​ໂນ​ລ ທຣໍາ​ເລີຍ ​ແຕ່​ຄວາມໝາຍ​ໃນ​ຂໍ້ຄວາມ​ຂອງ​ພວກ​ທ່ານ​ ແມ່ນ​ແນ​ໃສ່
​ທ່ານທຣໍາ.

ທ່ານ Bush ກ່າວ​ອີກ​ວ່າ "ບໍ່ຄື​ກັບປະ​ເທດອື່ນ, ລັກສະນະ​ບົ່ງ​ບອກ​ເຖິງ​ຊາດ​ເຮົາບໍ່​ໄດ້​
ກໍານົດ​ໂດຍພູມ​ສັນຖານ, ຫລື​ຊົນ​ຊາດ​ຊົນ​ເຜົ່າ ຫລື​ໂດຍ​ແຜ່ນດິນ ​ຫລືໂດຍ​ເລືອດ ທີ່​
ພວກ​ເຮົາ​ມີ ...ນີ້ໝາຍຄວາມ​ວ່າ ຄົນ​ທີ່​ມາ​ຈາກທຸກ​ຊົນ​ຊາດ, ສາສະໜາ, ຊົນ​ເຜົ່າ ສາ
ມາດ​ເປັນ​ຄົນ​ອາ​ເມຣິກັນ​ຢ່າງ​ເຕັມ​ສ່ວນ ​ແລະ​ເທົ່າ​ທຽມກັນ. ມັນໝາຍຄວາມ​ວ່າ ການ
ບໍ່ໂຍະຍານຜ່ອນຜັນ ​ແລະ​ຄວາມ​ຖື​ວ່າ​ຄົນ​ຜິວ​ຂາວ​ເໜືອກວ່າ​ຄົນ​ອື່ນ​ໝົດນັ້ນ ຈະ​ຢູ່​ໃນ
​ຮູບ​ການ​ໃດ​ກໍ​ຕາມແມ່ນ​ເປັນ​ການໝິ່ນປະໝາດຕໍ່ຫລັກ​ຄວາມ​ເຊື່ອ​ຂອງ​ຄົນ​ອາ​ເມຣິກັນ."

ທ່ານ​ເວົ້າກ່າວ​ມ້ວນທ້າຍ​ວ່າ "ມີ​ຫລາຍ​ຄັ້ງ​ເກີນ​ໄປ​ທີ່​ພວກ​ເຮົາ ຕີລາຄາ​ກ່ຽວກັບກຸ່ມ​ຄົນ
​ອື່ນ ​ໂດຍ​ເບິ່ງ​ຕົວຢ່າງ​ອັນ​ບໍ່ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ເບິ່ງ​ຕົວ​ພວກ​ເຮົາເອງວ່າ
ມີ​ເຈດ​ຕະນາ​ດີສຸດ ໂດຍລືມພາບຂອງພະເຈົ້າທີ່ພວກເຮົາຄວນມອງເຫັນໃນຕົວຂອງ
ຄົນອື່ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

US Political Division
please wait
Embed

No media source currently available

0:00 0:02:39 0:00

XS
SM
MD
LG