ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ຮ່າງງົບປະມານ ຂອງທ່ານໂອບາມາ ຈະຕັດເງິນສະຫວັດດີການ ຂອງຄົນເຖົ້າລົງ (ວີດິໂອ)


ທ່ານໂອບາມາ ຂະນະອະທິບາຍ ເລຶ່ອງຮ່າງງົບປະມານສົກປີ 2014 ຂອງທ່ານ ຮ່ວມກັບທ່ານ Jeffrey Zients ຮັກສາການ ອະທິບໍດີກົມງົບປະມານແຫ່ງຊາດສະຫະລັດ, ວັນທີ 10 ເມສາ 2013.
ປະທານາທິບໍດີ ບາຣັກ ໂອບາມາ ​ໄດ້ສະເໜີງົບປະມານສະຫະ
ລັດຈໍານວນ 3770 ຕື້ໂດລາ ​ເມື່ອ​ວັນ​ທີ 10 ​ເມສາ​ຜ່ານ​ມາ​ນີ້ ສໍາ
ລັບ​ສົກ​ງົບປະມານ ປີ 2014 ຊຶ່ງທ່ານເວົ້າວ່າ ຈໍານວນດັ່ງກ່າວນີ້
ຈະເຮັດໃຫ້ການຂາດດຸນງົບປະມານ ຕໍ່າລົງແລະຊ່ວຍສ້າງວຽກ​
ເຮັດ​ງານ​ທໍາຫຼາຍຂຶ້ນ. Kent Klein ຜູ້ສື່ຂ່າວວີໂອເອ ລາຍງານ
ຈາກທໍານຽບຂາວວ່າ ປະທານາທິບໍດີໄດ້ຮຽກຮ້ອງ ບັນດາສະມາ
ຊິກລັດຖະສະພາ ທີ່​ສັງກັດພັກຣີພັບບລິກັນ ຈົ່ງປະຕິບັດງານກັບ
ທ່ານ ເພື່ອປະສານຄວາມແຕກຕ່າງຂອງພວກເຂົາເຈົ້າ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Obama Proposes $3.77 Trillion US Budget
please wait

No media source currently available

0:00 0:02:22 0:00
ລິງໂດຍກົງ

ປະທານາທິບໍດີໂອບາມາ ເວົ້າວ່າຮ່າງງົບປະມານທີ່ທ່ານສະເໜີຂຶ້ນ​ມາ ສໍາລັບສົກງົບປະ
ມານ ປີ 2014 ຊຶ່ງຈະເລີ່ມຂຶ້ນໃນເດືອນຕຸລາປີນີ້ ແມ່ນຈະຊ່ວຍເລັ່ງລັດການຟື້ນຕົວຄືນ ຂອງເສດຖະກິດຂອງອະເມຣິກາ. ທ່ານ ໂອບາມາ ເວົ້າວ່າ:

ນັ້ນຄືງົບປະມານທີ່ຂ້າພະເຈົ້າຍື່ນສະເໜີຕໍ່ສະພາຄອງແກຣສໃນມື້ນີ້ ທີ່ໝາຍ
ເຖິງແຜນການງົບປະມານປະຈໍາປີ ທີ່ມີຄວາມຮັບຜິດຊອບຕໍ່​ການ​ສ້າງໜ້າວຽກ
ແລະການເຕີບໂຕຂອງພວກຊົນຊັ້ນກາງ.”


ຮ່າງງົບປະມານທີ່ທ່ານໂອບາມາສະໜີຂຶ້ນມານັ້ນ ​ແມ່ນ​ມີ​ຈໍານວນເພີ່ມຂຶ້ນ ສອງເປີເຊັນເຄິ່ງ
ຈາກລະດັບການໃຊ້ຈ່າຍໃນປັດຈຸບັນ ແຕ່ທ່ານປະທານາທິບໍດີເວົ້າວ່າ ມັນຈະຕັດການຂາດ
ດຸນງົບປະມານຂອງລັດຖະບານລົງໄດ້ 1800​ ຕື້ໂດລາ ໃນໄລຍະສິບປີຕໍ່ໜ້ານີ້.

