ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຕັ້ງຄຳຖາມ ຕໍ່ປະຊາຊົນອາເມຣິກັນ ວ່າ ອາເມຣິກາຢາກເປັນ ປະເທດແບບໃດ?


ປ. ບາຣັກໂອບາມາ ກ່າວປາໄສທາງວິທະຍຸ ປະຈຳສັບປະດາ ຈາກທຳນຽບຂາວ, ວັນທີ 31 ມັງກອນ 2015.
ປ. ບາຣັກໂອບາມາ ກ່າວປາໄສທາງວິທະຍຸ ປະຈຳສັບປະດາ ຈາກທຳນຽບຂາວ, ວັນທີ 31 ມັງກອນ 2015.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມມາ ​ແຫ່ງ​ສະຫະລັດ ກ່າວ​ວ່າ
ມັນເຖິງ​ເວລາ​ແລ້ວ ທີ່​ຈະ​ຕ້ອງ​ຕັດສິນ​ໃຈ​ວ່າ ​ອາ​ເມ​ລິ​ກາ​ຢາກ​
ເປັນ​ປະ​ເທດ​ແບບໃດ.

ທ່ານ​ໂອ​ບາ​ມາໄດ້​ຕັ້ງ​ຄຳ​ຖາມ ຕໍ່ປະຊາຊົນ​ອາເມຣິກັນ​ໃນ​ວັນ
​ເສົາ​ວານ​ນີ້ ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ວ່າ ​ເຂົາ​
ເຈົ້າ​ຢາກ​ມີ “ເສດຖະກິດ ​ທີ່​ພວກ​ຄົນ​ອະ​ເມຣິກັນ​ໃນ​ຈຳ
ນວນ​ນ້ອຍ ມີ​ເງິນ​ຢ່າງ​ມະຫາສານ​”
ຫຼື​ວ່າ “​ເສດຖະກິດ​
ທີ່​ທຸກໆ​ຄົນ​ທີ່ເຮັດ​ວຽກ​ເຮັດ​ການ​ຢ່າງ​ໜັກ ມີ​ໂອກາດ​
ທີ່​ຈະກ້າວໜ້າ​ນັ້ນ.”

ທ່ານປະທານາທິບໍດີ​ກ່າວ​ວ່າ ທ່ານ​ກຳລັງ​ສົ່ງ​ຮ່າງ​ງົບປະມານໄປ​ຍັງ​ສະພາ Congress ທີ່
ອີງ​ຕາມ “ແນວ​ຄິດ​ທີ່​ວ່າ ​ປະ​ເທດ​ນີ້​ແມ່ນໄດ້​ຮັບ​ຜົນ​ດີ​ທີ່​ສຸດ ​ເວລາ​ທຸກໆ​ຄົນ​ໄດ້​ຮັບ
ໂອກາດ​ທີ່​ເທົ່າ​ທຽມ​ກັນ ທຸກໆ​ຄົນ​ໄດ້​ຮັບ​ສ່ວນ​ແບ່ງ​ທີ່​ຍຸຕິ​ທຳ ​ແລະ​ທຸກໆ​ຄົນ​ປະຕິບັດ​
ຕາມ​ກົດ​ລະບຽບດຽວ​ກັນ.”

ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ໄປ​ວ່າ ຮ່າງ​ງົບ​ປະມານ ​ສະ​ເໜີໃຫ້ຕັດຊ່ອງ​ຫວ່າງ​ ໃນ​ກົດໝາຍ​ວ່າ​ດ້ວຍ​ພາສີ ທີ່​ໃຫ້ຜົນ​ປະ​ໂຫຍ​ດພິ​ເສດຕ່າງໆ​ແລະ​ໃຊ້​ເງິນ​ທີ່​ປະ​ຢັດໄວ້​ນັ້ນ ​ເພື່ອ​ຕັດ​ອັດຕາ​
ພາສີ​ລົງ ສຳລັບ​ພວກຄອບຄົວ​ທີ່​ມີ​ລາຍ​ໄດ້​ພໍ​ປານ​ກາງ ​ແລະ​ໃຫ້​ເງິນ​ຕອບ​ແທນ​ແກ່​ພວກ​ວົງການ​ທຸລະ​ກິດ​ທີ່​ລົງທຶນ​ໃສ່​ອະ​ເມຣິກາ.

ທ່ານ​ໂອ​ບາ​ມາ ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ສະມາຊິກ​ພັກ Republican ບາງ​ຄົນ ຈະບໍ່​ເຫັນ​ດີ​ນຳ​ວິທີ​ການແກ້​ໄຂ​ຂອງ​ທ່ານ ​ແຕ່​ທ່ານກ່າວ​ວ່າ ຖ້າ​ພວກເຂົາ​ເຈົ້າ​ມີ​ແນວ​ຄິດ​ ທີ່​ຈະ​ຊ່ອຍ​ພວກ​ຄອບຄົວ​ຊົນ​ຊັ້ນ​ກາງ​ແລ້ວ ທ່ານ​ກໍມີ​ຄວາມເຕັມ​ໃຈ​ທີ່​ຈະ​ດຳ​ເນີນ​ງານ​ຮ່ວມ​ກັບ​ເຂົາ​ເຈົ້າ.

OBAMA ADDRESS
HEAD: Obama: What Kind of Country Do We Want to Be?

U.S. President Barack Obama says it is time to decide what kind of country America wants to be.
Mr. Obama asked the American public Saturday in his weekly address if they wanted an economy "where only a few...do spectacularly well" or one "where everyone who works hard has a chance to get ahead."

The president said he is sending a budget to Congress based on "the idea that this country does best when everyone gets their fair shot, everyone does their fair share, and everyone plays by the same set of rules."

He said his budget proposed getting rid of special interest loopholes in the tax code and using those savings to cut taxes for middle-class families and reward businesses that invest in America.

Mr. Obama noted some Republicans will disagree with his approach, but said if they have ideas to help middle-class families, he is willing to work with them.

XS
SM
MD
LG