ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ອອກຫາສຽງສະໜັບສະໜຸນ ແຜນການສ້າງໜ້າວຽກຂອງທ່ານ ແລະໂຄສະນາຫາສຽງໄປພ້ອມ


ປະທານາທິບໍດີ ໂອບາມາ ໃຊ້ລົດບັສ ອອກຫາສຽງສະໜັບສະໜຸນແຜນ ການສ້າງໜ້າວຽກຂອງທ່ານໃນລັດເວີຈີເນຍ ພາກຕາເວັນອອກສະຫະລັດ
ປະທານາທິບໍດີ ໂອບາມາ ໃຊ້ລົດບັສ ອອກຫາສຽງສະໜັບສະໜຸນແຜນ ການສ້າງໜ້າວຽກຂອງທ່ານໃນລັດເວີຈີເນຍ ພາກຕາເວັນອອກສະຫະລັດ

ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ຈະສືບຕໍ່ຄວາມພະຍາຍາມເພື່ອໃຫ້ໄດ້
ຮັບ ແຮງສະໜັບສະໜຸນຈາກມະຫາຊົນສໍາລັບ ແຜນການສ້າງວຽກເຮັດງານທຳທີ່ມີມູນຄ່າ
447 ພັນລ້ານໂດລາ ໃນ ຂະນະທີ່ທ່ານສິ້ນສຸດການເດີນທາງຫາສຽງໂດຍລົດບັສເປັນເວລາ
ສາມມື້ ໃນລັດເວີຈີເນຍ ທາງພາກຕາເວັນອອກຂອງສະຫະລັດ ເມື່ອວັນພຸດມື້ນີ້.

ເມື່ອວັນອັງຄານວານນີ້ ປະທານາທິບໍດີໂອບາມາ ໄດ້ກ່າວໂຈມຕີພວກ ສະມາຊິກສະພາສູງ
ພັກຣີພັບບລິກັນ ທີ່ປະຕິເສດຈະຮັບຜ່ານຍັດຕິສ້າງໜ້າວຽກດັ່ງກ່າວ ໂດຍກ່າວຫາວ່າພວກ
ເຂົາເຈົ້າກໍາລັງທໍາລາຍວຽກເຮັດ ງານທຳ ແລະການຂຶ້ນພາສີສໍາລັບພວກເຮັດການທັງຫລາຍ.

ປະທານາທິບໍດີໂອບາມາ ກ່າວວ່າ ທ່ານຈະໃຫ້ໂອກາດພວກສະມາຊິກສະພາຄັ້ງທີ່ສອງເພື່ອ ຮັບຟັງຫາງສຽງຊາວອາເມຣິກາ ແລະຈົ່ງປະຕິບັດໜ້າທີ່ຂອງພວກເຂົາເຈົ້າໂດຍຮັບຜ່ານແຜນ
ການສ້າງວຽກເຮັດງານທຳ ຂອງທ່ານເປັນຂັ້ນໆນັ້ນ.

ການໂຄສະນາຫາສຽງທີ່ໃຊ້ລົດບັສຂອງທ່ານໂອບາມາ ແມ່ນມີຂຶ້ນທີ່ລັດ ເວີຈີເນຍ ແລະລັດ
North Carolina ຊຶ່ງທັງສອງລັດດັ່ງກ່າວນີ້ຖືວ່າ ສໍາຄັນໃນການເລືອກຕັ້ງສະໄໝທີ່ສອງ
ຂອງທ່ານໃນປີໜ້ານີ້.

ເມື່ອອາທິດຜ່ານມາ ສະພາສູງພັກຣີພັບບລິກັນ ໄດ້ຍັບຍັ້ງການພິດຈາລະນາຮ່າງຍັດຕິສ້າງ ໜ້າວຽກຂອງທ່ານໂອບາມາທັງໝົດ ໂດຍໂຕ້ແຍ້ງວ່າ ຍັດຕິດັ່ງກ່າວບັນຈຸດ້ວຍຂໍ້ກໍາໜົດ
ຕ່າງໆທີ່ສິ້ນເປືອງໄຮ້ປະໂຫຍດ ແລະ ການຂຶ້ນພາສີ ຊຶ່ງຈະພາໃຫ້ມີແຕ່ຈະສູນເສຍວຽກເຮັດ
ງານທຳເທົ່ານັ້ນ.

XS
SM
MD
LG