ປະທານາທິບໍດີ​ໂອບາ​ມາ ວາງແຜນຈະຕັດ​ງົບປະມານ​ລົງ​ດັ່ງກ່າວ ສ່ວນນຶ່ງ​ກໍ​ແມ່ນໂດຍ
ການຕັດເງິນສະວັດດີການສັງຄົມສໍາລັບປະຊາຊົນສູງອາຍຸລົງ ຊຶ່ງ​ໄດ້ສ້າງ​ຄວາມ​ໂມ​ໂຫ
ບໍ່ພໍ​ໃຈ​ໃຫ້​ແກ່ ສະມາຊິກພັກ​ເດ​ໂມແຄຣັຕຂອງທ່ານເອງ ຫຼາຍຄົນ. ນອກນີ້ ທ່ານຍັງຈະ
ຂຶ້ນພາສີສໍາລັບພວກຄົນອະເມຣິກັນທີ່ຮັ່ງມີ ນໍາອີກ.

ບັນດາສະມາຊິກສະພາຈາກພັກຣີພັບບລິກັນ ເຊັ່ນ ທ່ານ Mitch McConnell ຜູ້ນໍາສຽງ
ຂ້າງນ້ອຍ​ໃນສະພາສູງ ​ແມ່ນໄດ້ຄັດຄ້ານການຂຶ້ນພາສີຕື່ມ​ອີກ ຢູ່ຕະຫຼອດມາ. ທ່ານ McConnell ເວົ້າວ່າ:

“ພວກເຮົາບໍ່ຕ້ອງການງົບປະມານທີ່ໄດ້ມາ ຈາກການຂຶ້ນພາສີຊໍ້າແລ້ວຊໍ້າອີກ. ພວກເຮົາບໍ່ຢາກໃຫ້ລັດຖະບານຕ້ອງ ມາຫຍຸ້ງກ່ຽວກັບເລື່ອງນີ້ ເພື່ອວ່າພາກ ສ່ວນເອກກະຊົນຈະສາມາດເຕີບໂຕໄດ້ອີກ ຢ່າງແທ້ຈິງ. ເຮົາບໍ່ຕ້ອງການງົບ
ປະມານທີ່​ໃຊ້ຈ່າຍຫຼາຍຂຶ້ນ ໃນເມື່ອວ່າພວກເຮົາກໍບໍ່ມີເງິນ ຢູ່ແລ້ວ.”


ແຕ່ປະທານສະພາຕໍ່າສະຫະລັດ ທ່ານ ຈອນ ເບນເນີ ສະມາຊິກພັກຣີພັບບລິກັນຄືກັນ
ນັ້ນ ເວົ້າວ່າ ທ່ານສະໜັບສະໜຸນ​ແຕ່​ພຽງບາງສ່ວນຂອງແຜນການຂອງທ່ານໂອບາມາ
ແຕ່ທ່ານກໍເວົ້າວ່າ ອາດສາມາດຕົກລົງກັນໄດ້ຢູ່. ທ່ານ ຈອນ ເບນເນີ ເວົ້າວ່າ:

“ພວກເຮົາບໍ່ຈໍາ​ເປັນຕ້ອງຂຶ້ນພາສີປະຊາຊົນອະເມຣິກັນ. ສະນັ້ນ ຂ້າພະເຈົ້າ
ຫວັງຢ່າງຍິ່ງວ່າ ໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຜ່ານຂັ້ນ​ຕອນ​ຂອງ​ການ​ຕໍ່​ຮອງ​ເລື່ອງງົບປະມານນັ້ນ ພວກເຮົາຈະມີໂອກາດ ທີ່ຈະຫາຂໍ້ຕົກລົງກັນໄດ້.”


ປະທານາທິບໍດີ​ໂອ​ບາ​ມາ​ເອງ ກໍໄດ້ສະແດງຄວາມຫວັງວ່າ ຈະມີ​ອັນທີ່ທ່ານເອີ້ນວ່າ ການ
ຕໍ່ຮອງກັນຄັ້ງໃຫຍ່ ເພື່ອແກ້ໄຂຄວາມເຫັນແຕກຕ່າງກັນກ່ຽວ ກັບການຂາດດຸນງົບປະມານ
ນັ້ນ. ທ່ານໂອບາມາ ເວົ້າວ່າ:

“​ໃນເລື່ອງການຕັດການຂາດດຸນງົບປະມານລົງ​ນີ້ ຂ້າພະເຈົ້າ​ແມ່ນໄດ້ກ້າວ​ໄປ​
ຫາຝ່າຍຣີພັບບລິກັນ ຫຼາຍກວ່າເຄິ່ງທາງ​ແລ້ວ ສະນັ້ນ ໃນບໍ່ເທົ່າໃດມື້ເທົ່າໃດ
ອາທິດຕໍ່ໜ້ານີ້ ຂ້າພະເຈົ້າກໍຫວັງວ່າ ຝ່າຍຣີພັບບລິກັນ ຈະກ້າວ​ອອກ​ມາ​ຂ້າງ
​ໜ້າແລະສະແດງໃຫ້ເຫັນວ່າ ພວກເຂົາເຈົ້າກໍເອົາຈິງເອົາຈັງແທ້ໆ​ຄື​ກັນກ່ຽວກັບ
ບັນຫາການຂາດດຸນງົບປະມານແລະໜີ້ສິນ ຕາມທີ່ພວກເຂົາເຈົ້າອ້າງມານັ້ນ.”


ປະທານາທິບໍດີ​ໂອ​ບາ​ມາ ຢາກໃຫ້ງົບປະມານຂອງທ່ານ ໄປແທນອັນທີ່ ເອີ້ນວ່າ “ການ
ຕັດງົບປະມານໂດຍອັດຕະໂນມັດ ຫຼື Sequestration ທີ່ມີຜົນບັງຄັບໃຊ້ ມາ​ຕັ້ງ​ແຕ່ວັນທີ
1 ເດືອນມີນາຜ່ານມາ ຊຶ່ງທ່ານເອີ້ນ ການຕັດງົບ​ແບບອັດຕະໂນມັດນີ້ວ່າ ບໍ່ມີ​ການໄກ່ກອງ
ໃຫ້ຖີ່ຖ້ວນ.

ທ່ານໂອບາມາ ສະເໜີໃຫ້ມີການໃຊ້ຈ່າຍເພີ່ມຂຶ້ນ ສໍາລັບການສຶກສາໃນໝົດທຸກລະດັບ
ໂຮມທັງຂຶ້ນພາສີຢາສູບຂອງລັດຖະບານກາງອີກ ເກືອບສອງເທົ່າ ເພື່ອເອົາ​ເງິນມາ​ໃຊ້
ຈ່າຍ ສໍາລັບໂຄງການສຶກສາໃໝ່ ສໍາລັບໂຮງຮຽນອະນຸບານ.

ນອກນີ້ແລ້ວ ທ່ານໂອບາມາຍັງຢາກຫາ​ເງິນຈາກ​ການ​ຂຶ້ນ​ພາສີ​ນັ້ນ ມາ​ເປັນ​ທຶນບູລະ​ນະ
ສ້າງສາຖະໜົນຫົນທາງ ສະພານ ແລະທ່າເຮືອຄືນໃໝ່ ແລະ ສົ່ງ​ເສີມດ້ານວິທະຍາສາດ
ການຄົ້ນຄວ້າ ແລະການຜະລິດ ​ໃຫ້​ກ້າວໜ້າ​ຍິ່ງ​ຂຶ້ນ​ໄປ​ອີກ.

ວີດິໂອລາຍງານກ່ຽວກັບ ຜົນກະທົບຈາກຮ່າງງົບປະມານ ຂອງທ່ານໂອບາມາ ຕໍ່ຊາວອາເມຣິກັນ ສູງອາຍຸ:
New Budget Cuts Cost of Living Adjustments for US Retirement Fund
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG