ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສົບຂອງທ່ານ ແມັກເຄນ ຈະຖືກຝັງ ຢູ່ວິທະຍາຄານ ທະຫານເຮືອ ສະຫະລັດ ໃນວັນອາທິດ ທີ 2 ກັນຍາ


ທຸງ ສະຫະລັດ ຖືກປັກໃສ່ຫີນຂຸມຝັງສົບຂອງນາຍພົນເຮືອ ສະຫະລັດ ທ່ານ ຈັກ ລາສັນ, ຢູ່ວິທະຍາຄານທະຫານເຮືອ ສະຫະລັດ, ເມືອງ ອານາໂປລິສ, ລັດ ແມຣີແລນ. 24 ສິງຫາ, 2018.
ທຸງ ສະຫະລັດ ຖືກປັກໃສ່ຫີນຂຸມຝັງສົບຂອງນາຍພົນເຮືອ ສະຫະລັດ ທ່ານ ຈັກ ລາສັນ, ຢູ່ວິທະຍາຄານທະຫານເຮືອ ສະຫະລັດ, ເມືອງ ອານາໂປລິສ, ລັດ ແມຣີແລນ. 24 ສິງຫາ, 2018.

ການໄວ້ອາໄລ ໄລຍະ 5 ວັນ ສຳລັບມື້ລາງສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ
ໄດ້ເຖິງມື້ສຸດທ້າຍແລ້ວ ໃນວັນອາທິດມື້ນີ້ ເຊິ່ງສົບຂອງທ່ານ ຈະຖືກນຳໄປຝັງຢູ່ ສຸ
ສານວິທະຍາຄານທະຫານເຮືອ ສະຫະລັດ ໃນເມືອງ ອານາໂປລິສ, ລັດ ແມຣີແລນ,
ໃກ້ໆກັບນະຄອນຫຼວງ ວໍຊິງຕັນນີ້.

ບ່ອນປົງສົບຄັ້ງສຸດທ້າຍຂອງທ່ານ ແມັກເຄນ ແມ່ນຈະຢູ່ທາງຂ້າງ ເພື່ອນທີ່ສະໜິດກັນ
ດົນນານຂອງທ່ານ ແລະ ເປັນເພື່ອນຮ່ວມຫ້ອງຮຽນ ຄືພົນເຮືອເອກ ຈັກ ລາສັນ
(Chuck Larson), ຜູ້ທີ່ໄດ້ເສຍຊີວິດໃນປີ 2014.

ທ່ານ ແມັກເຄນ, ອະດີດນັກບິນ ຜູ້ທີ່ເຄີຍເປັນສະເລີຍເສິກໃນ ຫວຽດ ນາມ ດົນກວ່າ
5 ປີນັ້ນ, ໄດ້ທຳການປາກົດຕົວ ຕໍ່ສາທາລະນະຊົນຄັ້ງສຸດທ້າຍທີ່ວິທະຍາຄານດັ່ງກ່າວ
ໃນເດືອນຕຸລາປີກາຍນີ້, ໃນເວລາທີ່ເພິ່ນໄດ້ບອກສະມາຄົມນັກສຶກສາ, ໂຮງຮຽນກະ
ກຽມໃຫ້ທ່ານ ສຳລັບສິ່ງທ້າທາຍຕ່າງໆທີ່ທ່ານຈະໄດ້ປະເຊີນ.

ທ່ານເວົ້າວ່າ “ຂ້າພະເຈົ້າຈະຄົ້ນພົບວ່າ ຄວາມຮູ້ສຶກຂອງການມີກຽດ ໄດ້ຖືກຖ່າຍທອດ
ໃຫ້ຂ້າພະເຈົ້າຢູ່ທີ່ນີ້ ເຊິ່ງມັນຈະເວົ້າກັບຂ້າພະເຈົ້າໃນເວລາທີ່ຮ້າຍແຮງທີ່ສຸດ. ແລະ
ຂ້າພະເຈົ້າໄດ້ກັບຄືນມາ, ກັບມາແລ້ວກັບມາອີກ, ຫາບ່ອນທີ່ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະ
ຢ້ານການບໍ່ຖືກໃຫ້ກຽດ.”

ໃນພິທີໄວ້ອາໄລສ່ວນຕົວສຳລັບສະມາຊິກສະພາສູງທ່ານ ຈອນ ແມັກເຄນ ຢູ່ໂບດ
ໃຫຍ່ແຫ່ງຊາດ ໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນເສົາວານນີ້, ອະດີດປະທານາທິບໍ
ດີສັງກັດພັກເດໂມແຄຣັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວປະນາມສະຖານະພາບທາງ
ການເມືອງ ຂອງ ສະຫະລັດ ໃນປັດຈຸບັນວ່າ “ໃຈຮ້າຍ ທັງເປັນໜ້າສົງສານ” ໃນການ
ໄວ້ອາໄລສຳລັບວິລະບູລຸດສົງຄາມ ມື້ທີສີ່ ໃນຈຳນວນ ຫ້າມື້ນັ້ນ.

ທ່ານໂອບາມາ ໄດ້ຖາມໃນເວລາທີ່ທ່ານກ່າວສະດຸດີ ສຳລັບເພື່ອນ ຂອງທ່ານ ແລະ
ບາງຄັ້ງໄດ້ເປັນຄູ່ແຂ່ງທາງການເມືອງໃນບາງຄັ້ງນັ້ນວ່າ “ນັ້ນມັນບໍ່ແມ່ນນໍ້າໃຈ ທີ່ພວກ
ເຮົາສະຫຼອງກັນໃນອາທິດນີ້, ທີ່ພະຍາຍາມເປັນຜູ້ທີ່ດີກວ່າເກົ່າ, ເຮັດດີກວ່າເກົ່າ ແລະ
ໃຫ້ສົມຄ່າກັບມູນເຊື້ອ ທີ່ຜູ້ກໍ່ຕັ້ງ ຂອງພວກເຮົາໄດ້ສືບທອດໃຫ້ບໍ?

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG